ຕອນທີ 9 ຕ້ອງການຄົນສອນພິເສດ
ສອນໄຊຫຼັງຈາກຖືກເກສອນຫັກອົກໄປພຽງເວລາສອງມື້ສອນໄຊກໍ່ກັບມາເປັນຄົນເກົ່າທີ່ສົດໃສຄືບໍ່ມີຫຍັງເກີດຂຶ້ນ ເຊິ່ງມັນກໍ່ເຮັດໃຫ້ໂທນີໂລ່ງໃຈ ແຕ່ກໍ່ແປກໃຈສົງໃສ ເພາະເຫັນອາການຂອງສອນໄຊວັນທຳອິດແລ້ວຄືສິເປັນສິຕາຍ ແຕ່ໃນໄລຍະພຽງສອງມື້ສອນໄຊກໍ່ກັບທຳໃຈໄດ້ ໂທນີຖືວ່າສອນໄຊເຂັ້ມແຂງຫຼາຍ ໂທນີຍັງຄິດສົງໃສຕົນເອງວ່າຫາກເຂົາຢູ່ໃນເຫດການດຽວກັບສອນໄຊເຂົາຈະເປັນແນວໃດ? ຈະຮູ້ສຶກແນວໃດ? ຄວາມເຈັບປວດຈາກຄວາມຮັກມັກເປັນແນວໃດ? ຮັກຄືຫຍັງ? ນີ້ຍັງຄົງເປັນຄຳຖາມທີ່ໂທນີຕ້ອງຫາຄຳຕອບ
ເລີກຮຽນມື້ນີ້ມາລີກັບໂທນີກໍ່ຂີລົດຖີບຮຽງກັນເມືອຄືທຸກມື້
ມາລີ: ໂທນີ! ເຮົາແວ່ນັກຫຼິ້ນຢູ່ສວນສາທາກ່ອນເມືອດີບໍ່
ໂທນີ: ບໍ່
ທີ່ສວນສາທາໂທນີ ແລະ ມາລີໄດ້ພາກັນຈູງລົດຖີບຮຽງຂ້າງກັນໄປນັ່ງທີ່ກ້ອງຮົ່ມໄມ້
ມາລີ: ໂທນີ! ໄດ້ຂ່າວວ່າເພິ່ນໄດ້ທີ 1 ທຸກເດືອນ ແຕ່ລະມື້ເພິ່ນກິນຫຍັງຄວາມຈຳເພິ່ນຄືດີແທ້
ໂທນີ: ໄດ້ຂ່າວວ່າເພິ່ນເກືອບໄດ້ທີໂຈກທຸກເດືອນ! ນັບຖື! ນັບຖື
ມາລີຍິ້ມກົບເກືອນຄວາມອາຍ: ຍ້ອງກັນເກີນໄປແລ້ວ! ແຮ້ໆ! ລໍ້ໝາກສົ້ມມາເພິ່ນສິກິນຫຍັງບໍ່
ໂທນີ: ບໍ່
ມາລີໄປຊື້ໝາກສົ້ມທີ່ຫຼໍ່ກະລິ່ງ ທັງໝາກມ່ວງ, ໝາກໂມ, ຫມາກກອກນ້ຳ, ຖົ່ວດິນ, ອ້ອຍ ແລະ ມາລີຍັງຍ່າງໄປຊື້ນ້ຳອີກສອງຕຸກ
ໂທນີ: ໂຫ…ຄືຊື້ມາຫຼາຍແທ້ຈັ່ງໃດສິກິນໝົດ
ມາລີ: ອຳບາຍຊ່ຳນິ! ພໍດີເຄິ່ງໄສ້
ໂທນີ: ໂຖ້… ກິນ ຫຼື ສະແຕກ
ມາລີ: ໂອ້! ຄົນຫຼໍ່ເວົ້າບໍ່ມ່ວນ
ໂທນີເບິ່ງມາລີກິນເປັນຕາແຊບຈົນອົດບໍ່ໄດ້ຕ້ອງໄດ້ກິນນຳ
ມາລີ: ເອີ! ໂທນີເພິ່ນສິເຂົ້າຮຽນເພີ່ມເພື່ອກຽມເສັງບໍ່
ໂທນີ: ບາງເທື່ອ
ມາລີ: ຖ້າເຂົາເປັນເພິ່ນຄືສິບໍ່ເຂົ້າຮຽນໃຫ້ເສຍເງິນດອກ ເພາະຈັ່ງໃດກໍ່ໝັ້ນໃຈວ່າຕ້ອງເສັງໄດ້ຢູ່ແລ້ວ
ໂທນີ: ອື້! ກໍ່ແມ່ນ
ມາລີ: ຕະເວັນໃກ້ຕົກດິນລ່ະດຽວເຮົາເມືອເນາະ
ມາລີຖີບລົດຮຽງຂ້າງໂທນີເມືອດ້ວຍຄວາມສຸກທັງໃນໃຈຂອງມາລີກໍ່ນຶກຄິດ (ນີ້ເປັນຄັ້ງທຳອິດທີ່ໄດ້ລົມກັບໂທນີແບບຈິງຈັງ ແລະ ເປັນເທື່ອທຳອິກທີ່ເຫັນເຂົາເວົ້າຫຼາຍ ພາຍໃຕ້ຄວາມເຢັນຊາທີ່ແຝງຢູ່ໃນຕົວເຂົາ ແຕ່ເປັນຫຍັງເວລາທີ່ເຮົາຢູ່ໃກ້ເຖິງຮູ້ສຶກອົບອຸ່ນພຽງນີ້)
ໂທນີ: ເພິ່ນຍິ້ມຫຍັງ
ມາລີ: ກໍ່ເຂົາມີຄວາມສຸກທີ່ໄດ້ກັບບ້ານພ້ອມເພິ່ນ
ໂທນີມິດບໍ່ເວົ້າຫຍັງຕອບມີແຕ່ຫັນໜ້າໜີພ້ອມຍິ້ມມຸມປາກເລັກໜ້ອຍປິດບັງຄວາມເຂີນທາງໃນເທົ່ານັ້ນ
ຍ້ອນຜົນການຮຽນທີ່ຕົກຕ່ຳຫຼາຍ ມາລີເລີຍຕັດສິນໃຈຮຽນເພີ່ມ ໂດຍເພື່ອນຮັກທັງສອງຢ່າງເກສອນກັບມັງກອນກໍ່ຮ່ວມເຂົ້າຮຽນນຳ ໃນຫ້ອງຮຽນເກສອນນັ່ງທີ່ໂຕະດຽວກັບມາລີ ແຕ່ມັງກອນພະຍາຍາມດຶງເກສອນອອກຈາກຕັ່ງນັ່ງຂ້າງໆຂອງມາລີ ເກສອນທົນແຮງດຶງຂອງຜູ້ຊາຍຢ່າງມັງກອນບໍ່ໄຫວຈິ່ງຍອມໃຫ້ມັງກອນໄດ້ນັ່ງຂ້າງມາລີສົມໃຈ
ວັນນີ້ມາລີນັ່ງຮຽນຂ້າງມັງກອນຈົນຈົບຊົ່ວໂມງ ໂດຍທີ່ລາວບໍ່ໄດ້ສັງເກດເຫັນໂທນີກໍມາຮຽນເພີ່ມວິຊາຟີຊິກໃນຊົ່ວໂມງນີ້ນຳ
ທີ່ຄອກລົດມາລີຕົກໃຈຍັງເຫັນລົດຖີບຂອງໂທນີຍັງຈອດຢູ່ຂ້າງໆລົດຂອງນາງ ແລ້ວບຶດໜຶ່ງມາລີກໍ່ເຫັນໂທນີຍ່າງມາເອົາລົດ
ມາລີທັກທາຍດ້ວຍໃບໜ້າຍິ້ມແຍ້ມ: ໂທນີ! ຍັງບໍ່ກັບຫວະ
ໂທນີນິ້ງບໍ່ປາກກົ້ມໄຂກະແຈໂສ້ລົດແລ້ວກໍ່ຂີ່ອອກໄປ ມາລີກໍ່ຟ້າວຖີບລົດໄລ່ຕາມຫຼັງໂທນີໄປຕິດໆ
ທີ່ເຮືອນໃນຂະນະທີ່ມາລີກຳລັງແກ້ຝຶກຫັດຟີຊິກ ມາລີໄດ້ຮັບສາຍຈາກມັງກອນ
ມາລີ: ຈັ່ງໃດ
ມັງກອນ: ເຮັດຫຍັງຢູ່
ມາລີ: ແກວຽກບ້ານ
ມັງກອນ: ຕັ້ງໃຈຮຽນເນາະ
ມາລີ: ເພິ່ນເດະບໍ່ຕັ້ງໃຈຮຽນຫວະ ສິເສັງລະໃດ໋
ມັງກອນ: ບໍ່ມີກະຈິດກະໃຈຮຽນ ເພາະວ່າ…
ມາລີເວົ້າຕັດ: ຮຽນ!ຮຽນ! ຢ່າມົວແຕ່ຫຼິ້ນຫຼາຍ! ເທົ່ານີ້ກ່ອນເດີ້ຟ້າວແກ້ວຽກບ້ານຢ້ານບໍ່ແລ້ວ
ມັງກອນ: ໂອເຄ! ຝັນດີ
ມາລີ: ອື! ບ່າຍ
ມາລີໄດ້ວາງສາຍຈາກມັງກອນ ແລະ ຕັ້ງໃຈແກ້ວຽກບ້ານຕໍ່ໄປ ແຕ່ແຮງແກ້ກໍ່ແຮງງົງໄປກັນໃຫຍ່ ຕອນນີ້ເປັນເວລາ 21:00 ໂມງແລ້ວ ຍັງແກ້ວຽກບ້ານບໍ່ໄດ້ຈັກຂໍ້ ມາລີເລີຍຮວບຮວມຄວາມກ້າກົດໂທໄປຫາໂທນີ
ໂທນີຮັບສາຍໝາຍເລກທີ່ບໍ່ຄຸ້ນຕາ: ຮາໂຫຼ
ມາລີ: ໂທນີ! ເຂົາເອງມາລີ
ໂທນີແປກໃຈ: ໂທມາມີຫຍັງ! ແລ້ວໄປເອົາເບີເຂົາມາຈາກໃຜ
ມາລີ: ຂໍນຳແມ່ເຈົ້າ! ຕອນນີ້ເຈົ້ານອນລະບໍ່
ໂທນີ: ຍັງເທື່ອ ມີຫຍັງ
ມາລີ: ມີເລື່ອງຢາກໃຫ້ຊ່ວຍ
ໂທນີ: ບໍ່ຊ່ວຍ
ມາລີ: ຍັງບໍ່ທັນບອກເລີຍວ່າສິໃຫ້ຊ່ວຍເລື່ອງໃດ
ໂທນີ: ບອກມາ
ມາລີ: ຊ່ວຍຂ້ອຍແກ້ໂຈດຟີຊິກແນ່…!
ໂທນີ: ບໍ່ (ວາງສາຍທັນທີ)
ມາລີ: ເຮີ້ຍ! ວາງສາຍໃສ່ເລີຍຫວະນິ
ມາລີເປີດປ່ອງຢ້ຽມຫ້ອງນອນແລ້ວຮ້ອງໄປໃສ່ໂທນີທີ່ນັ່ງຮຽນທີ່ຫ້ອງນອນ
ມາລີ: ໂທນີຄົນໃຈດຳ, ຂີ້ເກັກ! ເຈົ້າມັນອະສໍລະພິດຮ້າຍ! ຄົນບໍ່ມີນ້ຳໃຈ
ໂທນີປິດປະຕູປ່ອງຢຽມໃສ່ມາລີຢ່າງເຢັນຊາ
ສຽງກິ່ງທີ່ເຮືອນຂອງມາລີດັງຂຶ້ນ ລັກກີ້ (ໝາຂອງມາລີ)ກໍ່ເຫົາຖີ່ໆ ແມ່ມະລິທີ່ເບິ່ງລະຄອນຢູ່ ເມື່ອໄດ້ຍິນສຽງຄົນກົດກິ່ງກັບສຽງໝາເຫົ່າເລີຍອອກໄປເບິ່ງ ປະກົດວ່າເປັນໂທນີທີ່ມາຢືນກົດກິ່ງທີ່ໜ້າບ້ານ ດັ່ງນັ້ນແມ່ມະລິຈິ່ງຍ່າງໄປໄຂປະຕູຮົ້ວໃຫ້
ແມ່ມະລິ: ອ້າວໂນີຄືມາຄ່ຳມືດເດິກດື່ນແທ້ມີວຽກຫຍັງບໍ່ລູກ
ໂທນີ: ຂ້ອຍມາຫາມາລີ ມາເບິ່ງບົດຮຽນ
ແມ່ມະລິ: ຊັ້ນເຂົ້າມາທາງໃນເຮືອນກ່ອນ
ຈາກນັ້ນແມ່ມະລິກໍ່ຍ່າງຂຶ້ນໄປຫ້ອງນອນຂອງມາລີທີ່ຢູ່ຊັ້ນສອງ ສຽງເຄາະປະຕູດັງ ກັອກ! ກັອກ
ແມ່ມະລິ: ແມ່ເອງ! ມາລີ ໂທນີມາຫາບອກວ່າຈະມາເບິ່ງບົດຮຽນນຳ ຕອນນີ້ອ້າຍນັ່ງຖ້າຢູ່ຫ້ອງຮັບແຂກເດີ
ມາລີໄດ້ຍິນແມ່ເວົ້າວ່າໂທນີມາຖ້າຢູ່ຊັ້ນລຸ່ມກໍ່ດີໃຈຟ້າວຫອບປື່ມບົດຮຽນແລ່ນລົງມາຫາໂທນີທັນທີ
ມາລີ: ຄືມາ
ໂທນີ: ເພາະມີບາງຄົນຮ້ອງດ່າກໍ່ເລີຍມາ
ມາລີ: ມາເພາະສຽງດ່າ! ຊັ້ນເຂົາສິດ່າເພິ່ນທຸກມື້ ເພິ່ນຈິ່ງໄດ້ມາຫາເຂົາທຸກມື້
ໂທນີ: ບໍ່ຕະລົກ! ມີເວລາໃຫ້ 30 ນາທີບໍ່ເຂົ້າໃຈບດໃດລ່ະຟ້າວຖາມ
ມາລີ: ໂອເຄ
ມາລີໄດ້ເອົາຄຳຖາມຟີຊິກໃຫ້ໂທນີເບິ່ງມີທັງໝົດ 30 ຂໍ້ ເຊິ່ງເປັນຄຳຖາມຄົ້ນຄວ້າ
ໂທນີ: ຢ່າບອກໃດວ່າເຈົ້າຈະໃຫ້ຂ້ອຍແກ້ໃຫ້ເບິ່ງໝົດທັງສາມສິບຂໍ
ມາລີພະຍັກໜ້າ
ໂທນີຖອນຫາຍໃຈໃຫຍ່: ເຈົ້າຮູ້ຂອບເຂດຂອງການເອົາຄຳຖາມບໍ່
ມາລີເຮັດໜ້າແບ໊ວໃສ່ໂທນີກ່ອນຈະແກວ່ງຫົວເພື່ອສົ່ງສັນຍານບອກວ່າ ບໍ່ຮູ້
ໂທນີຖອນຫາຍໃຈອີກຮອບ: ການຈະຄົ້ນຄວ້າບົດຮຽນເຮົາບໍ່ແມ່ນວ່າມີ 30 ຂໍ້ ຫຼື 100 ຂໍ້ເຮົາຕ້ອງຄົ້ນຄວ້າໝົດ ເຮົາຕ້ອງຮູ້ຈັກຂອບເຂດຂອງການເອົາຫົວຂໍ້ ບົດຄຳຖາມທີ່ຄິດວ່າມັນຈະອອກຈັກ 10 ຄຳຖາມມາຮຽນແກ້
ມາລີ: ວ້າວ! ເລື່ອງແບບນີ້ຂ້ອຍຄືບໍ່ເຄີຍຮູ້ຈັກເລີຍ
ໂທນີ: ເຈົ້າບໍ່ຮູ້ຂ້ອຍກໍ່ບໍ່ແປກໃຈດອກ
ມາລີ: ສິເວົ້າວ່າຂ້ອຍໂງ່ແມ່ນບໍ່
ໂທນີ: ເຈົ້າເວົ້າເອງເດີ້ 555! ເອົາລ່ະເອົາລ່ະ ຂ້ອຍສິໝາຍຄຳຖາມທີ່ຄິດວ່າມັນຈະອອກໃຫ້ເຈົ້າລອງແກ້ເບິ່ງກ່ອນຈັກ 10 ຄຳຖາມ
ໂທນີຫຼັງຈາກໝາຍຄຳຖາມແລ້ວກໍ່ສົ່ງໃຫ້ມາລີ ເມື່ອມາລີເຫັນຄຳຖາມກໍ່ອ້າປາກຄ້າງຕະລຶງກັບຄຳຖາມ ເພາະມັນມີແຕ່ຂໍ້ຍາກໆ
ມາລີ: ມີແຕ່ຂໍ້ຍາກໆ
ໂທນີ: ຍາກວະນິ! ຂ້ອຍວ່າມັນງ່າຍລະໃດນິ
ມາລີ: ງ່າຍສຳລັບເຈົ້າແຕ່ມັນຍາກສຳລັບຂ້ອຍເດະ
ໂທນີ: ເອົາລ່ະ! ຢ່າມົວແຕ່ລິ້ນຊ້ອຍ ລອງແກ້ເບິ່ງບໍ່ໄດ້ໂຕໃດລ່ະມາຖາມ
ໂທນີນັ່ງເທິ້ງພັກສາຍຕາທີ່ນັ່ງຂ້າງໆມາລີ, ຜ່ານໄປກວ່າ 20 ນາທີ ໂທນີກໍ່ມືນຕາຂຶ້ນ
ໂທນີ: ເຮັດແລ້ວລະບໍ່
ມາລີເວົ້າສຽງອ່ອນສຽງເຢີ້ນ: ໂທນີ
ໂທນີ້ຈັບເຈ້ຍຄຳຖາມຈາກມາລີມາເບິ່ງເຖິງຂັ້ນເກືອບຂອງຂຶ້ນແຕ່ຂົ່ມໃຈໄວ້ດ້ວຍການສູບລົມຫາຍໃຈເຂົ້າເລິກຖີ່ໆ: ເຮັດບໍ່ໄດ້ຈັກຂໍ້ວ່າຊັ້ນ
ມາລີຍິ້ມສູ້ໃສ່ແຕ່ໃນໃຈກໍ່ຫວັ່ນໆຢ້ານໂທນີດ່າຫາວ່າໂງ່ ແລະ ເລີກສອນຕົນ
ໂທນີ: ໂອເຄ! ຊັ້ນເຂົາຈະແກ້ໃຫ້ເບິ່ງເປັນຕົວຢ່າງ
ຈາກນັ້ນໂທນີກໍ່ລົງມືແກ້ໂຈດຄຳຖາມເລີ່ມຈາກຂໍ້ທີ່ຄິດວ່າຍາກທີ່ສຸດ ແຕ່ລະດັບໂທນີໃຊ້ເວລາພຽງ 5 ນາທີກໍ່ຫາຄຳຕອບໄດ້ແລ້ວ
ມາລີຕະລຶງໃນຄວາມສາມາດຂອງໂທນີ: ວ້າວ! ເພິ່ນຊ່າງເປັນຄົນອັດສະລິຍະ ໃຊ້ເວລາພຽງແປ໊ບດຽວເຈົ້າກໍ່ສາມາດຕອບຄຳຖາມໄດ້ແລ້ວ ເຈົ້າມີເຄັດລັບຫຍັງບອກແນ່ໄດ້ບໍ່
ໂທນີອົດຍິ້ມ: ເຄັດລັບຂອງຂ້ອຍຄື: 1. ຈື່ສູດໃຫ້ໄດ້ຂຶ້ນໃຈ, 2. ອ່ານຄຳຖາມໃຫ້ເຂົ້າໃຈຢ່າງຊັດເຈນແລ້ວຈັບຈຸດສຳຄັນຂອງຄຳຖາມນັ້ນໃຫ້ໄດ້, 3. ແທນສູດເປັນ! ຖ້າເຈົ້າເຮັດໄດ້ 2ສ່ວນໃນ 3 ຢ່າງນີ້ກໍ່ຫາຍຫ່ວງແລ້ວ! ລອງແກ້ຂໍ້ຕໍ່ໄປເບິ່ງເດີ້
ມາລີກໍ່ລອງເອົາວິທີທີ່ໂທນີແນະນຳມາໃຊ້ ໂດຍມີໂທນີຄອຍໃຫ້ຄຳປຶກສາຢູ່ຂ້າງໆ
ມາລີ: ຄຳຕອບຄື L=1h, X1= 4km
ໂທນີ: ຖືກຕ້ອງ
ມາລີ: ເຢ້! ຂ້ອຍເຮັດໄດ້ແລ້ວ
ໂທນີ: ຫາກໍ່ຕອບຖືກຂໍ້ດຽວຢ່າຟ້າວດີໃຈ ຍັງເຫຼືອອີກ 8 ຂໍ້! ເຮັດ!ເຮັດ
ເບື້ອງຕົ້ນໂທນີວ່າຈະມາຊ່ວຍມາລີແກ້ວຽກບ້ານພຽງ 30 ນາທີ ແຕ່ຕ້ອງກາຍເວລາໄປຕັ້ງ 1 ຊົ່ວໂມງກວ່າມາລີຈະເຂົ້າໃຈກັບການແທນສູດ ມາລີໄດ້ຍ່າງມາສົ່ງໂທນີທີ່ໜ້າປະຕູ
ມາລີກ່າວດ້ວຍຮອຍຍິ້ມ: ຮູ້ສຶກເກງໃຈເດ້ເນາະທີ່ເຮັດໃຫ້ເຈົ້າເສຍເວລາໄປກວ່າຊົ່ວໂມງເຄິ່ງ
ໂທນີ: ອື້
ມາລີຟ້າວອະທິຖານເພາະເຫັນຝົນດາວ
ໂທນີ: ເຈົ້າເຊື່ອເລື່ອງນີ້ຫວະ
ມາລີ: ເຊື່ອແທ້
ໂທນີ: ແລ້ວອະທິຖານຫຍັງລ່ະ
ມາລີ: ຂໍໃຫ້ປີໜ້າເຂົາໄດ້ຢູ່ຫ້ອງດຽວກັນກັບເພິ່ນ
ໂທນີ: ຂໍແນວນາງຟ້າລຳບາກໃຈເນາະ
ມາລີ: ນາງຟ້າບໍ່ລຳບາກໃຈດອກ! ເພາະຂ້ອຍຕ້ອງເຮັດໄດ້ແນ່ນອນ! ເພາະເຈົ້າຈະມາຊ່ວຍຂ້ອຍ
ໂທນີໜ້າລຽບໆ: ເຮິ! ບໍ່ໆ ທໍນີ້ກະພໍລ່ະ!ບ່າຍ
ມາລີ: ຂອບໃຈເດີ້ໂທນີ!
ນັບຈາກວັນນັ້ນຈົນໃກ້ຮອດວັນເສັງພວກເຂົາກໍ່ຄົ້ນຄວ້າບົດຮຽນນຳກັນທຸກມື້ ໂທນີປຽບດັ່ງຄູສອນພິເສດອີກຄົນຂອງມາລີ ແລະ ໃນທີສຸດວັນສອນເສັງກໍ່ມາຮອດ ກ່ອນໂທນີຍ່າງເຂົ້າຫ້ອງມາລີໄດ້ຍ່າງໄປໃກ້ໆແລ້ວເວົ້າວ່າ: ສູ້ໆ
ໂທນີຕອບກັບ: ເຮັດໃຫ້ໄດ້ເດີ້! ສູ້ໆ
ການສອບເສັງໃນຄັ້ງນີ້ມາລີມີຄວາມໝັ້ນໃຈກວ່າທີ່ເຄີຍມີມາ ອາດເປັນເພາະສ່ວນໜຶ່ງໂທນີຊ່ວຍອະທິບາຍບົດຮຽນໃຫ້ເຂົ້າໃຈ ສ່ວນໜຶ່ງເປັນເພາະໄດ້ຮຽນເພີ່ມຈາກໂຮງຮຽນ ແລະ ອີກສ່ວນໜຶ່ງເປັນເພາະຄວາມຕັ້ງໃຈຂອງມາລີເອງ ຜ່ານໄປສາມວັນກໍ່ສິ້ນສຸດການສອບເສັງເລື່ອນຊັ້ນ ບ່າຍ! ບ່າຍ ຊັ້ນ ມ5! ບ່າຍ!ບ່າຍ ຫ້ອງ 5/1 ແລະ 5/6
ປິດພາກຮຽນ