spot_img
Homeຂ່າວພາຍ​ໃນລາຍງານຄວາມຄືບໜ້າເຫດການໄຟໄໝ້ "ຕຶກສ້າງໃໝ່" ຂ້າງວຽງຈັນເຊັນເຕີ້ (ມື້ນີ້)

ລາຍງານຄວາມຄືບໜ້າເຫດການໄຟໄໝ້ “ຕຶກສ້າງໃໝ່” ຂ້າງວຽງຈັນເຊັນເຕີ້ (ມື້ນີ້)

Published on

ເມື່ອເວລາປະມານ 15:50 ນາທີ ຂອງວັນທີ 03 ທັນວາ 2017 (ມື້ນີ້) ເຟສບຸກທີ່ມີຊື່ວ່າ MK Anouphone ໄດ້ອອກມາໂພສວິດີໂອ ແລະ ຂຽນຂໍ້ຄວາມລະບຸວ່າ “ໄຟໄໝ້ຂ້າງວຽງຈັນເຊັນເຕີ” ເຊິ່ງເປັນຕຶກໃໝ່ກຳລັງສ້າງ ຈາກທີ່ເຮົາເຫັນໃນຄລິບວິດີໂອຈະເຫັນຄວັນຂຶ້ນຫຼາຍ ໄດ້ສ້າງຄວາມແຕກຕື່ນໃຫ້ກັບຜູ້ຄົນທີ່ຢູ່ບໍລິເວນໃກ້ຈຸດເກີດເຫດ ແຕ່ຜ່ານໄປ 1 ຊົ່ວໂມງ ກໍ່ສາມາດຄວບຄຸມໄຟດັ່ງກ່າວໄດ້ ແລະ ເຫດການກໍ່ກັບສູ່ສະພາບປົກກະຕິ ເຊິ່ງບໍ່ມີລາຍງານການເສຍຫາຍ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບໃດໆ ສ່ວນສາເຫດຂອງການໄໝ້ໃນຄັ້ງນີ້ ແມ່ນຍັງບໍ່ທັນມີຝ່າຍໃດອອກມາໃຫ້ຄຳຕອບກ່ຽວກັບເລື່ອງນີ້

https://www.facebook.com/mee.anouphone.9/videos/1520649741362569/

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...