Homeຂ່າວພາຍ​ໃນລາຍຮັບທີ່ລັດຖະບານຈະໄດ້ຈາກໂຄງການໄຟຟ້າພະລັງນໍ້າໄຊຍະບູລີ

ລາຍຮັບທີ່ລັດຖະບານຈະໄດ້ຈາກໂຄງການໄຟຟ້າພະລັງນໍ້າໄຊຍະບູລີ

Published on

ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ເປີດເຜີຍວ່າ ປັດຈຸບັນໂຄງການໄຟຟ້າພະລັງນໍ້າໄຊຍະບູລີ ຄືບຫນ້າ 85%. ເມື່ອໂຄງການສຳເລັດ ແລະ ປັ່ນໄຟຟ້າຢ່າງເປັນທາງການ ລັດຖະບານຈະມີລາຍຮັບສະເລ່ຍ 135 ລ້ານໂດລາຕໍ່ປີ.

ທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ໄດ້ເປີດເຜີຍຕໍ່ທີມງານຂ່າວແຂວງ ໄຊຍະບູລີ ໃນວັນທີ 24 ພະຈິກ 2017 ນີ້ ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ.

ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີ ໄດ້ເລີ່ມລົງມືມາແຕ່ປີ 2012 ແລະ ຮອດປີ 2019 ແມ່ນຈະສຳເລັດໄດ້ເປີດເຄື່ອງຜະລິດໄຟຟ້າຈຳໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ໃນປະເທດ ເຊິ່ງມາຮອດປະຈຸບັນສຳເລັດແລ້ວ 85% ໂຄງການໄຟຟ້າພະລັງນໍ້າໄຊຍະບູລີໄດ້ຮັບການອອກແບບ ໂດຍໃຊ້ວິສະວະກຳຊັ້ນນຳຊາວເອັນຈິເນຍຣິງ SoundEngingeering ດ້ານໄຟຟ້າພະລັງນໍ້າ, ໂດຍວິສະວະກອນທີ່ປຶກສາທີ່ມີປະສົບການ ແລະ ຄວາມຊ່ຽວຊານສູງໃນລະດັບສາກົນເຊັ່ນ ບໍລິສັດພອຍຣີ PoyRy , ບໍລິສັດ , ເອເອບຄອມເຊົາຈາກປະເທດສະວິດເຊີແລນ AF-Comsuit, ບໍລິສັດຊີເອັນອາ CNR ຈາກປະເທດຝຣັງ ແລະ ບໍລິສັດທີມກຣຸບTEAMGROUP ຈາກປະເທດໄທ.

ລັກສະນະຂອງເຂື່ອນເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນ ຕໍ່ວິນາທີ, ມີຄວາມສູງ 28,5 ແມັດຄວາມກ້ວາງຂອງສັນເຂື່ອນ 820 ແມັດ ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ນລ່ອງກວ້າງ 12 ແມັດ, ຍາວ 700 ແມັດສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ.

ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ດ້ວຍລາຄາ 500 ກີບຕໍ່ກິໂລວັດໂມງ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປລາວ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.

ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນ ຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ດ້ວຍລາຄາ 500 ກີບຕໍ່ກິໂລວັດໂມງ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປລາວ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ.

 

ແຫລ່ງຂ່າວຈາກ: ລາວອັບເດດ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...