spot_img
Home​ຂ່າວບັນເທິງຊຸດປະຈຳຊາດທີ່ "ຕົ້ນຄຳ ພົນຈັນເຮືອງ" Miss World Laos ໃສ່ໃນຮອບ Dance of the world

ຊຸດປະຈຳຊາດທີ່ “ຕົ້ນຄຳ ພົນຈັນເຮືອງ” Miss World Laos ໃສ່ໃນຮອບ Dance of the world

Published on

ເຫຼືອພຽງ 1 ມື້ເທົ່ານັ້ນກໍ່ຈະຮອດມື້ປະກວດຮອບຕັດສິນ Miss World 2017 ໃນວັນທີ 18 ພະຈິກ 2017 ທີ່ປະເທດຈີນ ແລະ ຈະມີການຖ່າຍທອດສົດໃນເວລາ 18:00 ໂມງ (ເວລາໃນຈີນ) ສ່ວນເວລາບ້ານເຮົາກໍ່ຈະປະມານ 17:00 ໂມງ

ເຖິງແມ່ນວ່າທາງເຟສບຸກກອງປະກວດ Miss World Laos ຈະງຽບເຫງົາບໍ່ຄຶກຄື້ນຄືກັບກອງປະກວດນາງງາມເວທີອື່ນໆ ແຕ່ທາງບັນເທີງລາວໂພສກໍ່ມີຂ່າວມານຳສະເໜີແຟນໆໃຫ້ໄດ້ຮັບຮູ້ໄປພ້ອມໆກັນ ເຊິ່ງແອັດມິນໄດ້ໄປຕິດຕາມຂ່າວການເຄືອນໄຫວທີ່ໄອຈີ ແລະ ນຳເອົາຊຸດປະຈຳຊາດລາວ ທີ່ຈະໃຊ້ໃນກອງປະກວດ Miss World 2017 ມາຝາກ ກໍ່ເປັນໄປຕາມຄາດ ທາງກອງປະກວດເອົາໃຈແຟນຊາວລາວສຸດໆກັນໄປເລີຍ ໂດຍເລືອກຊຸດປະຈຳຊາດທີ່ຈະໃຫ້ນາງ ຕົ້ນຄຳ ພົນຈັນເຮືອງ Miss World Laos ໃສ່ໃນຮອບ Dance of the world ຄືຊຸດ  “ເມືອງຫຼວງພະບາງ” ຈາກຮ້ານພູນສຸກເວດດິ້ງຫຼວງພະບາງ

ຕອນນີ້ທາງກອງປະກວດ Miss World 2017 ໄດ້ມີການເປີດໃຫ້ແຟນຄລັບຂອງສາວງາມແຕ່ລະປະເທດຮ່ວມໂຫວດໃຫ້ນາງງາມຂອງປະເທດ ຕົນເອງ ໂດຍມີເງື່ນໄຂດັ່ງລຸ່ມນີ້:

  1. ຄລິກເຂົ້າໄປທີ່ເຟສບຸກເພຈ ຫຼື ເວັບໄຊຂອງກອງປະກວດ Miss World-www.missworld.com
  2. ເຂົ້າໄປກົດໂຫວດຄລິກເລີຍ: http://www.missworld.com/#/vote
  3. ເຂົ້າໄປສະແດງຄວາມຄິດເຫັນກ້ອງ VDO ວ່າ Laos ແລ້ວ ກົດ ແຊຣ VDO ຄລິກເລີຍ: https://m.facebook.com/story.php…
  4.  ໄປຄອມເມັ້ນໃນວິດີໂອກຸ່ມ 10 ຕອນ 10 ພິມຄຳວ່າ Laos ງ່າຍໆພຽງເທົ່ານີ້ທ່ານກໍ່ສາມາດຊ່ວຍໄດ້ແລ້ວ

ທຸກຜົນໂຫວດຂອງທ່ານຈະຊ່ວຍໃຫ້ ຕົ້ນຄຳ ພົນຈັນເຮືອງ Miss World Laos ສາມາດຜ່ານເຂົ້າຮອບ 40 ຄົນສຸດທ້າຍແບບອັດຕະໂນມັດໄດ້. ຄົນລາວໂຫວດຊ່ວຍລາວ! ສູ້!ສູ້

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...