spot_img
Homeຂ່າວພາຍ​ໃນສປປລາວ ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ຢ່າງສົມກຽດ

ສປປລາວ ຕ້ອນຮັບ ສະຫາຍ ສີ ຈິ້ນຜິງ ຢ່າງສົມກຽດ

Published on

ໃນຕອນບ່າຍຂອງວັນທີ 13 ພະຈິກ 2017 ສະຫາຍ ສີ ຈິ້ນຜິ ​ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນປະທານປະເທດ ​ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ​ເດີນທາງມາ​​ເຖິງ ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ​​ໂດຍເຮືອບິນພິເສດຂອງ ສປ ຈີນ (Boeing 747-800) ເພື່ອດຳເນີນການຢ້ຽມຢາມ ທາງລັດຖະກິດ ສປປ ລາວ ​ໃນລະຫວ່າງ ວັນທີ 13-14 ພະຈິກ 2017 ນີ້.

​​ໃຫ້ກຽດອອກຕ້ອນຮັບ ໂດຍສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ ຮອງປະທານປະເທດ, ​ພ້ອມດ້ວຍການນຳຂັ້ນສູງ ພັກ-​ລັດຖະບານ ແຫ່ງ ສປປລາວ ​ໃຫ້ການຕ້ອນຮັບ ຢ່າງສົມກຽດ.

ພິທີຕ້ອນຮັບ ສະຫາຍ ສີ ຈິ້ນຜິ ພ້ອມດ້ວຍຄະນະ ​ໄດ້ຈັດຂຶ້ນຢ່າງສົມກຽດ ຂອງວັນດຽວກັນ ທີ່ທຳນຽບ ປະທານປະເທດ, ໂດຍ​ ສະຫາຍບຸນຍັງ ວໍລະຈິດ ​ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ​ເທດແຫ່ງ ສປປ  ລາວ ພ້ອມດ້ວຍຄະນະນຳຂັ້ນສູງ ຂອງພັກ-​ລັດຖະບານ ສປປ ລາວ. ​ພາຍຫລັງສຳເລັດ ພິທີຕ້ອນຮັບ ​ຢ່າງເປັນທາງການແລ້ວ ​​ຈະມີພິທີພົບປະສອງຝ່າຍ ເພື່ອປຶກສາຫາລື ​​ແລະ ​ເສີມຂະຫຍາຍ ການຮ່ວມມືຮອບດ້ານໃນຕໍ່ໜ້າ.

ການເດີນທາງມາຢ້ຽມຢາມ ທາງລັດຖະກິດ ສປປ ລາວ ຂອງສະຫາຍ ສີ ຈິ້ນຜິ ຈະເປັນນິມິດໝາຍອັນດີ ໃຫ້ແກ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ​ແລະ ການຮ່ວມມື ຮອບດ້ານຂອງທັງສອງປະເທດ

https://www.facebook.com/XinhuaNewsAgency/videos/2185871188106980/

 

 ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ
ວິດີໂອຂ່າວຈາກ: China Xinhua News

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...