Homeຂ່າວຕ່າງປະເທດຄຣີກີຊ໌ສະຖານ ນຳຮ່າງມ່ຳມີ່ອາຍຸ 1,500ປີ ຮ່າງດຽວໃນປະເທດກັບໄປຝັງລົງຂຸມຄືນ

ຄຣີກີຊ໌ສະຖານ ນຳຮ່າງມ່ຳມີ່ອາຍຸ 1,500ປີ ຮ່າງດຽວໃນປະເທດກັບໄປຝັງລົງຂຸມຄືນ

Published on

ເມື່ອວັນທີ 31 ຕຸລາ 2017 ທີ່ຜ່ານມາ ເອເອຟພີລາຍງານວ່າ ບັນດານັກບູຮານຄະດີທົ່ວໂລກຮຽກຮ້ອງໃຫ້ທາງການຄຣີກີຊ໌ສະຖານນຳຮ່າງມຳມີ່ອາຍຸ 1,500 ປີທີ່ມີຢູ່ພຽງຮ່າງດຽວໃນປະເທດກັບຄືນມາຈາກຂຸມຝັງຢ່າງຮີບດ່ວນ ຫຼັງຈາກທີ່ລັດຖະບານຄຣີກີຊ໌ສະຖານນຳມຳມີ່ອອກຈາກໂລງແກ້ວສູນອາກາດີ່ຕັ້ງສະແດງໃນພິພິດຕະພັນກັບໄປຝັງລົງຫວຂຸມຕັ້ງແຕ່ກາງເດືອນ ຕຸລາ ຕາມຄຳສັ່ງຂອງຄະນະກຳມະທິການແຫ່ງຊາດແຫ່ງລັດ ເຖິງແມ່ນວ່າຈະຖືກຂັດຄ້ານຢ່າງຮຸນແຮງຈາກນັກບູຮານຄະດີ.

ທ່ານ ຕູເກລບາຢີ ຄາຊາຄອຟ ລັດຖະມົນຕີວ່າການກະຊວງວັດທະນະທຳອ້າງວ່າ ມຳມີ່ດັ່ງກ່າວບໍ່ໄດ້ຮັບການດູແລມາຫຼາຍປີແລ້ວ ແລະ ລັດຖະບານບໍ່ມີງົບປະມານພຽງພໍໃນການດູແລຕໍ່ໄປ.

ຂະນະທີ່ ວິກເຕີ ແມຣ໌ ນັກບູຮານຄະດີຂອງສະຫະລັດອາເມລິກາ ກ່າວວ່າ ມຳມີ່ດັ່ງກ່າວມີຄວາມສຳຄັນຕໍ່ການສຶກສາເສັ້ນທາງການຍ້າຍຖິ່ນຂອງປະຊາກອນຈາກມົນທົນຊິນຈຽງຂອງຈີນໄປທີ່ທະວີບເອເຊຍຕະເວັນຕົກ ຈຳເປັນຕ້ອງຂຸດກັບຄືນມາທັນທີ.

ບົດຄວາມຫຼ້າສຸດ

ສານປະຊາຊົນນ ນວ ຕັດສິນອະດີດພະນັກງານທະນາຄານ 10 ຄົນ ໃນຄະດີສໍ້ລາດບັງຫຼວງ ແລະ ຟອກເງິນ

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2026, ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຕັດສິນຄະດີອາຍາຮ້າຍແຮງ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຟອກເງິນ ຈຳນວນ 2...

1,783 ລ້ານບາດ! ໄທ ອະນຸມັດ 1,700 ລ້ານ ໃຫ້ລາວກູ້ຢືມສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ຫຼວງພະບາງເງິນຊ່ວຍເຫຼືອລ້າ (30%)-ຊຽງແມນ

ວັນທີ 8 ກັນຍາ 2026, ທີ່ປະຊຸມຄະນະຮັດຖະມົນຕີ (ຄຣມ.) ຂອງໄທ ໄດ້ມີມະຕິເຫັນດີອະນຸມັດໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນແກ່ ສປປ ລາວ ໃນໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ເຊື່ອມຕໍ່ລະຫວ່າງ ບ້ານຊຽງແມນ (ເມືອງຈອມເພັດ)...

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...