spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດໄຟຟ້າຊ໋ອດເສຍຊີວິດ 2 ຄົນ

ເກີດເຫດໄຟຟ້າຊ໋ອດເສຍຊີວິດ 2 ຄົນ

Published on

 

ເຈົ້າໜ້າທີ່ພະແນກສືບສວນ – ສອບສວນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໄດ້ເກີດເຫດໄຟຟ້າຊ໋ອດຄົນເສຍຊີວິດ

ສອງກໍລະນີຄື ເວລາປະມານ 22:00 ໂມງຂອງວັນທີ 21 ສິງຫາ 2014 ໄດ້ເກີດໄຟຟ້າຊ໋ອດຄົນເສຍຊີວິດຢູ່ຄອງນ້ຳ

ເຂດບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຜູ້ຕາຍຊື່ ທ້າວ ສົນ ອາຍຸ 25 ປີເປັນກຳມະກອນ

ຍ້ອນເອົາສາຍໄຟຕໍ່ລົງໄປຊ໋ອດເອົາປາຢູ່ຄອງນ້ຳ ໃກ້ບ່ອນພັກກຳມະກອນຂອງຮ້ານຂາຍເຄື່ອງກໍ່ສ້າງແຫ່ງໜຶ່ງ

ໃນກໍລະນີນີ້ ເຈົ້າໜ້າທີ່ລະບຸວ່າ ເກີດຈາກຄວາມປະໝາດ ແລະ ການ ໃຊ້ໄຟຟ້າຊ໋ອດເອົາປາກໍເປັນການກະທຳທີ່

ຜິດຕໍ່ລະບຽບກົດໝາຍບ້ານເມືອງນຳອີກ ຈຶ່ງບໍ່ສາມາດດຳເນີນຄະດີໄດ້.

 

 

ອີກກໍລະນີໜຶ່ງແມ່ນເກີດຂຶ້ນເວລາປະມານ 18:00 ໂມງຂອງວັນ ທີ 23 ສິງຫາ 2014 ຢູ່ບ້ານ ໂນນຂີ້ເຫລັກ ເມືອງສີ

ໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງຜູ້ເສຍຊີວິດຊື່ ທ້າວ ຊຽງແກ່ນ ອາຍຸ 45 ປີ ຢູ່ບ້ານດັ່ງກ່າວ, ຍ້ອນເຂົ້າໄປ

ຊ່ວຍເດັກນ້ອຍສອງຄົນຖືກໄຟຊ໋ອດຢູ່ຮົ້ວເຮືອນໃກ້ຄຽງຫລັງໜຶ່ງ ຈົນເຮັດໃຫ້ຕົນເສຍຊີວິດ ແລະ ເດັກນ້ອຍ ກໍໄດ້

ຮັບບາດເຈັບ, ສ່ວນເຈົ້າຂອງເຮືອນຕົ້ນເຫດຊື່ທ້າວໄຊພົງ ລັດອາຍຸ 44ປີ, ເຈົ້າໜ້າທີ່ໄດ້ຈັບຕົວມ ສຶບສວນ-ສອບ

ສວນ ໂດຍຮັບສາລະພາບວ່າ: ສາເຫດທີ່ຕົນຕິດຕັ້ງສາຍໄຟອ້ອມຮົ້ວເຮືອນນັ້ນ ແມ່ນວ່າ: ກ່ອນໜ້ານີ້, ໄດ້ມີຄົນ

ເຂົ້າມາລັກເອົາເປັດ, ໄກ່ທີ່ຕົນລ້ຽງຫລາຍຄັ້ງ ຈຶ່ງໄດ້ຕໍ່ໄຟເພື່ອປ້ອງກັນ ແລະ ບໍ່ຄິດວ່າຈະເກີດຄວາມສູນເສຍຮ້າຍ

ແຮງດັ່ງກ່າວ.  ແນວໃດກໍຕາມ, ເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວໃນຂໍ້ຫາ ປ້ອງກັນເກີນກວ່າເຫດ ເຈດຕະນາໃຫ້ຜູ້ອື່ນ

ເສຍຊີວິດຈຶ່ງຕ້ອງດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58%

ອົດໃຈລໍຖ້າ! ການຂະຫຍາຍບ່າທາງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ມາຮອດປັດຈຸບັນການຂະຫຍາຍບ່າທາງຈຸດປະຕູໄຊ ຫາ 3 ແຍກຄໍາຮຸ່ງໜ້າມະຫາວິທະຍາໄລແຫ່ງຊາດຂອງໂຄງການກໍ່ສ້າງທາງລົດເມດ່ວນ BRT ມີຄວາມຄືບໜ້າຫຼາຍກວ່າ 58% ສ່ວນລະບົບໄຟອໍານາດທີ່ໃຊ້ການບໍ່ໄດ້ ຍ້ອນຜູ້ຮັບເໝົາກໍ່ສ້າງຂະຫຍາຍເສັ້ນທາງສອງຟາກທາງ ສົ່ງຜົນກະທົບກັບສາຍໄຟເຍືອງທາງ...

ນະຄອນຫລວງ ຫາລືເລັ່ງແກ້ໄຂການສະໜອງນໍ້າປະປາ ບໍ່ພຽງພໍ ຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ

ລັດວິສະຫະກິດນ້ຳປະປາ ນວ ປຶກສາຫາລືເລັ່ງແກ້ໄຂບັນຫາການສະໜອວງນ້ຳປະປາທີ່ບໍ່ພຽງພໍ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສະກິດນ້ຳປະປາ ນວ ໄດ້ປຶກສາຫາລືເພື່ອຊອກຫາວິທີແກ້ໄຂການສະໜອງນ້ຳປະປາບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ...

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ ເລີ່ມ 1 ເມສາ-15 ພຶດສະພາ 2025. ສຳນັກຂ່າວຕ່າງປະພເທດລາຍງານໃນວັນທີ 12 ມີນາ 2025 ນີ້ ທ່ານ...

ທ່ານ ນາຍົກລັດຖະມົນຕີຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ. ໃນວັນທີ 11 ມີນາ 2025 ທ່ານ ສອນໄຊ ສີພັນດອນ,...