spot_img
HomeBaby-ແມ່ແລະເດັກສາເຫດ ແລະ ວິທີປ້ອງກັນການສະມັກນົມຂອງລູກ

ສາເຫດ ແລະ ວິທີປ້ອງກັນການສະມັກນົມຂອງລູກ

Published on

ລູກນ້ອຍສະມັກນົມບໍ່ແມ່ນເລື່ອງທີ່ເບິ່ງຂ້າມ ເພາະມັນອາດເປັນອັນຕະລາຍໃຫ້ກັບລູກໄດ້ ເພາະການສະມັກນົມແມ່ນເກີດຈາກການຫາຍໃຈຜິດປົກກະຕິຂອງລູກ ເດັກນ້ອຍບາງຄົນຫາຍໃຈຕິດຂັດ ຫຼື ຫາຍໃຈບໍ່ທັນອາດເສຍຊີວິດໄດ້ ມື້ນີ້ໃນຄໍລຳ ແມ່ ແລະ ລູກ ເຮົາມາຮູ້ຈັກສາເຫດ ແລະ ວິທີປ້ອງກັນການສະມັກນົມຂອງລູກໄປພ້ອມໆກັນເລີຍ

  1. ບໍ່ຄວນໃຫ້ນົມລູກເວລາທີ່ລູກຮ້ອງໄຫ້ຢູ່ ເພາະມັນສ່ຽງເຮັດໃຫ້ລູກສະມັກນົມງ່າຍຂຶ້ນກວ່າເກົ່າ
  2. ເບິ່ງທີ່ຈຸກຫົວນົມບາງເທື່ອຮູໃຫຍ່ຈົນເກີນໄປກໍ່ເຮັດໃຫ້ນົມໄຫລອອກຫຼາຍລູກກືນນົມບໍ່ທັນກໍ່ເຮັດໃຫ້ສະມັກໄດ້
  3. ເມື່ອນ້ຳນົມແມ່ກຳລັງໄຫຼອອກຫຼາຍຈົນເກີນໄປແມ່ນໃຫ້ຄ່ອຍໆປ້ອນນົມລູກ ຄວນມີການພັກໃນບາງເວລາບໍ່ເລັ່ງໃຫ້ລູກດື່ມນົມ
  4. ບາງເທື່ອອາດເກີດວາມຜິດປົກກະຕິທາງອະໄວຍະວະທີ່ກ່ຽວຂ້ອງກັບການດູດກືນ ປອດ ແລະ ຫົວໃຈມີບັນຫາເປັນຕົ້ນ ທ່ານຄວນພາລູກໄປພົບແພດ ຫາເຫັນລູກມີອາການສະມັກນົມຢູ່ເປັນປະຈຳ ແລະ ບໍ່ມີທ່າທີວ່າຈະດີຂຶ້ນ
  5. ຫຼັງໃຫ້ນົມລູກແລ້ວຄວນໃຫ້ລູກນອນຕະແຄງ ຫຼື ພາດໃສ່ບ່າເຮົາ ເພື່ອບໍ່ໃຫ້ເກີດການໄຫລຍ້ອນກັບຂອງນ້ຳນົມອອກມາທາງຫຼອດອາຫານ ຈົນເປັນສາເຫດເຮັດໃຫ້ລູກສະມັກນົມໄດ້

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...