Homeຂ່າວການພັດທະນາລົງນາມຊ່ວຍເຫລືອລ້າຈາກ​ອົງການ​ຝຣັ່ງ ເພື່ອພັດທະນາໂຄງການເຂື່ອນໄຟຟ້າໃນລາວ

ລົງນາມຊ່ວຍເຫລືອລ້າຈາກ​ອົງການ​ຝຣັ່ງ ເພື່ອພັດທະນາໂຄງການເຂື່ອນໄຟຟ້າໃນລາວ

Published on

ພິທີ​ເຊັນ​ສັນຍາ​ ເພື່ອ​ຮັບ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ອົງການ​ຝຣັ່ງ ​ເພື່ອ​ການ​ພັດທະນາ (AFD) ​ເພື່ອ​ສຶກສາ​ການ​ສ້າງ​ຕັ້ງ ສູນ​ປະສານ​ງານ ​ແລະ ​ຕິດຕາມ​ໂຄງການ​ເຂື່ອນ​ໄຟຟ້າໃນ ສປປ ລາວ ​ໄດ້​ມີ​ຂຶ້ນ ​ໃນ​ວັນ​ທີ 25 ຕຸລາ 2017, ລະຫວ່າງ​ທ່ານ ຈັນ​ສະ​​ແຫວ​ງ ບຸນ​ຍົງ ວ່າການ​ຫົວໜ້າ ​ກົມ​ນະ​ໂຍບາຍ ​ແລະ ​ແຜນ​ພະລັງງານ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ກັບ ທ່ານ​ ນາງ Elisabeth Ayrault ປະທານ​ບໍລິຫານ​ ຂອງ​ບໍລິສັດ CRN Engineering, ​ໂດຍ​ມີ ທ່ານ ນາງ ​ໂກຣດິນ ​ເລີ​ດູ ​ເອກ​ອັກຄະ​ລັດຖະທູ​ດຝຣັ່ງ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່​ກ່ຽວຂ້ອງສອງ​ຝ່າຍ ​ເຂົ້າ​ຮ່ວມ ​ເປັນ​ສັກຂີ​ພິຍານ.

ໃນ​ການ​ລົງ​ນາມ​ສັນຍາດັ່ງກ່າວໃນຄັ້ງນີ້, ​ກໍເພື່ອແນ​ໃສ່​ສຶກສາ​ການ​ສ້າງ​ໃຫ້​ມີ​ສູນ​ປະສານ​ງານ ​ແລະ ຕິດຕາມ​ການ​ເຮັດ​ວຽກຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ໃນ ສປປ ລາວ, ​ໂດຍ​ສະ​ເພາະ​ແມ່ນໂຄງ ການ​ຢູ່​ຕາມ​ສາຍ​ນ້ຳ ທີ່​ມີ​ຜູ້​ພັດທະນາ​ຕ່າງ​ກັນ, ​ເພື່ອ​ເປັນ​ສູນ​ສັງ​ລວມຂໍ້​ມູນ ​ແລະ ​ແລກປ່ຽນຂໍ້​ມູນ​ເຊິ່ງ ກັນ ​ແລະ ກັນ ​ໃນ​ອະນາຄົດ.
ແຫລ່ງຂ່າວ: ກິດ​ຕາ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...