ຣັດເຊຍທ້ວງອາເມລິກາຮົບກັບກຸ່ມໄອເອສເປັນພຽງການສະແດງລະຄອນເທົ່ານັ້ນ

ສຳນັກຂ່າວຕ່າງປະເທດລາຍງານ 11 ຕຸລາ 2017 ວ່າ ທ່ານ ພົນຕີ ອິກໍ ໂຄນາເຊນຄັອບ ໂຄສົກກະຊວງປ້ອງກັນປະເທດຣັດເຊຍ ຖະແຫລງເມື່ອວັນອັງຄານທີ່ຜ່ານມາວ່າ ກອງທັບສະຫະລັດ ອາເມລິກາ ແລະ ພັນທະມິດຫຼຸດລະດັບການໂຈມຕີທາງອາກາດໃນອິຣັກແບບມີເງື່ອນງຳ ນັບຕັ້ງແຕ່ເດືອນກັນຍາ 2017 ທີ່ຜ່ານມາ ເຊິ່ງເປັນໄລຍະດຽວກັນທີ່ກອງທັບຊີຣີໄດ້ຍົກລະດັບປະຕິບັດການໂຈມຕີໃນແຂວງ ເດອີ ເອສຊໍ ທີ່ຢູ່ທາງພາກຕາເວັນອອກຂອງປະເທດ ເພື່ອຂັບໄລ່ກຸ່ມໄອເອສ, ພຶດຕິກຳດັ່ງກ່າວຄ້າຍຄືກັບເປັນການ “ອຳນວຍຄວາມສະດວກ” ໃຫ້ແກ່ກຸ່ມໄອເອສ ໃນອິຣັກຂ້າມຊາຍແດນເຂົ້າມາຊ່ວຍເຫຼືອສະມາຊິກທີ່ກຳລັງຖືກປິດລ້ອມຢູ່ໃນແຂວງ ເດອີ ເອສຊໍ.

ໂຄສົກກະຊວງປ້ອງກັນປະເທດຣັດເຊຍໄດ້ກ່າວຕໍ່ໄປວ່າ ເຖິງແມ່ນວ່າກອງທັບ ສ.ອາເມຣິກາ ແລະ ພັນທະມິດຍັງຄົງປະຕິບັດການໃນຊີຣີຢູ່ກໍ່ຕາມ ນັ້ນເປັນພຽງ “ເຫດຜົນບາງປະການເທົ່ານັ້ນ” ແຕ່ ສ.ອາເມຣິກາ ຕ້ອງຊີ້ແຈງສະຖາ ນະການບໍລິເວນຕາມເຂດຊາຍແດນທາງຕາເວັນອອກຂອງແມ່ນ້ຳຢູເຟຣຕິສ ວ່າຕ້ອງການສ້າງຄວາມຫຍຸ້ງຍາກໃຫ້ກັບກອງທັບຊີຣີບໍ່ ເພາະກອງທັບຊີຣີກຳລັງປະຕິບັດການຢູ່ໃນແຂວງເດອີ ເອສຊໍ ຫຼື ເປັນຍຸດທະສາດໃນການຂັບໄລ່ກຸ່ມໄອເອສອອກຈາກອິຣັກ ດ້ວຍການປ່ອຍໃຫ້ອົບພະຍົບເຂົ້າມາເປັນເປົ້າໝາຍໃນການໂຈມຕີທາງອາກາດຂອງກອງທັບຊີຣີ ແລະ ຣັດເຊຍກັນແທ້.

ຂະນະດຽວກັນກະຊວງປ້ອງກັນປະເທດ ສ.ອາເມຣິກາ ກໍ່ໄດ້ອອກຖະແຫຼງການປະຕິເສດຂໍ້ກ້າວຫາຂອງຣັດເຊຍ ພ້ອມທັງຢືນຢັນວ່າເປົ້ນໝາຍຂອງປະຕິບັດການທາງການທະຫານໃນອິຣັກ ແລະ ຊີຣີ ຄືການກວາດລ້າງກຸ່ມໄອເອສໃຫ້ໝົດໄປເທົ່ານັ້ນ.

1 COMMENT

  1. ກະຊວງປ້ອງກັນປະເທດ ສ.ອາເມຣິກາ ກໍ່ໄດ້ອອກຖະແຫຼງການປະຕິເສດຂໍ້ກ້າວຫາຂອງຣັດເຊຍ ພ້ອມທັງຢືນຢັນວ່າເປົ້ນໝາຍຂອງປະຕິບັດການທາງການທະຫານໃນອິຣັກ ແລະ ຊີຣີ ຄືການກວາດລ້າງກຸ່ມໄອເອສໃຫ້ໝົດໄປເທົ່ານັ້ນ. ແຕ່ຄືບໍ່ເຫັນໝົດຈັກເທື່ອລະ…?

Comments are closed.