ສະຫະລັດມອບເງິນເຂົ້າກອງທຶນດ້ານມະນຸດສະທຳແກ່ຜູ້ລີ້ໄພຊາວໂຣຮິນຢາ 32 ລ້ານໂດລາ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 20 ກັນຍາ 2017 ວ່າ ທ່ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີສະຫະລັດ ກ່າວຕໍ່ທີ່ປະຊຸມຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) ວ່າດ້ວຍພາລະກິດຮັກສາສັນຕິພາບ ເມື່ອວັນພຸດ ປະນາມການກະທຳອັນ “ປ່າເທື່ອນ ແລະ ໂຫດຮ້າຍ” ຂອງກອງທັບມຽນມາຕໍ່ຊາວໂຣຮິນຢາໃນລັດຍະໄຂ່ ເຊິ່ງບີບບັງຄັງໃຫ້ເກີດການລີ້ໄພຂອງຊາວໂຣຮິນຢາຫຼາຍກງວ່າ 422,000 ຄົນໃນບັງກາລາເທດ ນັບຕັ້ງແຕ່ວັນທີ 25 ສິງຫາເປັນຕົ້ນມາ ແລະ ລັດຖະບານວໍຊິງຄັນຮຽກຮ້ອງມໃຫ້ຢູເອັນເອສຊີໃຊ້ “ມາດຕະການຂັ້ນເດັດຂາດ ແລະ ໄວທີ່ສຸດ” ເພື່ອຢຸດຕິວິກິດການດັ່ງກ່າວໃນຄັ້ງນີ້

ຢ່າງໃດກໍ່ຕາມ ເພນຊ໌ກ່າວວ່າສະຫະລັດມີຄວາມຍິນດີຕໍ່ຖ້ອຍຄຳຖະແຫຼງການຫຼ້າສຸດຂອງທ່ານນາງ ອອງຊານຊູຈີ ລັດຖະມົນຕີແຫ່ງລັດມຽນມາ ເຊິ່ງເປັນສັນຍານບວກໃນການໃຫ້ຄວາມຊ່ວຍເຫຼືອຜູ້ລີ້ໄພຊາວໂຣຮິນຢາໃນບັງກາລາເທດ ແລະ ໃນເວລາດຽວກັນນັ້ນກະຊວງການຕ່າງປະເທດໃນນະຄອນຫຼວງວໍຊິງຕັນປະກາດຈັດສົ່ງງົບປະມານອີກ 32 ລ້ານໂດລາ ເພື່ອສະໜັບສະໜູນໂຄງການມອບຄວາມຊ່ວຍເຫຼືອດ້ານມະນຸດສະທຳແກ່ຜູ້ລີ້ໄພຊາວໂຣຮິນຢາອີກດ້ວຍ