ນະຄອນຫຼວງວຽງຈັນ ເລັ່ງພັດທະນາການສຶກສາ ໃຫ້ເຊື່ອມໂຍງກັບມາດຕະຖານສາກົນ

ພິທີ​ໄຂ​ສົກຮຽນ​ໃໝ່ 2017-2018 ຂອງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນະຄອນຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງຫາ 2017 ທີ່​ໂຮງຮຽນ​ມິດຕະພາບ​ນະຄອນຫຼວງ​ວຽງ​ຈັນ-ໂຮ່​ຈີ​ມິງ ໂດຍ​ການ​ເປັນປະທານ​ຂອງທ່ານ ຊົມ​ພູ ແກ້ວ​ປັນຍາ ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ ນວ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ຕາງໜ້າ​ຈາກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແຂກ​ຖືກ​ເຊີນ ພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າ​ຮ່ວມ.

ທ່ານ ຊົມ​ພູ ແກ້ວ​ປັນຍາ ກ່າວວ່າ: ໃນ​ສົກຮຽນ​ຜ່ານ​ມາ ທົ່ວ​ນະຄອນ​ຫຼວງ​ມີ​ຈຳນວນ​ໂຮງຮຽນ​ທັງໝົດ 1.031 ແຫ່ງ ເພີ່ມ​ຂຶ້ນ 38 ແຫ່ງ ຈຳນວນ​ຄູ​ສອນ​ມີ 8.190 ຄົນ ຍິງ 6.260 ຄົນ ຈຳນວນນັກຮຽນ​ມີ 195.765 ຄົນ ຍິງ 95.245 ຄົນ ທຽບໃສ່​ປີ​ຜ່ານມາ​ເພີ່ມ​ຂຶ້ນ 9.400 ຄົນ ເທົ່າ​ກັບ 4,8% ເວົ້າ​ລວມ​ແລ້ວ ນວ ສາມາດ​ບັນລຸ​ການ​ສຶກ​ສາ​ເພື່ອ​ທຸກຄົນແຕ່​ອາຍຸ 11 ປີ​ຂຶ້ນ​ໄປ ​ຍັງຮຽນ​ຢູ່​ຊັ້ນ​ປະຖົມ​ສຶກ​ສາ ຈຳນວນ 4.563 ຄົນ ທຽບໃສ່​ຈຳນວນນັກຮຽນ​ຊັ້ນ​ປະຖົມ​ທັງ​ໝົດ 6,07% ສຳລັບ​ການ​ປັບປຸງ​ຄຸ​ນະພາບ​ການ​ຮຽນ-ການ​ສອນ ມີ​ນັກຮຽນ​ເກ່ງ​ລະດັບ​ຊາດຂັ້ນ ປ5 ໄດ້ອັນ​ດັບ 1 ມີ 2 ວິຊາຄື: ພາສາລາວ ແລະ ວິຊາ​ຄະນິດສາດ ອັນດັບ 2 ວິຊາ​ໂລກ​ອ້ອມ​ຕົວ ຂັ້ນ ມ4 ໄດ້​ອັນ​ດັບ​ທີ 1 ທັງ 4 ວິຊາ ຂັ້ນ​​ ມ7 ໄດ້​ອັນ​ດັບ​ທີ 2 ທັງ 4 ວິຊາ.

ສຳລັບ​ການ​ສຶກ​ສາ​ນອກ​ໂຮງຮຽນ ຫຼັງ​ຈາກ​ມີ​ການ​ປະກາດ​ຈົບວຽກ​ງານ​ບຳລຸງ​ມັດທະຍົມ​ຕົ້ນສຳລັບ​ປະຊາຊົນເປັນ​ທາງ​ການ ກໍ່​ໄດ້​ສືບຕໍ່​ສຳ​ຫຼວດ​ສະຖິຕິ ເພື່ອຍົກ​ລະດັບ​ການ​ສຶກ​ສາ​ໃຫ້​ແກ່ຊາວ​ໜຸ່ມ ພະນັກງານ ທະຫານ ຕຳຫຼວດຢູ່ 6 ຈຸດ ໄດ້​ມີ​ການ​ຍົກລະດັບ​ແຕ່ ມ1-ມ7 ມີ​ທັງ​ໝົດ 975 ຄົນ ຍິງ 448 ຄົນ ໃນ​ນັ້ນ ມ7 ມີ 614 ຄົນ ຍິງ 239 ຄົນ ພ້ອມ​ທັງ​ສົ່ງເສີມ​ວຽກ​ງານ​ວິຊາຊີບ​ຂັ້ນ​ພື້ນຖານ ແລະ ຜົນງານອື່ນໆ​ອີກ​ຫຼາຍ​ດ້ານ.

ສຳລັບ​ແຜນ​ພັດທະນາ​ການສຶກ​ສາ​ໃນ​ສົກຮຽນ 2017-2018 ເພື່ອ​ບັນລຸ​ໄດ້​ຕາມ​ຄາດໝາຍ ນະໂຍ​ບາຍ ແລະ ຍຸດ​ທະ​ສາດ​ປະຕິຮູບ​ລະບົບ​ການ​ສຶກ​ສາ​ແຫ່ງ​ຊາດໄລຍະ​ສອງ ເພື່ອ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງພັກ ໂດຍ​ຕິດ​ພັນ​ກັບ​ຂະ​ບວນ​ຮັກຊາດ ແລະ ພັດທະນາ ດ້ວຍ​ຈິດໃຈ 4 ບຸກ​ທະລຸຄາດໝາຍ​ລວມ ນັກຮຽນ​ທຸກ​ຄົນ​ຕ້ອງ​ມີ​ຄວາມ​ຮູ້ ຄວາມ​ສາມາດ​ຂັ້ນ​ພື້ນຖານ​ທີ່​ຈຳເປັນ ພ້ອມ​ທັງ​ມີ​ສຸຂະພາບ​ແຂງແຮງ ເພື່ອ​ສາມາດ​ເຂົ້າ​ເຮັດ​ວຽກຕາມ​ຕະຫຼາດ​ແຮງ​ງານ ຫຼື ສືບຕໍ່ຮຽນ​ໃນ​ການ​ສຶກ​ສາ​ຫຼັງ​ຂັ້ນ​ພື້ນຖານ (ມັດທະຍົມ​ຕອນ​ປາຍ) ສະໜອງ​ການ​ສຶກ​ສາ​ຂັ້ນ​ພື້ນຖານ ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ຂະຫຍາຍຕົວຂອງ​ເສດຖະກິດ-ສັງຄົມ ໃນ​ແຕ່ລະ​ໄລຍະ ພ້ອມ​ທັງ​ສາມາດເຊື່ອມ​ໂຍງ​ກັບ​ມາດຕະຖານ​ຂອງພາກ​ພື້ນ ແລະ ສາກົນ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່