spot_img
Homeຂ່າວທ້ອງຖິ່ນທຸກຄົນຕ້ອງເປັນເຈົ້າການນຳກັນ ສ້າງເສັ້ນທາງໃຫ້ສະອາດ

ທຸກຄົນຕ້ອງເປັນເຈົ້າການນຳກັນ ສ້າງເສັ້ນທາງໃຫ້ສະອາດ

Published on

ປັດຈຸບັນ ນະຄອນຫຼວງ​ວຽງ​ຈັນ ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ດ້ານ ໃນ​ນີ້ ການ​ພັດທະນາ​ພື້ນຖານໂຄງ​ລ່າງ ເປັນຕົ້ນ ຖະໜົນ​ຫົນທາງ ໄດ້​ມີ​ການ​ກໍ່ສ້າງ​ຫຼາຍ​ເສັ້ນ ເພື່ອ​ໃຫ້​ປະຊາຊົນ​ໄດ້​ມີ​ເສັ້ນທາງທຽວ​ໄປ​ມາ​ສະດວກ​ສະບາຍ ຄຽງ​ຄູ່​ກັບ​ການ​ພັດທະນາ​ດັ່ງກ່າວ ໄດ້​ພົບ​ບັນຫາ​ຂີ້​ເຫຍື້ອ​ຂອງກຸ່ມ​ຄົນ ຫຼື ປະຊາຊົນ​ຜູ້​ທີ່​ຂີ້ຄ້ານມັກງ່າຍ ​ບໍ່​ເປັນ​ເຈົ້າ​ການ​ໃນ​ການຮັກສາ​ຄວາມ​ສະອາດ ນຳ​ເອົາ​ໄປລັກ​ຖິ້ມ​ໃສ່​ເສັ້ນທາງ ໂດຍ​ສະເພາະ ຈະ​ພົບ​ເຫັນ​ຢູ່​ເສັ້ນທາງ 450 ປີ ແລະ ເສັ້ນທາງ​ຕັດ​ໃໝ່ອື່ນໆ ເຊິ່ງ​ເຮັດ​ໃຫ້​ສັງຄົມ​ມີ​ຫາງສຽງ​ຈົ່ມ​ວ່າ ອີກ​ບັນຫາ​ໜຶ່ງ ກໍ່​ຄືຄວາມ​ເປິະ​ເປື້ອນ​ຂອງ​ເສັ້ນທາງ ເນື່ອງ​ຈາ​ກວ່າ​ເປັນ​ເຂດ​ກຳລັງ​ກໍ່ສ້າງ ບັນຫາ​ການ​ຖົມ​ດິນ​ຂອງລົດ​ຂົນ​ຫີນ ຂົນ​ດິນ​ຕ່າງໆ​ ໄດ້​ມີດິນ-ຊາຍ​ຕົກ​ໃສ່​ຖະໜົນ​ຫົນທາງ ພ້ອມ​ນັ້ນຍັງ​ມີ​ຄວາມ​ເປິະ​ເປື້ອນຂອງ​ທາງ​ຮ່ອມ​ທາງ​ຊອຍ​ ທີ່​ຍັງ​ບໍ່ທັນ​ປູ​ເບ​ຕົງ ຍາມ​ລະດູຝົນ​ລົດຂອງ​ປະຊາຊົນ​ອອກ​ຕາມ​ເສັ້ນທາງ​ຮ່ອມ ​ແລ້ວ​ຢຽບ​ຂີ້ຕົມ​ມາ​ໃສ່ ແລະ ອື່ນໆ.

ທ່ານ​ນາງ ບົວ​ວອນ ຈັນທະລາຕີ ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ ແລະ ບໍລິການ​ຕົວ​ເມືອງ​ວຽງ​ຈັນ (​ຄບຕ) ໄດ້​ໃຫ້​ສຳພາດ​ວ່າ: ສາເຫດ​ຂອງ​ຂີ້​ເຫຍື້ອ ຄວາມ​ເປິະເປື້ອນ​ຍ້ອນ​ງົບປະມານ​ບໍ່​ມີ​ພຽງພໍ​ໃນ​ການ​ຄຸ້ມ​ຄອງ​ເສັ້ນທາງ ເຮັດໃຫ້​ສັງຄົມ​ເປັນ​ຫ່ວງ​ເປັນ​ໃຍ ແລະ ຕຳ​ນິ​ສົ່ງ​ຂ່າວ ຕໍ່​ກັບ​ສະພາບ​ທີ່ເກີດ​ຂຶ້ນ ຫ້ອງການ ​ຄບຕ ໄດ້​ມີຄວາມ​ເປັນ​ຫ່ວງ​ເປັນ​ໃຍ ໂດຍພາຍ​ໃຕ້​ການ​ນຳພາ​ຂອງ​ອົງຄະນະ​ພັກ​ປົກຄອງ ນວ ໄດ້​ມີ​ການຄົ້ນຄວ້າ​ເອົາໃຈໃສ່​ແກ້​ໄຂ​ບັນຫາມີ​ມະຕິ​ສະບັບ​ເລກ​ທີ 03 ກ່ຽວ​ກັບວຽກ ແລະ ມາດ​ຕະການ​ຮັກສາຄວາມ​ສະອາດ​ຂອງ​ອົງການ​ປົກຄອງ ນວ ໄດ້​ກຳນົດ​ນະໂຍບາຍ 6 ສ ໃນ​ນັ້ນ ສ ສະອາດ ໄດ້​ແຍກອອກ​ມາ​ເປັນ 8 ສະອາດ ແຕ່​ໃນແຜນ​ວຽກ ແລະ ມາດ​ຕະການກ່ຽວ​ກັບ​ເສັ້ນທາງ​ໄດ້​ສຸມ​ໃສ່​ຖະໜົນ​ຫົນທາງ​ສະອາດ ເລັ່ງ​ໃສ່ມາດ​ຕະການ​ຕໍ່​ຜູ້​ລະເມີດ ຕາມ​ທີ່ໄດ້​ລະບຸ​ໄວ້​ໃນ​ມະຕິ​ຕົກລົງ​ດັ່ງກ່າວ ຄື: ຖ້າ​ຜູ້​ໃດ​ເອົາ​ຂີ້​ເຫຍື້ອໄປ​ລັກ​ຖິ້ມ ເຈົ້າ​ໜ້າທີ່​ຈັບ​ໄດ້​ຈະປັບ​ໃໝ 100 ເທົ່າ ຈາກ​ປົກ​ກະຕິ​ເກັບ​ຄ່າ​ຂີ້​ເຫຍື້ອ 400 ກີບຕໍ່​ກິໂລ ຈະ​ກາຍເປັນ 40.000 ກີບ​ຕໍ່ກິ​ໂລ ສ່ວນ​ບັນຫາ​ລົດ​ຂົນ​ຫີນ-ຊາຍ ລົດ​ເທ​ປູນ​ຕ່າງໆ ທີ່​ສ້າງຄວາມ​ເປິະ​ເປື້ອນ​ຕໍ່​ຫົນທາງ​ ໄດ້​ມີມາດ​ຕະການ​ປັບ​ໃໝ​ຄັນ​ໜຶ່ງ ​ຄັ້ງໜຶ່ງ 1 ແສນ​ກີບ ພ້ອມ​ທັງ​ຮັບ​ຜິດຊອບ​ຄ່າ​ລ້າງ​ທາງ​ຖ້າ​ເປື້ອນ​ຫຼາຍຄັນ​ໜຶ່ງ 5 ແສນ​ກີບ ຫຼື ຕາມ​ຈຳນວນ​ທີ່​ໃຊ້​ລ້າງ ຜ່ານ​ມາ​ແມ່ນ​ໄດ້ຈັດ​ຕັ້ງ​ປະຕິບັດ​ແລ້ວ.

ເພື່ອ​ເຮັດ​ໃຫ້ ນວ ກາຍເປັນນະຄອນຫຼວງ​ທີ່​ສະອາດ ແລະ ໜ້າ​ຢູ່​ຂອງ​ໝົດ​ທຸກ​ຄົນ ຮຽກຮ້ອງໃຫ້​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່ ໃຫ້ເປັນ​ເຈົ້າ​ການ​ຮັກສາ​ຄວາມ​ສະອາດ​ຊ່ວຍ​ກັນ ແລະ ພ້ອມ​ກັນຈັດ​ຕັ້ງ​ປະຕິບັດ​ຄຳ​ຂວັນ 5 ຮ່ວມ ທີ່​ອົງການ​ປົກຄອງ ນວ ວາງອອກ ຄື: ຮ່ວມ​ຢູ່ຮ່ວມ​ປົກ​ປັກ​ຮັກສາ ຮ່ວມ​ສ້າງສາ​ພັດ​ທະນະ​ນາຮ່ວມ​ແກ້​ໄຂ​ບັນຫາ ແລະ ຮ່ວມຈະເລີນ​ກ້າວໜ້າ​ໄປ​ນຳ ນວ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...