ຣັດເຊຍ-ອິນໂດເນເຊຍເພີ່ມຄວາມຮ່ວມມືຕໍ່ຕ້ານການກໍ່ການຮ້າຍ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 10 ສິງຫາ 2017 ນີ້ວ່າ ທ່ານ ເຊີຣເກ ລາຟຣອບ ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ກ່າວຫຼັງການພົບປະຫາລື ກັບ ທ່ານ ນາງ ເຣດໂນ ທາຣ໌ຊູດີ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ເມື່ອວັນພຸດທີ່ຜ່ານມາວ່າ ທັງສອງປະເທດເຫັນພ້ອມການຍົກລະດັບຄວາມຮ່ວມມືດ້ານການປ້ອງກັນ ແລະ ຕໍ່ຕ້ານໄພຄຸກຄາມຈາກການກໍ່ການຮ້າຍ ໂດຍສົ່ງເສີມການຮ່ວມມືດ້ານຄວາມປອດໄພທາງໄຊເບີຣ ແລະ ການຊອກຫາມາດຕະການຮັບມືໄພຄຸກຄາມຈາກກຸ່ມກໍ່ການຮ້າຍ ໂດຍສະເພາະກຸ່ມໄອເອສ

 

 

ຂ່າວ ແລະ ຮູບຈາກ: www.dailynews.co.th