ຄະນະເລຂາທິການສະພາແຫ່ງຊາດ ຕີລາຄາຄືນວຽກງານ 6 ເດືອນຕົ້ນປີ 2017

ຂປລ. ​ໃນ​ວັນ​ທີ 4 ສິງຫາ 2017 ນີ້ ຄະນະ​ເລຂາສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ຕີ​ລາຄາ​ກາ​ນ​ເຄື່ອນ​ໄຫວ​ວຽກ​ງານ 6 ​ເດືອນຕົ້ນ​ປີ ​ແລະ ​ແຜນການ​ເຄື່ອນ​ໄຫວ​ 6 ​ເດືອນ​ທ້າຍ​ປີ 2017 ​​ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ນາງ ສວນ​ສະຫວັນ ວິ​ຍາ​ເກດ ​ເລຂາທິການ​ສະພາ​ແຫ່ງ​ຊາດ, ມີ​ທ່ານ ນາງ ສີ​ໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ຂອງ​ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ສຸບັນ​ ສະວະ​ບຸດ ຮອງ​ເລຂາທິການ​ສະພາ​ແຫ່ງ​ຊາດ ​ໄດ້​ຊີ້ໃຫ້​​ເຫັນ​ເຖິງ​ການເອົາ​ໃຈ​ໃສ່​ຊີ້​ນຳ-ນຳພາ ດ້ານ​ການ​ເມືອງ​ແນວ​ຄິດຂອງ​ພະນັກງານ-ລັດຖະກອນ ​ທັງຊຸກຍູ້​​ໃຫ້ເຂົ້າ​ຮ່ວມ​ຮັບ​ຟັງການ​ເຜີຍ​ແຜ່ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ບັນດາ​ມະຕິ​ຄຳ​ສັ່ງ, ເອກະສານ​ສຳຄັນ​ຕ່າງໆ ​ແລະ ​ເຂົ້າ​ຮ່ວມ​ຮັບ​ຟັງການ​ປາຖະກະຖາ​ເລົ່າ​ມູນ​ເຊື້ອ​ວັນ​ສຳຄັນ​ອື່ນໆຂອງ​ພັກ, ຂອງ​ຊາດ​ຕາມ​ທີ່ສະພາ​ແຫ່ງ​ຊາດ​ຈັດ​ຂຶ້ນ; ​​ເອົາ​​ໃຈ​ໃສ່​ຊຸກ​ຍູ້ວຽກ​ງານ​ດ້ານ​ວິຊາ​ສະ​ເພາະ ເປັນຕົ້ນວຽກງານ​ຮັບ​ໃຊ້​ກອງ​ປະຊຸມຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະສານ​ສົມທົບ​ກັບພາກສ່ວນ​ກ່ຽວຂ້ອງ ກຳນົດ​ເອົາ​ເນື້ອ​ໃນ​ເອກະສານ ​ແລະ ຮ່າງ​ບົດ​ບັນ​ທຶກ​ກອງ​ປະຊຸມ. ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ ​ໄດ້​ຮັບ​ໃຊ້​ກອງ​ປະຊຸມ​ທັງ​ໝົດ​ຈຳນວນ 13 ຄັ້ງ ​ໃນ​ນັ້ນ, ​ກອງ​ປະຊຸມ​ສະ​ໄໝ​ວິສາມັນຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 7 ຄັ້ງ ​ເຊິ່ງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຄົ້ນຄວ້າ​ພິຈາລະນາ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ເນື້ອ​ໃນ​ ໄດ້​ທັງ​ໝົດ​ຈຳນວນ 53 ​ເນື້ອ​ໃນ, ນອກ​ນີ້ ຍັງ​ໄດ້​ກະກຽມ​ຮັບ​ໃຊ້​ກອງ​ປະຊຸມ​ໃຫ້​ຄະນະ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ກອງ​ປະຊຸມ​ອື່ນໆ​ທີ່​ປິ່ນ​ອ້ອມ.

ສຳລັບທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ 6 ​ເດືອນທ້າຍ​ປີ 2017 ​ແມ່ນ​ໃຫ້​ສືບ​ຕໍ່ເອົາ​ໃຈ​ໃສ່​ວຽກງານເລຂານຸການ​ ກະກຽມ​ດ້ານ​ເນື້ອ​ໃນທີ່ຢູ່​ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ ​ແລະ ປະສານ​ສົມທົບ​ກັບ​ພາກສ່ວນ​ທີ​ກ່ຽວຂ້ອງ​ ທັງ​ພາຍ​ໃນ ​ແລະ ພາຍ​ນອກ ​ເພື່ອ​ຮັບ​ໃຊ້​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII, ກອງ​ປະຊຸມ​ລະຫວ່າງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ລັດຖະບານ, ອົງການ​ກວດ​ສອບ​ແຫ່ງ​ລັດ, ອົງການ​ປົກ​ປ້ອງ ​ແລະ ກົດໝາຍ ​ແລະ ກອງ​ປະຊຸມ 4 ຫ້ອງ​ວ່າການ​ທົ່ວ​ປະ​ເທດ.

 

ແຫລ່ງຂ່າວ: ຂປລ