spot_img
Homeຂ່າວການພັດທະນາປະທານສະພາແຫ່ງຊາດ ລົງຕິດຕາມການເຈະອຸບມົງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ

ປະທານສະພາແຫ່ງຊາດ ລົງຕິດຕາມການເຈະອຸບມົງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ

Published on

ຂປລ. ວັນທີ 31 ກໍລະກົດ 2017 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນ ແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຢ້ຽມຢາມ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່​ເຂດກໍ່ສ້າງ ບ້ານພອນໄຊ ເມືອງຫລວງພະບາງ.

ການລົງຢ້ຽມຢາມຄັ້ງນີ້, ທ່ານ ຄອງສົງ ຜູ້ຮັບຜິດຊອບວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ ສປ ຈີນ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດ ການເຈາະອຸມົງ ​ໃນບ້ານພອນໄຊ ຕໍ່ ປະທານສະພາ ໄດ້ຮັບຊາບ​ວ່າ: ອຸມົງດັ່ງກ່າວ ມີຄວາມຍາວ 3.487 ແມັດ ໄດ້ເລີ່ມການກໍ່ສ້າງ ນັບແຕ່ເດືອນເມສາ ປີ 2017 ເປັນຕົ້ນມາ ໂດຍເຈາະ ເບື້ອງພ້ອມກັນ. ສຳລັບເບື້ອງທາງເຂົ້າ ເຂດບ້ານພອນໄຊ ສາມາດເຈາະເຂົ້າໄປໄດ້ 70 ແມັດ, ສ່ວນເບື້ອງທາງອອກເຂດບ້ານພິກໃຫຍ່ ເຈາະເຂົ້າໄດ້ 65 ແມັດ ພາຍຫລັງເຈາະແລ້ວ ແມ່ນໃຊ້ເບຕົງ ແລະ ຊີມັງອັດ​ແໜ້ນ ເພື່ອໃຫ້ມີຄວາມແຂງແກ່ນບໍ່ໃຫ້ດິນຍຸບ ແລະ ປອດໄພໃນການກໍ່ສ້າງ, ການ​ຕີ​ລາຄາ​ເບື້ອງ​ຕົ້ນ​ພົບ​ວ່າ ອຸມົງ​ດັ່ງກ່າວ ຈະມີອາຍຸການນຳໃຊ້ໄດ້ປະມານ 100 ປີ ​ແລະ ​ໂຄງ​ກໍ່ສ້າງ​ທາງ​ລົດ​ໄຟ ຈະໃຫ້ສຳເລັດໃນ ເດືອນພຶດສະພາປີ 2020.

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຢ້ຽມຢາມການກໍ່ສ້າງ ຂົວຂ້າມນ້ຳຂອງ ເຂດດັ່ງກ່າວ ພ້ອມທັງຮັບຟັງ ການລາຍງານການກໍ່ສ້າງ ຈາກຄະນະຮັບຜິດຊອບ ວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ ສປ ຈີນ ຕື່ມອີກ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...