spot_img
Homeຂ່າວພາຍ​ໃນໃໝ່! ເດິນິວອີຊູຊຸ ມິວ-ເອັກບລູພາວເວີ ເລີ່ມເປີດຈຳໜ່າຍໃນລາວແລ້ວ!

ໃໝ່! ເດິນິວອີຊູຊຸ ມິວ-ເອັກບລູພາວເວີ ເລີ່ມເປີດຈຳໜ່າຍໃນລາວແລ້ວ!

Published on

ຂປລ. ບໍລິສັດຕຣີເພັດ ອີຊູຊຸເຊວສ ຈຳກັດ ໄດ້ນຳເອົາລົດຮຸ້ນໃໝ່ ເດິນິວ ອີຊູຊຸມິວ-ເອັກ ບລູພາວເວີ ມາຈຳໜ່າຍ ໃນຕະຫລາດ ສປປ ລາວ ເຊິ່ງລົດຮຸ້ນດັ່ງກ່າວ, ເປັນລົດອະເນກປະສົງ ທີ່ມາພ້ອມກັບການອອກແບບທີ່ທັນສະໄໝ, ສະກົດທຸກສາຍຕາ ພ້ອມສະມັດຖະນະອັນຊົງພະລັງ, ຕອບຮັບທຸກໄລຟສະໄຕລກັບຮູບ​ໂສມໃໝ່, ສະປອດຫລູຫລາ, ສະຫງ່າງາມ ແລະ ພຽບພ້ອມໄປດ້ວຍ ຟັງຊັນໃຊ້ງານທີ່ທັນສະໄໝ, ລາຄາເລີ່ມຕົ້ນ 380 ລ້ານກີບ.

ລົດຮຸ້ນໃໝ່ ເດິນິວອີຊູຊຸ ມິວ-ເອັກບລູພາວເວີ,ມາພ້ອມກັບຄວາມທັນສະໄໝ, ໃຫ້ພະລັງແຮງ, ປະຢັດນ້ຳມັນ, ຂັບເຄື່ອນ 4 ລໍ້ ແລະ 2 ລໍ້, ເຄື່ອງຈັກອີຊູຊຸ 3,0 ດີດີໄອ ບລູພາວເວີ, 163 ແຮງມ້າທີ່ 3.600 ຮອບຕໍ່ນາທີ, ແຮງບິດສູງສຸດ 380 ນິວຕັນ-ແມັດ ທີ່ 1.800-2.800 ຮອບຕໍ່ນາທີ, ນອກນັ້ນ, ຍັງມີເຄື່ອງຈັກອີຊູຊຸ 2,5 ດີດີໄອ ບລູພາວເວີ, 136 ແຮງມ້າ ທີ່ 3.400 ຮອບຕໍ່ນາທີ, ແຮງບິດສູງສຸດເຖິງ 320 ນິວຕັນ-ແມັດ ທີ່ 1.800-2.800 ຮອບຕໍ່ນາທີ, ມີທັງເກຍໂອໂຕ ແລະ ເກຍທຳມະດາ.

ທ່ານ ຮິຊາໂອະ ອິໂຕ້ ໄດ້ກ່າວໃນງານ ນຳສະເໝີລົດລຸ້ນດັ່ງກ່າວ, ໃນວັນທີ່ 14 ກໍລະກົດ ທີ່ນະ ຄອນຫລວງວຽງຈັນ ວ່າ: ເດິນິວອີຊູຊຸ ມິວ-ເອັກບລູພາວເວີ ເປັນລົດ ທີ່ມີຮູບຮ່າງສວຍງງາມ, ທັນສະໄໝ, ດ້ານນອກລົດ ເປັນຕົ້ນ ກະຈັງໜ້າອອກແບບໃໝ່ ແບບ Sport 3D ໃຫ້ມິຕິສູງ, ສະຫງ່າ, ໂດດເດັ່ນ, ໄຟໜ້າອອກແບບ Bi-LED ໃຫ້ຄວາມສະຫວ່າງຫລາຍຂຶ້ນ ພ້ອມປັບລະດັບໄຟສູງ-ຕ່ຳ ອັດຕະໂນມັດ, ກັນຊົນໜ້າ-ຫລັງ ອອກແບບໃໝ່ ເສີມລັກສະນະສະປອດໃຫ້ທັນສະໄໝຍິ່ງຂຶ້ນ, ໄຟທ້າຍ LED ອອກແບບໃໝ່ໂດດເດັ່ນລົງໂຕ, ລໍ້ອັລລອຍ ອອກແບບໃໝ່ 18 ນິ້ວ. ດ້ານໃນລົດ ກໍ່ມີຄວາມທັນສະໄໝ, ມີລະບົບຄວາມບັນເທິງຄົບຊຸດ, ໜ້າຈໍສຳພັດຂະໜາດ 18 ນິ້ວ ຮອງຮັບກັບການເຊື່ອມຕໍ່ແບບໄຮ້ສາຍ, ໜ້າປັດອອກແບບໃໝ່ຂອບໂຄຣມຽມ, ພ້ອມໜ້າຈໍສີສະແດງ ຂໍ້ມູນການຂັບຂີ່, ລະບົບປັບຄວາມເຢັນອັດຕະໂນມັດ ແລະ ເບາະນັ່ງໄຟຟ້າປັບອັດຕະໂນມັດ ຊ່ວຍໃຫ້ຜູ້ຂັບຂີ່ສາມາດປັບຕຳແໜ່ງບ່ອນນັ່ງເໝາະສົມ ແລະ ປັບໄດ້ເຖິງ 6 ທິດທາງ, ມີລະບົບຖົງລົມນິລະໄພ 6 ຈຸດ, ລະບົບຊ່ວຍຄວບຄຸມຄວາມໄວ ຂະນະລົງທາງຄ້ອຍຊັນ, ລະບົບຊ່ວຍອອກໂຕເທິງທາງຄ້ອຍຊັນ, ລະບົບຄວບຄຸມການຊົງຕົວອັດຕະໂນມັດ ແລະ ມີລະບົບປ້ອງກັນລໍ້ໝູນຟຣີຂະນະອອກໂຕ.

ລູກຄ້າທ່ານໄດມີຄວາມສົນໃຈ ຢາກໄດ້ລົດຮຸ້ນໃໝ່ ເດິນິວອີຊູຊຸມິວ-ເອັກ ບລູພາວເວີ ທີ່ມາພ້ອມກັບຄວາມທັນສະໄໝ, ສວຍງາມ ສາມາດຊື້ ແລະ ສັ່ງຈອງ ໄດ້ທີ່ຫ້ອງສະແດງສິນຄ້າອີຊູຊຸ ທຸກສາຂາ ທົ່ວປະເທດ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...