spot_img
Homeຂ່າວຕ່າງປະເທດຊາວຕວກກີນັບແສນຄົນ ເດີນຂະບວນສະຫລອງຄົບຮອບ 1 ປີ ການປາບປາມລັດຖະປະຫານ

ຊາວຕວກກີນັບແສນຄົນ ເດີນຂະບວນສະຫລອງຄົບຮອບ 1 ປີ ການປາບປາມລັດຖະປະຫານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກໍລະກົດຜ່ານມານີ້ວ່າ ປະຊາຊົນຊາວຕວກກີຈຳນວນຫລາຍແສນຄົນ ໄດ້ອອກມາເດີນຂະບວນສະເຫລີມສະຫລອງ ເພື່ອລະນຶກຄົບຮອບ 1 ປີ ການປາບປາມການກໍ່ລັດຖະປະຫານ ເມື່ອວັນເສົາທີ 15 ກໍລະກົດຜ່ານມານີ້ ຊຶ່ງທາງການໄດ້ປະກາດໃຫ້ກາຍເປັນວັນພັກລັດຖະການປະຈຳປີ ຊຶ່ງສະແດງໃຫ້ເຫັນເຖິງໄຊຊະນະຄັ້ງປະຫວັດສາດຂອງ ລະລອບປະຊາທິປະໄຕຕວກກີ.

ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ເຂົ້າຮ່ວມປາໄສຕໍ່ໜ້າມວນຊົນ ຢູ່ນະຄອນຫລວງອິສຕັນບູນ ໂດຍທ່ານໄດ້ກ່າວອີກວ່າ ຈະຊອກຫາຜູ້ທໍລະຍົດຕໍ່ປະເທດຊາດມາລົງໂທດໃຫ້ໝົດ ແລະ ຈະຜັກດັນໃຫ້ມີການປະກາດໃຊ້ໂທດປະຫານຊີວິດອີກເທື່ອໜຶ່ງ.

ທັງນີ້ ເມື່ອວັນທີ 15 ກໍລະກົດ 2016 ກອງກຳລັງສ່ວນໜຶ່ງຂອງກອງທັບຕວກກີ ໄດ້ສົ່ງລົດຕັງ ແລະ ກຳລັງທະຫານອອກມາຕາມຖະໜົນ ພ້ອມທັງເຮືອບິນຈຳນວນໜຶ່ງ ອອກປະຕິບັດການໂຄ່ນລົ້ມລັດຖະບານຕວກກີ ພາຍໃຕ້ການນຳຂອງທ່ານ ເອີໂດກັນ ແຕ່ຄວາມພະຍາຍາມດັ່ງກ່າວ ໄດ້ຖືກປາບປາມລົງໃນເວລາບໍ່ພໍເທົ່າໃດຊົ່ວໂມງ ຫລັງຈາກທີ່ເຈົ້າໜ້າທີ່ລັດຖະບານເລີ່ມເຄື່ອນໄຫວຕອບໂຕ້ ແລະ ປະຊາຊົນຈຳນວນຫລວງຫລາຍ ໄດ້ອອກມາເດີນຂະບວນສະໜັບສະໜູນລັດຖະບານ ແລະ ຕໍ່ຕ້ານລັດຖະປະຫານ.

 

ເຫດການດັ່ງກ່າວນີ້ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 249 ຄົນ, ມີຜູ້ຖືກຈັບກຸມຫລາຍກວ່າ 50,000 ຄົນ ແລະ ມີເຈົ້າໜ້າທີ່ພາກສ່ວນຕ່າງໆ ຖືກປົດຕຳແໜ່ງ ແລະ ສັ່ງໃຫ້ໂຈະການປະຕິບັດໜ້າທີ່ຊົ່ວຄາວເກືອບ 150,000 ຄົນ.

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...