spot_img
Homeຂ່າວຕ່າງປະເທດມຽນມາສົ່ງອອກອັນຍະມະນີ ໄຕມາດທຳອິດສ້າງລາຍຮັບເຂົ້າປະເທດ 23 ລ້ານໂດລາ

ມຽນມາສົ່ງອອກອັນຍະມະນີ ໄຕມາດທຳອິດສ້າງລາຍຮັບເຂົ້າປະເທດ 23 ລ້ານໂດລາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກໍລະກົດຜ່ານມານີ້ວ່າ ມຽນມາສ້າງລາຍຮັບຈາກການສົ່ງອອກອັນຍະມະນີ (ຢົກ) ໄດ້ 23 ລ້ານໂດລາ ໃນໄລຍະໄຕມາດທຳອິດຂອງສົກປີງົບປະມານ 2017-2018 ເພີ່ມຂຶ້ນ 746,000 ໂດລາ ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ໂດຍຜະລິດຕະພັນສ່ວນໃຫຍ່ຖືກສົ່ງອອກໄປຂາຍຢູ່ຈີນ ແລະ ອິນເດຍ, ຕາມສະຖິຕິຂອງທາງການ ສະເພາະປີງົບປະມານ 2016-2017 ມຽນມາສົ່ງອອກກ້ອນຢົກໄດ້ຫລາຍກວ່າ 11,000​ ໂຕນ ລວມມູນຄ່າເຖິງ 246 ລ້ານໂດລາ ໃຫ້ແກ່ປະເທດເພື່ອນບ້ານ ໂດຍສະເພາະໃນປະເທດຈີນ.

ທັງນີ້ ລັດຖະບານມຽນມາ ໄດ້ສະໜັບສະໜູນໃຫ້ຜູ້ປະກອບການພາຍໃນ ດຳເນີນການແປຮູບຜະລິດຕະພັນຟົກ ແທນການຂາຍກ້ອນຢົກດິບອອກຂາຍ ເພື່ອອະນຸລັກຊັບພະຍາກອນທຳມະຊາດ ແລະ ທັງເປັນການເກັບລາຍຮັບຈາກພາສີອາກອນ ໄດ້ຫລາຍຂຶ້ນກວ່າເກົ່າ.

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...