spot_img
Homeຂ່າວທ້ອງຖິ່ນນະຄອນຫລວງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງໄດ້ແລ້ວ 127 ຄັນ

ນະຄອນຫລວງແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງໄດ້ແລ້ວ 127 ຄັນ

Published on

ການແກ້ໄຂບັນຫາພາຫະນະນໍາເຂົ້າບໍ່ຖືກຕ້ອງໃນຂົງເຂດກຳລັງ ປກສ ຂອງກອງກວດກາພາສີນະຄອນຫລວງວຽງຈັນ(ນວ) ໃນ 6 ເດືອນຕົ້ນປີ 2017ທີ່ມີບັນຊີຂອງຄະນະກໍາມະການປະເມີນຄ່າໄວ້ທັງໝົດມີ 382 ຄັນ, ແກ້ໄຂໄປແລ້ວ (ສະສາງແລ້ວ) ຈຳນວນ 127 ຄັນ, ຄ້າງ 255 ຄັນ, ຊໍາລະຄ່າພາສີ-ອາກອນ ຈໍານວນ 4,8 ຕື້ກວ່າກີບ, ຄິດເປັນເງິນປັບໃໝຈໍານວນ 223 ລ້ານກວ່າກີບ, ສ່ວນການຈັດເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີບັນລຸແລ້ວ1,4 ພັນຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງເດືອນສົກປີຜ່ານມາເພີ່ມຂຶ້ນ 16,53%.

ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງກວດກາພາສີນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບວຽກງານການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາ 6 ເດືອນຕົ້ນປີ 2017 ແລະ ວາງທິດທາງແຜນການໃນຕໍ່ໜ້າໃນວັນທີ 12 ກໍລະກົດ 2017 ທີ່ກອງກວດກາພາສີນະຄອນຫລວງວຽງຈັນ (ນວ)ໂດຍການເປັນປະທານຂອງ ທ່ານ ສົມບູນ ສຸກສະຫວັດ ຮອງຫົວໜ້າພະແນກຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ II , ມີຄະນະກອງກວດກາພາສີນະຄອນຫລວງວຽງຈັນ, ດ່ານພາສີສາງທ່ານາແລ້ງ, ດ່ານພາສີສາກົນຂົວມິດຕະພາບ 1, ດ່ານພາສີສາກົນສະໜາມບິນວັດໄຕ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີເຂົ້າຮ່ວມວ່າ: ການຈັດຕັ້ງວຽກງານວິຊາສະເພາະຂອງກອງກວດກາພາສີນະຄອນຫລວງວຽງຈັນໃນ 6 ເດືອນຕົ້ນປີ 2017 ໄດ້ມີຜົນສຳເລັດຫລາຍດ້ານເປັນຕົ້ນ: ການສະກັດກັ້ນສິນຄ້າລັກລອບໜີພາສີ ໂດຍສະເພາະການກວດກາພາສີສິນຄ້າພາຍໃນດ່ານ ແລະ ນອກດ່ານ, ການກວດກາການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ສິນຄ້າຍົກເວັ້ນພາສີ-ອາກອນຕ່າງໆຄື: ຄະດີທີ່ເກີດຂຶ້ນໃນ 6 ເດືອນຕົ້ນປີ 2017 ມີ 59 ຄະດີ, ຍົກມາໃນປີກ່ອນ 21 ຄະດີ ລວມທັງໝົດ 80 ຄະດີ, ໃນນັ້ນມີພາຫະນະ 37 ຄະດີ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກມີ 41 ຄະດີ, ໄມ້ມີ 2 ຄະດີ, ຈໍານວນຄະດີທີ່ຄ້າງມີ 35 ຄະດີ ໃນນັ້ນມີພາຫະນະ 28 ຄະດີ, ຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກມີ 5 ຄະດີ, ໄມ້ 2 ຄະດີ, ຄະດີທີ່ສະສາງແລ້ວມີ 45 ຄະດີ, ລວມມູຄ່າ 1,6 ຕື້ກວ່າກີບ, ພາສີ-ອາກອນ 2,2 ຕື້ກວ່າກີບ, ຄ່າປັບໃໝ 362 ລ້ານກວ່າກີບລວມເປັນເງິນທັງໝົດ 2,5 ຕື້ກວ່າກີບ ໃນນັ້ນ, ມີພາຫະນະ 9 ຄະດີ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ 36 ຄະດີ. 

ໂດຍສະເພາະແມ່ນການແກ້ໄຂບັນຫາພາຫະນະນໍາເຂົ້າບໍ່ຖືກຕ້ອງໃນຂົງເຂດ ປກສ, ກອງກວດກາພາສີນະຄອນຫລວງວຽງຈັນໄດ້ສົມທົບກັບກຳລັງ ປກສ ໃນ 6 ເດືອນຕົ້ນປີ 2017 ມີຈຳນວນທັງໝົດ 382 ຄັນ, ແກ້ໄຂໄປແລ້ວ (ສະສາງແລ້ວ) ຈຳນວນ 127 ຄັນ, ຄ້າງ 255 ຄັນ,ຊໍາລະຄ່າພາສີ-ອາກອນ ຈໍານວນ 4,8 ຕື້ກວ່າກີບ, ຄິດເປັນເງິນປັບໃໝຈໍານວນ 223 ລ້ານກວ່າກີບ, ສ່ວນການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນໝົດປີ 2017 ຕົວເລກລາຍຮັບທົ່ວພາສີນະຄອນຫລວງວຽງຈັນ 3,6 ພັນຕື້ກວ່າກີບ, ແຜນການ 6 ເດືອນຕົ້ນປີ 2017 ຕ້ອງໄດ້ 1,8 ພັນຕື້ກວ່າກີບ, ປະຕິບັດໄດ້ 1,4 ພັນຕື້ກວ່າກີບ ເທົ່າກັບ 78,49% ທຽບໃສ່ແຜນການປີປະຕິບັດໄດ້ 39,25%, ທຽບໃສ່ໄລຍະດຽວກັນຂອງເດືອນສົກປີຜ່ານມາເພີ່ມຂຶ້ນ 16,53%.

ພ້ອມດຽວກັນນັ້ນ, ທ່ານທອງພັດ ລາດຊະວົງ ຍັງໃຫ້ຮູ້ອີກວ່າ: ໃນການແກ້ໄຂບັນຫາພາຫະນະທີ່ຍັງຄ້າງໄດ້ສືບຕໍ່ປະຕິບັດກ່ຽວກັບຄະດີພາຫະນະທີ່ເຈົ້າໜ້າທີ່ກອງກວດກາພາສີນະຄອນຫລວງວຽງຈັນໄດ້ຍຶດໄວ້ຈຳນວນ 27 ຄັນ ຊຶ່ງໄດ້ອອກແຈ້ງການໄປແລ້ວເຖິງເຈົ້າຂອງພາຫະນະໃຫ້ເຂົ້າມາພົວພັນຄິດໄລ່ເສຍພາສີ-ອາກອນ ພ້ອມປັບໃໝ່ຕາມລະບຽບການ ແລະ ສືບຕໍ່ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງຕາມບັນຊີທີ່ຍັງຕົກຄ້າງເຊິ່ງປະກອບມີລົດໃຫຍ່ຈໍານວນ 159 ຄັນ, ລົດຈັກ 96 ຄັນ ລວມທັງໝົດ 255 ຄັນ, ພ້ອມທັງສືບຕໍ່ເລັ່ງທວງໃຫ້ບໍລິສັດທີ່ຂໍອະນຸຍາດເອົາເຄື່ອງອອກກ່ອນໃນລະບົບ IM8 ໃຫ້ມາລົບລ້າງຕາມກໍານົດເວລທີ່ໄດ້ກໍາໄວ້ຂອງດ່ານພາສີທ່ານາແລ້ງ ແລະ ອື່ນໆ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...