spot_img
Homeຍ້ອງຍໍຄົນດີເດັ່ນລະລຶກເຖິງວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 108 ປີ

ລະລຶກເຖິງວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 108 ປີ

Published on

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ ຄ.ສ 1909 ເປັນບຸດ 1 ໃນ 23 ພະອົງ ຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ກັບ ເຈົ້າຍິງຄຳອ້ວນ ເປັນເຈົ້າຍິງ ລຳດັບທີ 11 ເປັນຍາດກັບ ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ ບຸດຂອງພຣະຊາຍາເອກ ແລະ ເຈົ້າສຸວັນນະຣາດ ເປັນບຸດທີ່ເກີດຈາກ ເຈົ້າຍິງລຳດັບທີ 9

ທ່ານ ສຸພານຸວົງ ໄດ້ຮັບການສຶກສາຈາກ ອາຈານຄົນຝຣັ່ງ ໃນຫລວງພະບາງ ແລ້ວໄດ້ໄປສຶກສາຕໍ່ທີ່ ສະຖາບັນລີເຊອັນແບຊາໂຣ ທີ່ ຮ່າໂນ່ຍ ເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 3 ພາສາຄື: ພາສາຝຣັ່ງ, ພາສາຫວຽດນາມ ແລະ ພາສາອັງກິດ ໄດ້ດີຫຼາຍ. ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ ດ້ານວິສະວະກຳກໍ່ສ້າງ ແລະ ຂົວທາງທີ່ ປາຣີສ ປະເທດຝຣັ່ງ ໄດ້ເດີນທາງ ກັບຄືນມາປະເທດລາວ ແລະ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.

ເພ່ິນເຂົ້າຮ່ວມຂະບວນການຕໍ່ຕ້ານຝຣັ່ງເພື່ອເອກະລາດ ຈົນໄດ້ຮັບບາດເຈັບໃນການຕໍ່ສູ້ກັບຝຣັ່ງທີ່ ເມືອງ ທ່າແຂກ ລະຫວ່າງໜີຂ້າມ ແມ່ນ້ຳຂອງ ຂ້າມໄປຝັ່ງໄທ ໃນປີ ຄ.ສ 1946, ເພ່ິນໄດ້ສ້າງຕັ້ງກອງທັບປົດປອຍປະຊາຊົນລາວ ໃນ ເມືອງ ຊຳເໜືອ, ແຂວງ ຫົວພັນ ໃນປີ ຄ.ສ 1949 ພາຍໃຕ້ການສະໜັບສະໜູນຂອງ ປະທານ ໂຮຈີມິນ ເຊ່ິງຕໍ່ມາເປັນຂະບວນການກອມມູນິດປະເທດລາວ ຕໍ່ມາອີກສອງປີ ຂະບວນການປະເທດລາວກໍສາມາດ ປົດປ່ອຍພື້ນທີ່ 1 ໃນ 3 ຂອງປະເທດໄດ້ ແລະ ຕັ້ງຖານທີ່ໝັ້ນທີ່ຍາກແກ່ການທຳລາຍໃນຖ້ຳຫີນປູນ ທີ່ ເມືອງ ຊຳເໜືອ, ແຂວງ ຫົວພັນ ແລະ ຜົ້ງສາລີ 

ຄ.ສ 1953 ຝຣັ່ງໄດ້ຈັດຕັ້ງລັດຖະບານປະສົມຊົ່ວຄາວຂື້ນ ຢູ່ພາຍໃຕ້ການນຳຂອງນາຍົກລັດຖະມົນຕີຫຼາຍທ່ານ ທີ່ເປັນພວກຝ່າຍຂວາຈັດ ໄດ້ແກ່ເຈົ້າ ສຸວັນນະຣາດ ແລະ ເຈົ້າສຸວັນນະພູມມາ.

ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ກໍໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ. ພ້ອມກັນນັ້ນ ທ່ານກໍໄດ້ສະຫຼະຖານະເຈົ້າຊາຍ ຕັ້ງແຕ່ສະໄໝເກົ່າ. ເຈົ້າສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ຈົນເອີ້ນກັນວ່າ ລຸງສຸພານຸວົງ ໄດ້ດຳລົງຕຳແໜ່ງປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991 ແລະ ໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 9 ມັງກອນ 1995 ທີ່ນະຄອນຫລວງວຽງຈັນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...