spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານກຸ່ມບໍລິສັດ ຊີພີ ປະເທດໄທ

ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານກຸ່ມບໍລິສັດ ຊີພີ ປະເທດໄທ

Published on

ວັນ​ທີ 11 ກໍລະກົດ 2017 ທີ່ ​ສຳນັກງານ​ນາຍົກລັດຖະມົນຕີ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ​ ​ໄດ້​ໃຫ້ກຽດຕ້ອນຮັບ ການ​ເຂົ້າຢ້ຽມຂ່ຳນັບ ​ຂອງ ທ່ານ ສຸພະ​ກິດ ຈີຣະວະ​ນົນ ປະທານ​ກຸ່ມ​ບໍລິສັດ ຊີ​ພີ (ປະ​ເທດ​ໄທ) ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

​​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຊົມຕໍ່ການ​ເດີນທາງ​ມາຢ້ຽມຢາມ ​ຂອງ​ຄະນະຜູ້​ແທນ​ຈາກ​ກຸ່ມ​ບໍລິສັດ ຊີ​ພີ (ປະ​ເທດ​ໄທ) ​ໃນ​ເທື່ອ​ນີ້ ​ໂດຍ​ສະ​ເພາະ ​ເພື່ອ​ເປັນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ດ້ານ​ການ​ພັດທະນາ​ພື້ນຖານ​ເສດຖະກິດ ​ໃນ ສປປ ລາວ ​ເຊິ່ງ​ມີ​ສາຂາ​ກວ່າ 40 ປະ​ເທດ​ໃນ​ໂລກ ​ ໄລຍະ​ຜ່ານ​ມາ ບໍລິສັດ CP ​ໄດ້​​ລົງທຶນ​ຈຳນວນໜຶ່ງ​ໃນ ສປປ ລາວ ​ໂດຍ​ສະ​ເພາະໃນ​ຂະ​​ແໜງປູກຝັງ ​ແລະ ລ້ຽງສັດ. ​

ໃນ​ປີ 2017 ບໍລິສັດ CP ຍັງ​ໄດ້​ເຊັນ​ສັນຍາ​ຊື້ໝາກກາ​ເຟ ຢູ່​ພາກ​ໃຕ້​ຂອງ​ລາວມູນ​ຄ່າ 75 ຕື້ກີບ ພ້ອມ​ນີ້, ຄະນະ​ນັກ​ລົງທຶນ​ຈາກ​ ບໍລິສັດ CP ຍັງ​ຈະ​ໄດ້​ຮ່ວມ​ກັບ​ພາກ​ທຸລະ​ກິດ​ຂອງ​ລາວ ​ເພື່ອ​ປຶກສາ​ຫາລື​ກັນ​ຕື່ມ​ອີກ ກ່ຽວກັບ​ທິດ​ທາງ​ການ​ພັດທະນາ​ທຸລະ​ກິດ ​ໃນ ສປປ ລາວ ທັງ​ເປັນ​ການ​ສ້າງ​ຖານ​ການ​ຜະລິດ​ເພື່ອ​ສົ່ງ​ອອກ ​ໃນ​ເງື່ອນ​ໄຂ​ການ​ເຊື່ອມ​ໂຍງ​ພາກພື້ນ ​ແລະ ສາກົນ, ການ​ສົ່ງ​ເສີມ​ການ​ຜະລິດ ຕິດ​ພັນ​ກັບ​ການ​ແກ້​ໄຂ ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ການ​ສ້າງ​ເຄື່ອງໝາຍການ​ຄ້າ ​ທີ່​ເປັນ​ຂອງ​ລາວ ​ແລະ ການ​ລົງທຶນ ​ໃນ​ຮູບ​ແບບ​ອື່ນໆ ທີ່​ນອນ​ໃນ​ຂະ​ແໜງການ​ປູກຝັງ-​ລ້ຽງສັດ​ຂອງ​ລາວ. ​

ທ່ານ​ ສອນ​ໄຊ ສີ​ພັນ​ດອນ ​ແລະ ທ່ານ ສຸພະ​ກິດ ຈີຣະວະ​ນົນ ຍັງ​ໄດ້​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ກັນ ​ໃນ​ບາງ​ບົດຮຽນ​ໃນ​ການ​ພັດທະນາ ​ເປັນຕົ້ນ ບົດຮຽນ​ໃນ​ການ​ພັດທະນາ​ທີ່​ດິນ ​ແລະ ອະສັງຫາລິມມະ​ຊັບ, ການລະດົມ​ແຫລ່ງທຶນ-​ຕະຫລາດທຶນ. ​

ໃນ​ຕອນ​ທ້າຍ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຍັງ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ນອກຈາກ​ການ​ຮ່ວມ​ມື​ພັດທະນາ​ດັ່ງກ່າວ​ແລ້ວ, ທັງ​ສອງ​ຝ່າຍ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕື່ມ ​ໃນ​ບາງ​ຂະ​ແໜງການ​ທີ່​ມີ​ຄວາມ​ຈຳ​ເ​ປັນ ​ແລະ ​ທີ່ເປັນ​ທ່າ​ແຮງ​ຂອງ ສປປ ລາວ ​ໂດຍ​ສະ​ເພາະ ດ້ານ​ການ​ລ້ຽງສັດ ​ແລະ ປູກຝັງ ທີ່​ຕ້ອງ​ໄດ້​ຍົກ​ຄຸນ​ນະພາ​ບ ​ແລະ ສ້າງ​ກາໝາຍ ​ໃນ​ບາງ​ສິນຄ້າ​ທີ່​ຈຳ​ເປັນ ​ເພື່ອ​ການ​ສົ່ງ​ອອກ, ການ​ປັບປຸງຍົກ​ລະດັບ​ດ້ານ​ປັດ​ໄຈ​ການ​ຜະລິດ ທັງ​ທາງ​ດ້ານ​ຝຸ່ນ, ປຸ໋ຍ, ຫົວ​ອາຫານ ​ແລະ ​ແນວ​ພັນ ​ເພື່ອ​ເຮັດ​ໃຫ້ການ​ຜະລິດ ມີ​ຕົ້ນທຶນ​ທີ່​ຕ່ຳລົງ ແລະ ສາມາດ​ແຂ່ງຂັນ​ໄດ້, ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ທັງ​ການພັດທະນາ​ແຫຼ່ງທ່ອງ​ທ່ຽວ, ການ​ດຶງ​ດູດ​ນັກ​ທ່ອງທ່ຽວ ​ແລະ ສະຖານ​ທີ່​ພັກຜ່ອນ ຕາມ​ແຫລ່ງທຳ​ມະ​ຊາດ​ທີ່​ສວຍ​ງາມ, ອາກາດ​ບໍລິສຸດ ​ໃຫ້​ໄດ້​ມາດຕະຖານ​ສາກົນ ​​ແຕ່ເປັນ​ເອກະ​ລັກສະ​ເພາະ​ຂອງ​ລາວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...