spot_img
Homeຂ່າວຕ່າງປະເທດສະຫະປະຊາຊາດເຜີຍ ຜູ້ອົບພະຍົບເຂົ້າເອີຣົບປີນີ້ທະລຸແສນຄົນ ອີຕາລີເປີດຮັບຫລາຍທີ່ສຸດ

ສະຫະປະຊາຊາດເຜີຍ ຜູ້ອົບພະຍົບເຂົ້າເອີຣົບປີນີ້ທະລຸແສນຄົນ ອີຕາລີເປີດຮັບຫລາຍທີ່ສຸດ

Published on

ສຳນັກຂ່າວເອເອັບພີ ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ (International Organization for Migration: IOM) ຊຶ່ງເປັນໜ່ວຍງານຂອງ ອົງການສະຫະປະຊາຊາດ ໄດ້ອອກມາລະບຸວ່າ ນັບຕັ້ງແຕ່ຕົ້ນເດືອນມັງກອນ ຈົນເຖິງວັນທີ 3 ກໍລະກົດປີນີ້ ມີຈຳນວນຜູ້ອົບພະຍົບ ເດີນທາງເຂົ້າສູ່ເອີຣົບແລ້ວທັງໝົດ 101,070 ຄົນ ຊຶ່ງທຽບກັບໄລຍະເວລາດຽວກັນຂອງປີກາຍ ມີຈຳນວນ 231,503 ຄົນ ເຫັນວ່າມີທ່າອ່ຽງຫລຸດລົງ.

ທັງນີ້ ອີຕາລີ ເປັນປະເທດທີ່ເປີດຮັບເອົາຜູ້ອົບພະຍົບຫລາຍທີ່ສຸດ ກວມເອົາເຖິງ 85% ຂອງຈຳນວນຜູ້ອົບພະຍົບ ຊຶ່ງທາງການອີຕາລີ ໄດ້ຮຽກຮ້ອງໃຫ້ບັນດາປະເທດເອີຣົບອື່ນໆ ເປີດທ່າເຮືອ ແລະ ສົ່ງເຮືອອອກໄປຊ່ວຍບັນດາຜູ້ອົບພະຍົບ ທີ່ກຳລັງຂ້າມທະເລເມດິແຕຣານຽນ ໂດຍທ່ານ ວິນລຽມ ສະວິງ ຜູ້ອຳນວຍການ ອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ຫລື IOM ໄດ້ກ່າວວ່າ ການຊ່ວຍເຫລືອຜູ້ອົບພະຍົບ ບໍ່ຄວນເບິ່ງວ່າເປັນໜ້າທີ່ຂອງອີຕາລີພຽງລຳພັງ ແຕ່ບັນຫາດັ່ງກ່າວນີ້ ຕ້ອງເປັນເລື່ອງຂອງເອີຣົບທັງໝົດ.

 

 

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...