spot_img
Homeຂ່າວພາຍ​ໃນຫວຽດນາມໃຫ້ 3 ສິດທິພິເສດທາງດ້ານການຄ້າແກ່ ສປປ ລາວ

ຫວຽດນາມໃຫ້ 3 ສິດທິພິເສດທາງດ້ານການຄ້າແກ່ ສປປ ລາວ

Published on

ມູນຄ່າການຄ້າສອງສົ້ນລະຫວ່າງ ສປປ ລາວ-ສສ ຫວຽດນາມບັນລຸ 800 ກວ່າລ້ານໂດລາສະຫະລັດໃນປີ 2016 ຂະນະທີ່ ລັດຖະບານຫວຽດນາມໄດ້ໃຫ້ 3 ສິດພິເສດດ້ານການຄ້າແກ່ ສປປ ລາວເພື່ອເອື້ອຍອໍານວຍຄວາມສະດວກ ແລະ ທັບມ້າງສິ່ງກີດຂວາງບາງຂອດການຄ້າຫວ່າງສອງຝ່າຍ.

ຫລ້າສຸດ ສອງຝ່າຍໄດ້ຈັດງານສຳມະນາ ສົ່ງເສີມການຄ້າ ແລະ ການພົບປະນັກທຸລະກິດ ລາວ-ຫວຽດນາມ ປະຈຳປີ 2017 ຈັດຂຶ້ນໃນວັນທີ 30 ມິຖຸນາ 2017 ທີ່ນະຄອນຫລວງວຽງຈັນ ແນ່ໃສ່ເຜີຍແຜ່ລະບຽບການຕ່າງໆ ໃນການສົ່ງເສີມ ການຄ້າ, ການລົງທຶນ ແລະ ການດຳເນີນທຸລະກິດຮ່ວມກັນ ຂອງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງມູນຄ້າການຄ້າສອງປະເທດໃນປີ 2016 ມີມູນຄ່າ 823 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງສິນຄ້າໄປຫວຽດນາມ 345 ລ້ານໂດລາສະຫັດ ໃນຂະນະດຽວກັນຫວຽດນາມສົ່ງເຂົ້າມາລາວ 478 ລ້ານໂດລາສະຫະລັດ ເຊິ່ງຈັດເປັນອັນດັບ 3 ທີ່ມີການລົງທຶນກັບລາວ ໃຫ້ກຽດເປັນປະທານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ແລະ ນັກທຸລະກິດລາວ-ຫວຽດນາມເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້ ແມ່ນໄດ້ເນັ້ນໝັກ ກ່ຽວກັບເນື້ອໃນສັນຍາ ການຄ້າສອງຝ່າຍ ແລະ ສິດພິເສດທີ່ລາວ ໄດ້ຮັບຈາກສັນຍາ ການຄ້າຊາຍແດນ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຫວຽດນາມ ເຊິ່ງສິດພິເສດດ້ານການຄ້າໃຫ້ແກ່ລາວມີ 3 ລະດັບຄື: 1).ເມືອງຊາຍແດນ ເຊິ່ງສັນຍາການຄ້າຊາຍແດນລາວ-ຫວຽດນາມ ໄດ້ກຳນົດວ່າ: ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳ ທີ່ປູກໂດຍປະຊາຊົນ ທີ່ອາໄສຢູ່ຕາມ ເມືອງຊາຍແດນຂອງ ສປປ ລາວ ແລະ ໄດ້ຮັບການຢັ້ງຢືນ ໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງລາວ ລວມທັງການຢັ້ງຢືນ ສຸຂາອະນາໄມ-ສຸຂາອະນາໄມພືດ ແລະ ສັດ ແມ່ນຕ້ອງໄດ້ຮັບ ການຍົກເວັ້ນພາສີນຳເຂົ້າ ແລະ ອາກອນອື່ນໆ ເມື່ອນຳເຂົ້າຫວຽດນາມ; 2). ລະດັບແຂວງຊາຍແດນ ສິນຄ້າກະສິກຳທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳ ທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງແຕ່ລະຝ່າຍ ຕ້ອງໄດ້ຮັບການຍົກເວັ້ນອັດຕາພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເມື່ອນຳເຂົ້າຫວຽດນາມ; ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳ ທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງໄດ້ຮັບການຍົກເວັ້ນອັດຕາສີຂາເຂົ້າ ເມື່ອນຳເຂົ້າຫວຽດນາມ, ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳທີ່ປູກ ໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນ ຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າຫວຽດນາມ ແລະ 3). ລະດັບທົ່ວປະເທດ: ຫວຽດນາມ ຕ້ອງໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າທີ່ມີແຫລ່ງກຳເນີດຈາກ ສປປ ລາວທີ່ລະບຸຢູ່ໃນເອກະສານຊ້ອນທ້າຍ 1 ສະບັບຂອງສັນຍາ ແລະ ເຈົ້າໜ້າທີ່ການຄ້າຂອງ ສປປ ລາວຕ້ອງອອກໃບຢັ້ງຢືນແຫລ່ງກໍາເນີດສິນຄ້າທີ່ນໍາເຂົ້າໄປຫວຽດນາມ.

ແນວໃດກໍດີ ການຈັດສຳມະນາຄັ້ງນີ້ ເພື່ອສະເຫລີມສະຫລອງ ປີສາມັກຄີມິດຕະພາບລະຫວ່າງ ລາວ -ຫວຽດນາມຄື: ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 40 ປີ 18/7/1977-18/7/2017 ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ 5/9/1962-5/9/2017 ເຊິ່ງຜູ້ເຂົ້າຮ່ວມ ໄດ້ຮັບຟັງ ເນື້ອໃນສັນຍາ ການຄ້າສອງຝ່າຍ ແລະ ສິດພິເສດທີ່ລາວ ໄດ້ຮັບຈາກສັນຍາ ການຄ້າຊາຍແດນ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຫວຽດນາມ, ການຈັດຕັ້ງປະຕິບັດ ວຽກງານນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບສັນຍາການຄ້າສອງຝ່າຍ ແລະ ທິດທາງໃນການຈັດຕັ້ງປະຕິບັດ ສັນຍາການຄ້າຊາຍແດນລາວ ແລະ ຫວຽດນາມ, ການຈັດຕັ້ງປະຕິບັດວຽກງານ ກັກກັນພືດ ໃນຂອບສັນຍາການຄ້າຊາຍແດນ ແລະ ການຄ້າສອງຝ່າຍລາວ ແລະ ຫວຽດນາມ, ການຈັດຕັ້ງ ປະຕິບັດວຽກງານກັກກັນສັດ ໃນຂອບສັນຍາການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ ແລະ ຫວຽດນາມ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...