spot_img
Homeຂ່າວພາຍ​ໃນສປປ ລາວ ກຽມພ້ອມສະກັດກັ້ນພະຍາດອີໂບລາ!

ສປປ ລາວ ກຽມພ້ອມສະກັດກັ້ນພະຍາດອີໂບລາ!

Published on

ວັນ​ທີ 18 ສິງຫາ 2014 ທີ່ກະຊວງ​ສາທາລະນະ​ສຸກ ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ

​ກະຊວງ​ສາທາ​ລະນະ​ສຸກ ໄດ້​ອອກ​ຖະແຫຼງຂ່າວ​ກ່ຽວ​ກັບ​ການ​ກະກຽມ​ສະກັດກັ້ນ​ພະຍາດ ໄວ​ຣັດ​ອີ​ໂບ​ລາ (Ebola)

ທີ່​ກຳລັງ​ມີ​ການ​ລະບາດໃຫຍ່​ໃນ​ປະເທດເຊ​ລາ​ລີ​ອອນ (Sierra Leone) ໄລ​ບີ​ເລຍ (Liberia) ກິ​ນີ (Guinea) ແລະ

ໄນ​ຈີ​ເລຍ (Nigeria) ຂອງ​ທະວີບອາ​ຟຣິກ​ກາ ຕາມ​ການ​ລາຍ​ງານຫຼ້າ​ສຸດຂອງ​ອົງການ​ອະນາໄມໂລກ ກໍລະນີ​ສະ​

ສົມ​ຈົນ​ເຖິງວັນ​ທີ 16 ສິງຫາ 2014 ມີ​ຈຳນວນ​ທັງໝົດ 2.240 ກໍລະນີ ໃນ​ນັ້ນ ເສຍຊີວິດ​ແລ້ວ 1.229 ຄົນ.

 

ເຊື້ອ​ຈຸ​ລະ​ໂລກ​ອີ​ໂບ​ລາ​ ແມ່ນເຊື້ອ​ຈຸ​ລະ​ໂຣກ​ທີ່​ພາໃຫ້​ເກີດ​ພະຍາດ​ໃນ​ຄົນ ຄົ້ນ​ພົບ​ຄັ້ງ​ທຳ​ອິດໃນ​ປີ 1976 ທີ່​ປະເທດ​

ສາ​ທາລະນະ​ລັດ ປະຊາທິປະໄຕ ກົງ​ໂກ (Congo) ແລະ ປະເທດ​ຊູ​ດານ (Sudan) ເຊື້ອ​ຈຸ​ລະ​ໂຣກ​ອີ​ໂບ​ລາ ແມ່ນ​ໃສ່

​ຕາມ​ຊື່​ແມ່ນ້ຳ​ອີ​ໂບ​ລາຢູ່ ສ ກົງ​ໂກ ໂຕ​ເຈຍ​ເປັນ​ສັດ​ທີ່​ນຳເຊື້ອ​ອີ​ໂບ​ລາໄປ​ຍັງ​ສັດ​ຊະນິດ​ອື່ນ ແລະ ຄົນ ແຕ່​ກໍ່​ສາ

ມາດ​ຕິດຕໍ່ໂດຍ​ກົງ​ຈາກ​ຄົນ​ຫາ​ຄົນ ຜ່ານການ​ສຳ​ພັດ​ກັບ​ເລືອດ ຫຼື ນ້ຳລາຍ​ຂອງ​ຄົນ​ຕິດເຊື້ອ/ສົບ ຫຼື ໂດຍ​ການ​

ສຳຜັດ​ກັບ​ອຸປະກອນ​ທີ່ອະ​ເຊື້ອ​ບໍ່​ຖືກ​ວິທີ ໂດຍ​ສະເພາະ ເຂັມ ແລະ ບັ້ງ​ສີດ​ຢາ ນອກຈາກນັ້ນ ການ​ແຜ່​ເຊື້ອ​ຜ່ານ​

ການ​ສຳພັດ​ທາງ​ປາກ ການ​ກອດ ແລະ ທາງ​ເພດ​ສຳພັນ​ກໍ່​ສາມາດ​ເກີດຂຶ້ນ​ໄດ້ ໄລຍະ​ບົ່ມ​ເຊື້ອ​ຂອງ​ພະຍາດ​ອີ​ໂບ​

ລາ ແຕ່ 2-21 ວັນ ອາການຂອງ​ໄຂ້ເລືອດອອກ​ອີ​ໂບ​ລາ ມີ​ອາການ​ໄຂ້​ກະທັນຫັນ ເຈັບ​ຫົວ ເຈັບຄໍ ອ່ອນເພຍ ເຈັບ​

ກ້າມຊີ້ນ ປວດຮາກ/ຮາກ ແລະ ມີ​ອາການ​ຖອກທ້ອງ​ຮ່ວມ​ນຳ ໃນ​ກໍ​ລະນີ​ຄົນ​ເຈັບ​ໜັກ​ອາດ​ເຮັດ​ໃຫ້​ຕັບ ແລະ

ໄຂ່ຫຼັງ​ຊຸດໂຊມ ມີ​ອາການເລືອດ​ໄຫຼ​ພາຍ​ໃນ ແລະ ຂ້າງນອກ​ຮ່າງກາຍ ເຊິ່ງ​ພາໃຫ້​ເສຍຊີວິດ​ໄດ້ ອັດຕາ​ການ​ຕາຍ

​ຂອງພະຍາດ​ດັ່ງກ່າວ ແມ່ນ​ສູງ​ເຖິງ 50-90% ປັດຈຸບັນ ຍັງ​ບໍ່​ມີ​ວັກຊີນ​ປ້ອງ​ກັນ ຫຼື ຢາ​ປິ່ນປົວ​ສະເພາະ​ຂອງ​ຜູ້​

ຕິດເຊື້ອ​ພະຍາດ​ອີ​ໂບລາ​ເທື່ອ ເຊິ່ງ​ການ​ປິ່ນປົວ​ຄົນ​ເຈັບແມ່ນ​ປິ່ນປົວ​ຕາມ​ອາການ ເຊັ່ນ: ການ​ແກ້​ໄຂ້ແກ້​ປວດ

ການ​ຮັກສາ​ສະພາວະ​ນ້ຳ ການ​ໃຫ້​ຢາຕ້ານ​ເຊື້ອ ມາດ​ຕະການ​ຂັ້ນ​ຕົ້ນຕໍແມ່ນ​ການ​ຫຼີກ​ລຽງ​ສຳ​ພັດ​ນຳ​ຜູ້ຕິດເຊື້ອ.

 

ປັດຈຸບັນ ຍັງ​ບໍ່​ທັນ​ມີ​ກໍລະນີພະຍາດ​ອີ​ໂບ​ລາ​ເກີດ​ຂຶ້ນ​ໃນ ​ສປປ ລາວ ແຕ່​ປະເທດ​ເຮົາ​ຍັງ​ມີຄວາມ​ສ່ຽງ​ຈາກ​ການ

​ເຂົ້າ​ມາຂອງ​ຜູ້ໂດຍສານ​ ທີ່​ເດີນທາງ​ມາຈາກ​ປະເທດ​ທີ່​ມີ​ການ​ລະບາດ ກະຊວງ​ສາທາລະນະ​ສຸກ ໄດ້ຮ່ວມ​ກັບ​ອົງ

ການ​ອະນາໄມ​ໂລກ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ ສ້າງ​ແຜນ​ສະກັດ​ກັ້ນ ແລະ ເຝົ້າລະວັງ​ພະຍາດ​ອີ​ໂບ​ລາ

ໂດຍ​ມີການ​ເປີດ​ນຳ​ໃຊ້​ຫ້ອງ​ບັນຊາ​ການ ເພື່ອ​ສະກັດ​ກັ້ນ​ພະຍາດ (EOC) ມີ​ການ​ປະຊຸມ​ລາຍ​ງານ​ປະຈຳ​ວັນ ປະ

ກອບ​ເຄື່ອງ​ສະ​ແກນ​ເນີ​ອຸນຫະພູມ ແລະ ແຕ່ງຕັ້ງ​ພະນັກງານແພດ​ລົງ​ປະຈຳ​ດ່ານ​ສາກົນ ຮ່າງຄຳ​ສັ່ງ​ແນະນຳ​

ຂອງ​ນາຍົກລັດຖະມົນຕີ​ ກ່ຽວ​ກັບ​ການ​ສະກັດ​ກັ້ນພະຍາດ​ອີ​ໂບ​ລາ ເຝິກອົບຮົມ ແລະ ໃຫ້​ຂໍ້​ມູນ​ຂ່າວສານ​ທີ່​ຈຳ

ເປັນ​ກ່ຽວກັບ​ພະຍາດ​ອີ​ໂບ​ລາ​ແກ່​ພະນັກງານ​ຜູ້​ ປະຈຳ​ຢູ່​ດ່ານ ແລະ ປະຊາຊົນ​ທົ່ວ​ໄປ ເກັບ​ກຳ​ຂໍ້​ມູນ​ຄົນ​ໂດຍ

ສານ​ທີ່​ເດີນທາງ​ມາ​ຈາກ​ປະເທດທີ່​ມີ​ການ​ລະບາດ ກະກຽມ​ອຸປະກອນ​ການ​ແພດ ນ້ຳ​ຢາ ແລະ ຢາ​ທີ່​ຈຳເປັນ

ກະກຽມ​ຫ້ອງ​ແຍກປ່ຽວ​ສະເພາະ​ຄົນ​ເຈັບ​ທີ່​ສົງ​ໃສ ຢູ່​ບັນດາ​ໂຮງ​ໜໍ​ຕ່າງໆ ຈັດ​ລະບົບການ​ປ້ອງ​ກັນ ແລະ ຄວບ​

ຄຸມການ​ຕິດເຊື້ອ​ພະຍາດ​ໃນ​ໂຮງ​ໜໍ ຕາມ​ມາດຖານ​ສາກົນ ປັບປຸງຄວາມ​ກຽມພ້ອມ​ທາງ​ຫ້ອງ​ວິເຄາະ ເພື່ອ

​ບົ່ງມະຕິ​ເຊື້ອ​ອີ​ໂບ​ລາ ກະຊວງ​ສາທາລະນະ​ສຸກ ຂໍ​ແນະນຳ​ໃຫ້​ປະຊາຊົນ​ໃຫ້​ຫຼີກ​ລຽງ​ການເດີນທາງ​ທີ່​ບໍ່​ຈຳເປັນ

​ ໄປ​ປະເທດທີ່​ມີ​ການ​ລະບາດ ສຳລັບ​ປະຊາຊົນ​ທົ່ວ​ໄປ​ທີ່​ສົນໃຈ​ຂໍ້​ມູນ​ເພີ່ມ​ເຕີມ ກ່ຽວ​ກັບ​ພະຍາດ​ອີ​ໂບ​ລາ ຫຼື

ພະຍາດ​ຕິດຕໍ່​ອື່ນໆ ສາມາດ​ສອບຖາມ​ທາງ​ສາຍ​ດ່ວນ ​ກະຊວງ​ສາທາ​ລະນະ​ສຸກ ເບີ​ໂທ 166 ຕະຫຼອດ 24 ຊົ່ວ

ໂມງ.

 

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...