spot_img
Homeຂ່າວພາຍ​ໃນເກົາຫຼີໃຕ້ສະເໜີເປັນເຈົ້າພາບຮ່ວມບານໂລກ 2030

ເກົາຫຼີໃຕ້ສະເໜີເປັນເຈົ້າພາບຮ່ວມບານໂລກ 2030

Published on

ສຳນັກຂ່າວເອພີລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 12 ມິຖຸນາ 2017ວ່າ ຖະແຫລງການຂອງທຳນຽບຂາວປະທານາທິບໍດີແຫ່ງເກົາຫຼີໃຕ້ ລະບຸວ່າ ປະທານາທິບໍດີ ມຸນ ແຈ-ອິນ ແຫ່ງເກົາຫຼີໃຕ້ໄດ້ສະເໜີຕົວໃນການເປັນເຈົ້າພາບຈັດການແຂ່ງຂັນບານໂລກ 2030 ກັບປະເທດຄູ່ປໍລະປັກຢ່າງເກົາຫຼີເໜືອ ຮວມເຖິງປະເທດເພື່ອນບ້ານອື່ນໆຢູ່ໃນເຂດພາກພື້ນອາຊີຕະເວັນອອກສຽງເໜືອ ໃນລະຫວ່າງການຮ່ວມຫາລືກັບທ່ານ ຈິອານນີ ອິນຟານຕິໂນ ປະທານສະຫະພັນບານເຕະນານາຊາດ (ຟີຟ່າ) ທີ່ທຳນຽບຂາວປະທານາທິບໍດີເກົາຫຼີໃຕ້ໃນນະຄອນຫຼວງໂຊລ ເມື່ອວັນຈັນທີ 12 ມິຖຸນາ 2017 ທີ່ຜ່ານມາ.

ປະທານາທິບໍດີ ມຸນ ແຈ-ອິນ ກ່າວວ່າ “ຫາກເພື່ອນບ້ານໃນອາຊີຕະເວັນອອກສຽງເໜືອຮວມເຖິງເກົາຫຼີໃຕ້ ແລະ ເກົາຫຼີເໜືອ ສາມາດເປັນເຈົ້າພາບຮ່ວມຈັດການແຂ່ງຂັນບານໂລກໄດ້ ຕົນຄິດວ່າຈະຊ່ວຍສົ່ງເສີມສັນຕິພາບລະ ຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ທີ່ແຫຼມເກົາຫຼີ ແລະ ໃນອາຊີຕະເວັນອອກສຽງເໜືອ ຕົນຢາກໃຫ້ທ່ານປະທານຟີຟ່າຮັບໄວ້ພິຈາລະນາດ້ວຍ ”

ສ່ວນປະທານຟີຟ່າກ່າວວ່າ “ຕົນເຄົາລົບຄວາມເຫັນຂອງປະທານາທິບໍດີ ມຸນ ແຈ-ອິນ ແລະ ຈະລົມເລື່ອງນີ້ກັບປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນໃນອາທິດໜ້າ”

ທັງນີ້ ຈີນກັບຍີ່ປຸ່ນໄດ້ສະເໜີຕົວມາແລ້ວວ່າ ຕ້ອງການທີ່ຈະເປັນເຈົ້າພາບບານໂລກພຽງຜູ່ດຽວ ແຕ່ເມື່ອອາທິດທີ່ຜ່ານມາ ແນວຄິດຂອງປະທານາທິບໍດີ ມຸນ ແຈ-ອິນ ທີ່ຈະຜັກດັນໃຫ້ເກີດການແລກປ່ຽນຂ້າມພົມແດນກັບເກົາຫຼີເໜືອຕ້ອງພົບກັບບັນຫາ ເມື່ອເກົາຫຼີເໜືອປະຕິເສດທີ່ຈະຮັບຄວາມຊ່ວຍເຫຼືອບັນເທົາທຸກຈາກກຸ່ມປະຊາຊົນຈາກນະຄອນຫຼວງໂຊລ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...