spot_img
Homeຂ່າວພາຍ​ໃນເສັ້ນທາງໄປຫຼວງພະບາງຫຍຸບ ກ່ອນເດິນທາງໃຫ້ສອບຖາມກ່ອນ

ເສັ້ນທາງໄປຫຼວງພະບາງຫຍຸບ ກ່ອນເດິນທາງໃຫ້ສອບຖາມກ່ອນ

Published on

ສະພາບເສັ້ນທາງ ແຕ່ເມືອງກາສີ ແຂວງວຽງຈັນ ຫາເມືອງນານແຂວງຫລວງພະບາງ ຈຸດຊົມວິວ ເສັ້ນທາງຫຍຸບ ເປັນຄື້ນເປັນຮ່ອງ ສະນັ້ນ, ຜູ້ທີຂີ່ລັດເກັງ ຄວນຫລີກລ້ຽງການນຳໄຊ້ເສັ້ນທາງນີ້ຊົວຄາວ ລໍຖ້າການສ້ອມແປງ.

ວັນທີ 25 ພຶດສະພາ 2017 ນີ້ ນັກຂ່າວສະຖານີວິທະຍຸກະຈາຍສຽງແຫ່ງຊາດ ໄດ້ລາຍງານວ່າ ເສັ້ນທາງຜ່ານພູສູງລະຫວ່າງເມືອງກາສີ ແຂວງວຽງຈັນ ໄປຫາເມືອງນານ ແຂວງຫຼວງພະບາງ ນອກຈາກທັດສະນະວິໄສບໍ່ດີ ເນື່ອງຈາກມີເມກໝອກກົ້ວທຶບແລ້ວ ສະພາບເສັ້ນທາງຍັງມີການຫຍຸບ ແຕກແຫງຢ່າງໜັກ ລົດຂະໜາດນ້ອຍແລະເຕັ້ຍບໍ່ສາມາດຜ່ານໄປໄດ້ ທັງຍັງມີຄວາມສ່ຽງທີ່ຈະເກີດດິນເຈື່ອນ ເສັ້ນທາງຫຍຸບສະໄລ້ລົງໄດ້ທຸກເວລາ.

ໃນຂະນະທີ່ກົມອຸຕຸນິຍົມແລະອຸທົກກະສາດໄດ້ອອກແຈ້ງເຕືອນມື້ວານນີ້ວ່າ ວັນທີ 24-25 ພຶດສະພານີ້ ເກືອບທົ່ວປະເທດ ຈະມີຝົນຕົກ, ລົມພັດແຮງ, ຟ້າຮ້ອງ, ຟ້າຜ່າ ຈຶ່ງຂໍໃຫ້ຜູ້ທີ່ຈະເດິນທາງໄກຕ້ອງກວດສອບສະພາບເສັ້ນທາງໃຫ້ດີກ່ອນ.

ເສັ້ນທາງຜ່ານພູສູງຈາກ ກາສີ-ເມືອງນານ ມີການຫຍຸບແລະມີເມກໝອກປົກຫຸ້ມໜາ ຮູບ: ປອງໄຕ ຈະເລີນສຸກ
ເສັ້ນທາງຜ່ານພູສູງຈາກ ກາສີ-ເມືອງນານ ມີການຫຍຸບແລະມີເມກໝອກປົກຫຸ້ມໜາ ຮູບ: ປອງໄຕ ຈະເລີນສຸກ
ເສັ້ນທາງຜ່ານພູສູງຈາກ ກາສີ-ເມືອງນານ ມີການຫຍຸບແລະມີເມກໝອກປົກຫຸ້ມໜາ ຮູບ: ປອງໄຕ ຈະເລີນສຸກ

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...