spot_img
Homeຂ່າວຕ່າງປະເທດຜູ້ນຳກົາຫຼີໃຕ້ຄົນໃໝ່ເລີ່ມຕໍ່ສາຍໂທລະສັບຫາຜູ້ນຳຈີນ, ຍີ່ປຸ່ນ, ສະຫະລັດ ເພື່ອປຶກສາເລື່ອງເກົາຫຼີເໜືອ

ຜູ້ນຳກົາຫຼີໃຕ້ຄົນໃໝ່ເລີ່ມຕໍ່ສາຍໂທລະສັບຫາຜູ້ນຳຈີນ, ຍີ່ປຸ່ນ, ສະຫະລັດ ເພື່ອປຶກສາເລື່ອງເກົາຫຼີເໜືອ

Published on

ສຳນັກຂ່າວເອເອຟພີລາຍງານວ່າ ທ່ານ ມຸນ ແຈອິນ ປະທານາທິບໍດີເກົາຫຼີໃຕ້ຄົນໃໝ່ ຄໍ່ສາຍໂທລະສັບສົນທະນາກັບຜູ້ນຳຍີ່ປຸ່ນ ແລະ ຈີນເມື່ອວັນພະຫັດ (11/05/2017) ພາຍຫຼັງທີ່ເຂົາໄດ້ຮັບຕຳແໜ່ງພຽງບໍ່ເທົ່າໃດຊົ່ວໂມງກໍ່ໄດ້ໂທລະສັບຫາລືກັບປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດອາເມລິກາ ໃນການກຳນົດແນວທາງທີ່ຈະດຳເນີນຄວາມສຳພັນກັບເກົາຫຼີເໜືອ

ສຳນັກງານຂອງທ່ານ ມຸນ ເປີດເຜີຍວ່າ ໃນການປຶກສາຫາລືຂອງປະທານາທິບໍດີ ມຸນ ກັບ ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳທັງສອງຕ່າງເຫັນພ້ອມກັນວ່າການປົດນິວເຄຣຍໃນແຫຼມມະຫາສະໝຸດເກົາຫຼີຖືເປັນເປົ້າໝາຍຮ່ວມກັນທັງສອງປະເທດ ໂດຍທ່ານມຸນຍັງຮ້ອງຂໍໃຫ້ມີການເຈລະຈາໄປພ້ອມກັບການຂວ້ຳບາດ ແລະ ການກົດດັນເກົາຫຼີເໜືອ ທັງນີ້ເພື່ອເຮັດໃຫ້ເກົາຫຼີເຫຼືອຍອມຫັນເຂົ້າມາເຈລະຈາ.

ທ່ານ ຍຸນ ຍອງ ຊານ ໂຄສົກປະທານາທິບໍດີ ເກົາຫຼີໃຕ້ກ່າວວ່າ ໃນການຫາລືຜູ້ນຳເກົາຫຼີໃຕ້ຍັງບອກກັບຜູ້ນຳຈີນຄຳນຶງເຖິງຄວາມເປັນກັງວົນຂອງຈີນທີ່ມີຕໍ່ການຕິດຕັ້ງລະບົບປ້ອງກັນຂີປະນາວຸດ ຂອງສະຫະລັດໃນດິນແດນເກົາຫຼີໃຕ້ ຈິ່ງຂໍໃຫ້ມີການຫາຫຼື ໃນລະດັບທະວິບພາຄີ ເພື່ອສ້າງຄວາມເຂົ້າໃຈລະຫວ່າງກັນໃນເລື່ອງນີ້ໃຫ້ຫຼາຍຂຶ້ນ ຜູ້ນຳທັງສອງຍັງພ້ອມກັນທີ່ຈະມີການແລກປ່ຽນການຢຽມຢາມຂອງການທູດພິເສດໃນໄວໆນີ້ ເຊິິ່ງທ່ານ ມຸນ ໄດ້ສະເໜີທີ່ຈະສົ່ງຄະນະຜູ້ແທນລັດຖະບານໄປທີ່ນະຄອນຫຼວງປັກກິ່ງ ເພື່ອຫາລືກັນເລື່ອງລະບົບປ້ອງກັນຂີປະນາວຸດ ແລະ ປະເດັນເລື່ອງນິວເຄຣຍໃນແຫລມເກົາຫຼີ ນອກຈາກນີ້ຜູ້ນຳເກົາຫຼີໃຕ້ຍັງໄດ້ຂານຮັບແນວທາງດຽວກັບຜູ້ນສະຫະລັດທີ່ສະເໜີແນະນຳໃຫ້ຈີນຊາດພັນທະມິດໜຶ່ງດຽວ ແລະ ເປັນເສັ້ນເລືອດເສດຖະກິດຫຼໍ່ລ້ຽງເກົາຫຼີເໜືອ ໃຫ້ຊ່ວຍເວົ້າກັບເກົາຫຼີເໜືອ ໂດຍຊີ້ວ່າ “ການແກ້ໄຂບັນຫາເລື່ອງລະບົບປ້ອງກັນຂີປະນາວຸດນັ້ນຈະງ່າຍຂຶ້ນ ຫາກບໍມີການຍຸແຍ່ຈາກເກົາຫຼີເໜືອ’ ທັງນີ້ຜູ້ນຳຈີນຍັງໄດ້ເຊີນຜູ້ນຳເກົາຫຼີໃຕ້ຢຽມຢາມປະເທດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...