spot_img
Homeນານາສາລະປ້ອງກັນໂຕແນວໃດ ບໍ່ໃຫ້ຟ້າຜ່າ

ປ້ອງກັນໂຕແນວໃດ ບໍ່ໃຫ້ຟ້າຜ່າ

Published on

ໃນແຕ່ລະປີໄດ້ເກີດເຫດຟ້າຜ່າແລະມີຜູ້ເສຍຊີວິດຫຼາຍຄົນ ໃນຂອບເຂດທົ່ວປະເທດ ດັ່ງນັ້ນ, ມື້ນີ້ ລາວໂພສຈຶ່ງຢາກນຳສະເໜີວິທີການປ້ອງກັນ ບໍ່ໃຫ້ຖືກຟ້າຜ່າມາຝາກທ່ານຜູ້ອ່ານ ເພື່ອຈະໄດ້ເອົາໄວ້ປ້ອງກັນໂຕເອງໄວ້. ເຊິ່ງລາຍລະອຽດມີແນວໃດເຮົາໄປອ່ານພ້ອມໆ ກັນເລີຍ
1. ຖ້າຫາກຢູ່ໃນບ່ອນໂລ່ງໃຫ້ຫາບ່ອນຢູ່ທີ່ປອດໄພ ເຊັ່ນ ອາຄານຂະໜາດໃຫຍ່ ແຕ່ຢ່າຢູ່ໃກ້ຝາຂອງອາຄານ, ປະຕູ ແລະປ່ອງຢ້ຽມ ຫຼືຄວນລີ້ຢູ່ໃນລົດທີ່ອັດແວ່ນດີໆ ແຕ່ຢ່າສຳຜັດກັບໂຕຖັງຂອງລົດ.
2. ຖ້າຫາກຫາບ່ອນລີ້ບໍ່ໄດ້ ໃຫ້ໝອບນັ່ງຢອງໆ ໃຫ້ໂຕເຮົາຢູ່ຕ່ຳທີ່ສຸດ ໂດຍແນບມືທັງສອງຂ້າງຕິດກັບເຂົ່າ ແລ້ວຊຸກຫົວເຂົ້າໄປລະຫວ່າງເຂົ່າ ສ່ວນຕີນໃຫ້ຊິດກັນຫຼືຍິ່ງແຢ້ປາຍຕີນ ເພື່ອຫຼຸດພື້ນທີ່ສຳຜັດກັບພື້ນໃຫ້ໜ້ອຍທີ່ສຸດ ແຕ່ຢ່ານອນໝອບລົງພື້ນ ເພາະກະແສໄຟຟ້າອາດຈະແລ່ນມາຕາມພື້ນໄດ້.
3. ຢ່າຢືນລີ້ຢູ່ກ້ອງຕົ້ນໄມ້ສູງ ແລະບໍລິເວນໃກ້ຄຽງກັບຕົ້ນໄມ້ ຫຼືຢູ່ໃນບ່ອນສູງແລະໃກ້ທີ່ສູງ ທີ່ສຳຄັນຢ່າກັ້ງຄັນຮົ່ມ
4. ຫ້າມໃຊ້ໂທລະສັບມືຖືກາງແຈ້ງໃນຂະນະທີ່ເກີດພາຍຸຝົນຟ້າຄະນອງ ເພາະເຖິງແມ່ນວ່າໂທລະສັບມືຖືຈະບໍ່ແມ່ນສື່ລໍ້ຟ້າ ແຕ່ຟ້າຜ່າຈະດຶງກະແສໄຟຟ້າເຂົ້າມາໃນມືຖື ອີກທັງໂທລະສັບມືຖືມີສ່ວນປະກອບທີ່ເັນແຜ່ນໂລຫະ ສາຍອາກາດແລະແບັດເຕີລີເປັນໂຕລໍ້ຟ້າ ຈຶ່ງເພິ່ມຄວາມສ່ຽງຕໍ່ການຖືກຟ້າຜ່າ ແລະຍັງເຮັດໃຫ້ແບັດເຕີລີລັດວົງຈອນຈົນເກີດລະເບີດ ສົ່ງຜົນໃຫ້ຖືກໄຟຟ້າຜ່າໄດ້ຮັບບາດເຈັບຫຼາຍຂຶ້ນ.
5. ຫ້າມໃຊ້ໂທລະສັບຕັ້ງໂຕະຫຼືຫຼິ້ນອິນເຕີເນັດໃນເວລາທີ່ເກີດພາຍຸຝົນຟ້າຄະນອງ ເພາະຟ້າອາດຈະຜ່າລົງມາກັບເສົາສັນຍານຫຼືເສົາອາກາດທີ່ຢູ່ນອກເຮືອນ ແລະກະແສໄຟຈາກຟ້າຜ່າຈະແລ່ນມາຕາມສາຍໂທລະສັບທີ່ເຊື່ອມຕໍ່ກັບຄອມພິວເຕີ ເຮັດໃຫ້ໂທລະສັບແລະຄອມພິວເຕີ ລວມທັງຜູ້ໃຊ້ງານໄດ້ຮັບອັນຕະລາຍ.
6. ຄວນຖອດອຸປະກອນເຄື່ອງໃຊ້ໄຟຟ້າອອກໃຫ້ໝົດ ເພາະຟ້າອາດຈະຜ່າລົງທີ່ເສົາໄຟຟ້າແລະສາຍໄຟຟ້າ ເຮັດໃຫ້ກະແສໄຟຟ້າມາເກີນຂະໜາດ ອາດຈະຈະເຮັດໃຫ້ເຄື່ອງໃຊ້ເປ່ເພໄດ້ ແລະຄວນຖອດສາຍສັນຍານໂທລະພາບອອກ ເພາະຖ້າຟ້າຜ່າເສົາສັນຍານເທິງຫຼັງຄາ ອາດຈະແລ່ນເຂົ້າສູ່ໂທລະພາບໄດ້.
7. ຫຼີກລ້ຽງການສຳຜັດກັບໂລຫະທຸກຊະນິດ ເນື່ອງຈາກໂລຫະເປັນໂຕນຳໄຟຟ້າແລະຢ່າຢູ່ໃກ້ສາຍໄຟ.
8. ຫຼີກລ້ຽງການສຳຜັດນໍ້າ ເພາະເປັນໂຕນຳໄຟຟ້າ.
9. ຖ້າເປັນກາງຄືນ ຄວນກຽມໄຟສາຍໄວ້ເຍືອງທາງ ເພາະອາດຈະເກີດໄຟຟ້າດັບຫຼືໄຟໄໝ້ໄດ້.

ແຫຼ່ງຂ່າວ: ເອເອັສທີວີ

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...