spot_img
Homeຂ່າວພາຍ​ໃນຂໍທານໃນວຽງຫຼາຍຂຶ້ນ ສັງຄົມຖາມ: ໜ່ວຍງານໃດຮັບຜິດຊອບ?

ຂໍທານໃນວຽງຫຼາຍຂຶ້ນ ສັງຄົມຖາມ: ໜ່ວຍງານໃດຮັບຜິດຊອບ?

Published on

ວັນທີ 4 ພຶດສະພາ 2017 ນີ້ ນັກຂ່າວລາວໂພສໄດ້ລາຍງານວ່າ ໄດ້ຮັບການຮ້ອງຮຽນຈາກເຈົ້າຂອງຮ້ານກາເຟແຫ່ງໜຶ່ງ ໃນບໍລິເວນແຄມຂອງວ່າ ປັດຈຸບັນນີ້ໄດ້ມີຄົນຂໍທານຈຳນວນຫຼາຍ ແລະໄດ້ສ້າງຄວາມລຳຄານ ຫຼືລົບກວນນັກທ່ອງທ່ຽວ ເຮັດໃຫ້ເສຍບັນຍາກາດໃນການພັກຜ່ອນແລະທ່ອງທ່ຽວ ພ້ອມທັງຍັງເປັນພາບພົດທີ່ບໍ່ດີຕໍ່ປະເທດລາວອີກດ້ວຍ.

ເຈົ້າຂອງຮ້ານກາເຟດັ່ງກ່າວໄດ້ລາຍງານຕໍ່ນັກຂ່າວພວກເຮົາວ່າ: “ບັນຫາຄົນຂໍທານແມ່ນມີມາດົນແລ້ວ ແຕ່ກໍບໍ່ຫຼາຍຄືດຽວນີ້. ເມື່ອກ່ອນມີ 3-4 ຄົນ ສ່ວນຫຼາຍກໍແມ່ນຄົນໃບ້ບ້າເສຍຈິດ ຫຼືບໍ່ກໍແມ່ນຄົນພິການ ແຕ່ດຽວນີ້ຄົນທີ່ມີອົງຄະສົມບູນກໍຍັງມາຂໍທານ, ຕົນເຄີຍຖາມຄົນຂໍທານວ່າ ເປັນຫຍັງບໍ່ໄປຊອກເຮັດວຽກ ຄຳຕອບຂອງຄົນຂໍທານແມ່ນໄດ້ເງິນດີກວ່າ. ຄົນຂໍທານມີທັງຄົນລາວທີ່ຢູ່ໃນນະຄອນຫຼວງວຽງຈັນ, ຄົນຕ່າງແຂວງ ແລະຄົນຕ່າງດ້າວ ແຖມໜ້າມຶນກວ່າເກົ່າອີກ ຂໍທານມາເປັນກຸ່ມ ກຸ່ມລະ 4-5 ຄົນກໍມີ ຕ້ອງໄດ້ເງິນຄົບທຸກຄົນຈຶ່ງອອກຮ້ານໄລ່ໜີກໍບໍ່ໜີ, ມີລູກຄ້າຕ່າງຊາດຫຼາຍຄົນຖາມວ່າ ປະເທດລາວບໍ່ມີກົດໝາຍຄວບຄຸມບໍ? ແລ້ວຕໍາຫຼວດລາວຫຼືລັດຖະບານບໍ່ເຮັດຫຍັງເລີຍຫວາ? ຂ້ອຍໄດ້ແຕ່ຢືນຟັງບໍ່ຮູ້ຊິຕອບ ເປັນຫ່ວງເພາະລູກຄ້າມີທັງນັກຂຽນ ນັກຂ່າວ ຕ່າງປະເທດ. ຈຶ່ງຢາກຖາມວ່າ ດຽວນີ້ແມ່ນໜ່ວຍງານໃດຮັບຜິດຊອບ? ຖ້າມີບັນຫາເກີດຂຶ້ນໄລ່ບໍ່ໜີ ກໍ່ກວນ ໂທແຈ້ງໄປພາກສ່ວນໃດໄດ້ແນ່ ເບີໂທເບີໃດ? ເລື່ອງຂໍທານມາເລາະຂໍເງິນປະຊາຊົນນີ້ຜິດກົດໝາຍຫຼືບໍ່ ຖ້າຜິດ ຂໍ້ໃດແດ່ມາດຕາໃດ? ແລ້ວທາງຂັ້ນເທິງໄດ້ມີມາຕະການແກ້ໄຂແນວໃດແລ້ວ? ໄດ້ລົງມືປະຕິບັດຫຼືຍັງ ຮອດຂັ້ນໃດແລ້ວ?”.

ຕາມການສັງເກດຂອງນັກຂ່າວເຮົາ ພົບວ່າປັດຈຸບັນນີ້ຄົນຂໍທານທີ່ມີອົງຄະສົມບູນ ແຂງແຮງດີ ນັບມື້ນັບຫຼາຍຂຶ້ນ ໂດຍແບ່ງກັນຍ່າງເລາະຂໍທານໄປທັງສອງຟາກທາງ ຕາມແຕ່ລະເສັ້ນທາງ ທົ່ວນະຄອນຫຼວງວຽງຈັນ ແລະມີຫຼາຍກວ່າໝູ່ແມ່ນເຂດແຄມຂອງ ເນື່ອງຈາກເປັນເຂດທ່ອງທ່ຽວແລະກິນດື່ມ ທີ່ມີນັກທ່ອງທ່ຽວທັງລາວແລະຕ່າງປະເທດຈຳນວນຫຼາຍ.

ນັກທ່ອງທ່ຽວຜູ້ໜຶ່ງໄດ້ກ່າວຄວາມຮູ້ສຶກຂອງຕົນຕໍ່ສະພາບຄົນຂໍທານແຖວແຄມຂອງວ່າ: ຕົນເອງຈົນບໍ່ຢາກໄປຫລິ້ນແຖວນັ້ນແລ້ວ ເພາະລຳຄານຄົນຂໍທານ ຖ້າບໍ່ໃຫ້ເງິນພັດບໍ່ສະບາຍໃຈ ຫຼືບໍ່ເຂົາເຈົ້າກໍບໍ່ຍອມໜີ ຄັນຊິໃຫ້ພັດຕ້ອງໃຫ້ຄົບທຸກຄົນ…

ຈຳນວນຄົນຂໍທານໃນນະຄອນຫຼວງວຽງຈັນ ເພິ່ມຂຶ້ນຫຼາຍ ເຊິ່ງມີທັງແມ່ຍິງ, ເດັກນ້ອຍ ແລະຜູ້ຊາຍ ທີ່ມີອົງຄະສົມບູນ ແລະແຂງແຮງ. ເປົ້າໝາຍຂໍທານແມ່ນນັກທ່ອງທ່ຽວ. ໃນຂະນະທີ່ສັງຄົມຖາມຫາພາກສ່ວນທີ່ຮັບຜິດຊອບ
ຈຳນວນຄົນຂໍທານໃນນະຄອນຫຼວງວຽງຈັນ ເພິ່ມຂຶ້ນຫຼາຍ ເຊິ່ງມີທັງແມ່ຍິງ, ເດັກນ້ອຍ ແລະຜູ້ຊາຍ ທີ່ມີອົງຄະສົມບູນ ແລະແຂງແຮງ. ເປົ້າໝາຍຂໍທານແມ່ນນັກທ່ອງທ່ຽວ. ໃນຂະນະທີ່ສັງຄົມຖາມຫາພາກສ່ວນທີ່ຮັບຜິດຊອບ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...