ສຳນັກຂ່າວສານປະເທດລາວ ເປີດເຜີຍເມື່ອວັນທີ 3 ພຶດສະພາ 2017 ວ່າ ປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ ພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ອີງຕາມຮ່າງ ສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ສົກປີ 2015-2016 ຂອງກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII, ປັດຈຸບັນ ແຫລ່ງທ່ອງທ່ຽວທົ່ວປະເທດມີ 2.104 ແຫລ່ງ ໃນນັ້ນ ເປັນແຫລ່ງທ່ອງທ່ຽວ ທຳມະຊາດ1.194 ແຫລ່ງ, ແຫລ່ງທ່ອງທ່ຽວ ທາງວັດທະນະທຳ 628 ແຫລ່ງ ແລະ ແຫລ່ງທ່ອງທ່ຽວ ທາງປະຫວັດສາດ 282 ແຫລ່ງ. ໃນປີ 2016 ທົ່ວປະເທດ ສຳເລັດການສຳຫລວດ-ຈັດສັນ ແລະ ກຳນົດຂອບເຂດ ແຫລ່ງທ່ອງທ່ຽວໄດ້ 12 ແຫ່ງ, ສຳເລັດການປັກຫລັກໝາຍ 20 ແຫ່ງ; ໃນນັ້ນ ມີແຫລ່ງທ່ອງທ່ຽວ ທີ່ເປັນບູລິມະສິດ 3 ແຫ່ງ ຄື: ນ້ຳຕົກຕາດຈຳປີ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ຖ້ຳປູຄຳ ເມືອງວັງວຽງ ແຂວງວຽງຈັນ ແລະ ບໍ່ນ້ຳຮ້ອນ ເມືອງຫົວເມືອງ ແຂວງຫົວພັນ.
ພ້ອມດຽວກັນ, ຂະແໜງທ່ອງທ່ຽວ ໄດ້ປະຕິບັດນະໂຍບາຍ ການມີສ່ວນຮ່ວມ ເພື່ອພັດທະນາການ ທ່ອງທ່ຽວ ໃຫ້ມີຄວາມຍືນຍົງ, ສົ່ງເສີມການທ່ອງທ່ຽວ ໃຫ້ເປັນວົງຈອນຄົບຊຸດ, ທັນສະໄໝ ແລະ ຍືນຍົງ; ດຶງດູດນັກທ່ອງທ່ຽວ ຈາກພາກພື້ນ ແລະ ສົ່ງເສີມນັກທ່ອງທ່ຽວ ທີ່ມີລາຍໄດ້ສູງ ເຂົ້າມາທ່ອງທ່ຽວ ໃຫ້ຫລາຍຂຶ້ນ. ເຊິ່ງປັດຈຸບັນ ທົ່ວປະເທດ ມີດ່ານສາກົນ 27 ແຫ່ງ ສາມາດເອົາວີຊາກັບດ່ານໄດ້ 22 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ. ລັດຖະບານ ໄດ້ເຊັນສົນທິສັນຍາ ຍົກເວັ້ນວີຊາສອງຝ່າຍ ໃຫ້ກັບ 45 ປະເທດ ແລະ ຍົກເວັ້ນວີຊາຝ່າຍດຽວ ກັບປະເທດ ສ.ເກົາ ຫລີ, ຍີ່ປຸ່ນ, ລຸກຊຳບວກ, ສະວິດເຊີແລນ. ນອກນີ້ ຍັງໄດ້ພັດທະນາ ໂຄງລ່າງພື້ນຖານ ຢ່າງມະຫາສານ ເປັນຕົ້ນ ປັບປຸງສະໜາມບິນ, ສ້າງທາງຄົມມະນາຄົມໃຫ້ເຊື່ອມຈອດກັນ ໃນທົ່ວປະເທດ ແລະ ເຊື່ອມຈອດກັບ ປະເທດເພື່ອນບ້ານໃກ້ຄຽງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ໃນການເຂົ້າ-ອອກ, ສຳລັບຈຳນວນນັກທ່ອງທ່ຽວ ໃນປີ 2016 ມີຈຳນວນ 4,24 ລ້ານເທື່ອຄົນ ທຽບໃສ່ປີຜ່ານມາຫລຸດລົງ 10% ສາມາດສ້າງລາຍຮັບ ຈາກການທ່ອງທ່ຽວໄດ້ 725,36 ລ້ານໂດລາສະຫະລັດ. ສາເຫດຂອງການຫລຸດລົງ ຂອງນັກທ່ອງທ່ຽວ ຍ້ອນຜົນກະທົບ ຈາກນະໂຍບາຍການທ່ອງທ່ຽວ ຂອງປະເທດເພື່ອນບ້ານ ແລະ ຍ້ອນນັກທ່ອງທ່ຽວ ສົມທຽບດ້ານຄ່າໃຊ້ຈ່າຍພາຍໃນ ເຊັ່ນ: ຄ່າເດີນທາງ, ອາຫານການກິນ ແລະ ຄ່າບໍລິການຕ່າງໆຢູ່ ສປປ ລາວ ແມ່ນສູງກ່ວາ ບັນດາປະເທດໃກ້ຄຽງ, ຄຸນນະພາບການບໍລິການ ບັນດາປະເທດໃກ້ຄຽງດີກ່ວາ ມີລາຄາກໍຖືກກວ່າການມາທ່ຽວ ສປປ ລາວ.
ດັ່ງນັ້ນ, ການວາງແຜນການທ່ອງທ່ຽວ ຕ້ອງໄດ້ຄຳນຶງເຖິງຕົ້ນທຶນ ຂອງການທ່ອງທ່ຽວ ບວກກັບການບໍລິການ ທີ່ມີຄຸນນະພາບ ເພື່ອສາມາດແຂ່ງຂັນກັບ ບັນດາປະເທດໃນພາກພື້ນ ຫລື ຕ້ອງໄດ້ວາງນະໂຍບາຍທີ່ຊັດເຈນ ໃນຮູບແບບການທ່ອງທ່ຽວ ທີ່ມີເອກະລັກຂອງລາວ ຈຶ່ງຈະເປັນການດີ.