ເຟສບຸກຈ້າງພະນັກງານເພີ່ມ 3,000 ຄົນ ເພື່ອກວດສອບສື່ທີ່ບໍ່ເໝາະສົມ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ພຶດສະພາ 2017 ວ່າ ທ່ານ ມາກ ຊັດເຄິຣເບຣິກ ຜູ້ກໍ່ຕັ້ງເຟສບຸກເປີດເຜີຍຜ່ານໜ້າເຟສບຸກຂອງຕົນເອງວ່າ ເຟສບຸກຈະຈ້າງພະນັກງານເພີ່ມອີກ 3,000 ຄົນ ຕັ້ງແຕ່ປີໜ້າເປັນຕົ້ນໄປ ເພື່ອໃຫ້ມາເຮັດໜ້າທີ່ກວດສອບເນື້ອຫາສື່ ແລະ ອື່ນໆທີ່ບໍ່ເໝາະສົມທີ່ປະກົດໃນເຄືອຂ່າຍໂຊຊ້ຽວມິເດຍຂອງເຟສບຸກ ຮ່ວມທັງຈະຕ້ອງເລັ່ງດຳເນີນການຖອດ ຫຼື ຄລິບວິດີໂອທີ່ບໍ່ເໝາະສົມເຊັ່ນ: ເຫດການຄາດຕະກຳ, ຂ້າຕົວຕາຍ ແລະ ຄວາມຮຸນແຮງອື່ນໆອອກໄປພ້ອມ.

ຜູ້ຮ່ວມກໍ່ຕັ້ງເຟສບຸກກ່າວອີກວ່າ ການຈ້າງງານຄົນເພີ່ມອີກ 3,000 ຄົນ ເທົ່າກັບເພີ່ມຈຳນວນຄົນທີ່ມີຢູ່ແລ້ວ 4,500 ຄົນ ໃນການເຮັດໜ້າທີ່ກວດສອບເນື້ອຫາທີ່ໂພສລົງໃນເຟສບຸກທີ່ອາດຜິດລະບຽບການໃນບໍລິການ.