spot_img
Homeຂ່າວທ້ອງຖິ່ນຮອງນາຍົກລັດຖະມົນຕີຊີ້ແຈງການເກັບລາຍຮັບໄດ້ພຽງ 4.600 ຕື້ກວ່າກີບໃນງວດທໍາອິດ

ຮອງນາຍົກລັດຖະມົນຕີຊີ້ແຈງການເກັບລາຍຮັບໄດ້ພຽງ 4.600 ຕື້ກວ່າກີບໃນງວດທໍາອິດ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນ​ວັນ​ທີ 25 ​ເມສາ 2017 ນີ້, ທີ່​ສະພາ​ແຫ່ງ​ຊາດ ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດ ຖະມົນຕີ ລັດຖະມົນຕີ​ ກະຊວງ​ການ​​ເງິນ ​ໄດ້​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ງົບປະມານ​ແຫ່ງ​ລັດ ໃນ​ງວດ 1 ປະຈໍາປີ 2017 ນັບ​ແຕ່​ວັນ​ທີ 1 ມັງກອນ 2017 ຮອດວັນ​ທີ 31 ມີນາ 2017 ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VIII ວ່າ: ​ໃນ​ງວດ 1 ປະຈໍາປີ 2017 ນີ້ ລັດຖະ ບານ​ ສາມາດ​ເກັບ​ລາຍ​ຮັບ​ ໄດ້​ທັງ​ໝົດ 4.621,58 ຕື້​ກີບ, ​ເທົ່າ​ກັບ 77,89% ຂອງ​ແຜນການ​ງວດ​ 1 ຫລື ​ເທົ່າ​ກັບ 19,30% ຂອງ​ແຜນ ການ​ປີ ທຽບ​ໃສ່​ໄລຍະ​ດຽວ​ກັນ ຂອງ​ສົກ​ປີ​ຜ່າ​ນມາ ​ເພີ່ມ​ຂຶ້ນ 1,57%. ​ໃນ​ນັ້ນ​ລາຍ​ຮັບ ​ພາຍ​ໃນ 4.183,37 ຕື້​ກີບ ​​ເທົ່າ​ກັບ 77,78% ຂອງ​ແຜນການ​ງວດ 1 ຫລື ​ເທົ່າ​ກັບ 19,49% ຂອງ​ແຜນການ​ປີ ຫລື ​ເພີ່ມ​ຂຶ້ນ 18,52% ທຽບ​ໃສ່​ໄລຍະ​ດຽວ​ກັນ​ ຂອງ​ສົກ​ປີຜ່ານມາ; ລາຍ​ຮັບ​ຈາກ​ການ​ຊ່ວຍ​ເຫລືອ​ລ້າ​ ຕ່າງປະ​ເທດ 438,20 ຕື້​ກີບ ​ເທົ່າ​ກັບ 78,87% ຂອງ​ແຜນການ​ງວດ 1 ຫລື ​ເທົ່າ​ກັບ 17,68% ຂອງ​ແຜນການ​ປີ ຫລື ຫລຸດ​ລົງ -57,06% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.

ທ່ານ ສົມດີ ດວງດີ ​ໃຫ້​ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ ບັນດາມາດຕະການຕ່າງໆ ເຮັດໃຫ້ການຈັດເກັບລາຍຮັບ ໃນງວດ 1 ປີ 2017 ເຖິງວ່າຈະຍັງບໍ່ທັນສາມາດ ຈັດເກັບໄດ້ຕາມລະດັບຄາດໝາຍ ແຕ່ທຽບໃສ່ງວດ 1 ສົກປີຜ່ານມາ ເຫັນວ່າສາມາດ ຈັດເກັບລາຍຮັບໄດ້ດີຂຶ້ນ, ໂດຍສະເພາະ ແມ່ນລາຍຮັບພາຍໃນ ແມ່ນເພີ່ມຂຶ້ນ 18,52% ເຊິ່ງໃນນີ້ ຖານລາຍຮັບພາຍໃນ ທີ່ເປັນແຫລ່ງລາຍຮັບໃຫຍ່ ແລະ ໝັ້ນຄົງໃນການຄ້ຳຈຸນ ງົບປະມານແຫ່ງລັດ ສ່ວນໃຫຍ່ແມ່ນ ມາຈາກລາຍຮັບ ຂະແໜງສ່ວຍສາອາກອນ ເປັນຕົ້ນ ປະກອບມີຫົວໜ່ວຍ ທີ່ກົມຄຸ້ມຄອງເກັບ 200 ຫົວໜ່ວຍ ທີ່ມອບອາກອນເປັນປົກກະຕິ. ສະເພາະການມອບພັນທະງວດ 1 ປີ 2017 ຂອງ 25 ບໍລິສັດ ຂະໜາດໃຫຍ່ ສູງເຖິງ 820,25 ຕື້ກີບ ໃນນີ້ ບໍລິສັດເບຍລາວສູງສຸດ 354 ຕື້ກີບ, ບໍລິສັດມອບພັນທະ 10 ຕື້ກີບຂຶ້ນໄປ ມີ 14 ບໍລິສັດ ແລະ ຫລຸດ 10 ຕື້ກີບລົງມາ ມີ 10 ບໍລິສັດ; ສໍາລັບໂຄງການໄຟຟ້າ ໃນຈຳນວນທັງໝົດ 40 ໂຄງການ, ໃນນີ້ ໄດ້ດຳເນີນຜະລິດ ແລະ ປະຕິບັດ ພັນທະອາກອນແລ້ວ 17 ໂຄງການ ແລະ ກຳລັງຢູ່ໃນໄລຍະກໍ່ສ້າງ ແລະ ຍົກເວັ້ນ 23 ໂຄງການ; ສະເພາະລາຍຮັບ ສ່ວຍສາອາກອນປົກກະຕິ (ອາກອນກຳໄລ, ອາກອນລາຍໄດ້, ອາກອນຊົມໃຊ້ ແລະ ອື່ນໆ) ແມ່ນປະຕິບັດ ໄດ້ໃນທ່ວງທ່າທີ່ດີ ເຊິ່ງຢູ່ໃນລະດັບ 20% ຂອງແຜນການປີ, ລາຍຮັບຈາກຄ່າທຳນຽມ ແມ່ນປະຕິບັດ ໄດ້ລື່ນແຜນງວດ 23%, ລາຍຮັບຈາກພາສີ ສາມາດຈັດເກັບໄດ້ 24,33% ຂອງແຜນການປີ ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 32,55%, ລາຍຮັບຈາກການນຳເຂົ້າ ນ້ຳມັນເຊື້ອໄຟ ປະຕິບັດໄດ້ເກີນ ແຜນງວດປະມານ 7%, ປັດໃຈສຳຄັນ ແມ່ນຍ້ອນມີການຢຸດຕິ ການຍົກເວັ້ນ ພາສີ-ອາກອນ, ນອກນີ້ ຍັງມີຄ່າທຳນຽມທີ່ປະຕິບັດ ໄດ້ເກີນແຜນງວດ 37% ແລະ ສິ້ນສ່ວນອາໄຫລ່ເກີນ 11,5% ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...