ຕອນທີ 22 ຄວາມລັບແຕກ
ທີ່ບໍລິສັດ ເອກຍ່າງໜ້າຂຶງເຂົ້າໄປທີ່ຫ້ອງການຂອງນູ່ນີ່ ເມື່ອເຂົ້າໄປໃນຫ້ອງເອກບໍ່ສີ່ບໍ່ຫ້າ ເປີດສາກຖາມເອື້ອຍໄປແບບຕົງໆວ່າ
ເອກ: “ເອື້ອຍນູ່ນີ່! ບອກຂ້ອຍມາຕາມຕົງວ່າເຈົ້າໄດ້ບອກເລື່ອງທີ່ຂ້ອຍເຊື່ອງອາລີ້ໄວ້ທີ່ເຮືອນໃຫ້ແມ່ຮູ້ຫຼື ບໍ່”
ນູ່ນີ່ ເຮັດໜ້າງົງ ແປກໃຈກັບຄຳຖາມຂອງນ້ອງຊາຍ: “ເຈົ້າມາຖາມເອື້ອຍແບບນີ້ໝາຍຄວາມວ່າແນວໃດ”
ເອກ: “ຕອບເຮົາມາຕາມຈິງ! ເອື້ອຍໄດ້ບອກແມ່ເລື່ອງທີ່ຂ້ອຍເຊື່ອງອາລີ້ໄວ້ເຮືອນຫຼັງນັ້ນຫຼືບໍ່”
ນູ່ນີ່: “ບໍ່ໄດ້ບອກໃຜ”
ເອກ: “ແນ່ໃຈ!”
ນູ່ນີ່: “ແລ້ວຂ້ອຍຈະເວົ້າຕັວະເຈົ້າເພື່ອ!”
ເອກຈ້ອງເບິ່ງໜ້າເອື້ອຍດ້ວຍສາຍຕາແຂງກະດ້າງໂດຍບໍ່ເອີ່ຍຖາມສິ່ງໃດຕໍ່ໄປອີກ ແລ້ວກໍ່ຍ່າງອອກຈາກຫ້ອງມຸ່ງໜ້າໄປທີ່ຫ້ອງເຮັດວຽກຂອງແມ່ດ້ວຍສີໜ້າທ່າທາງໂມໂຫ ເອກຍ່າງດຸ່ມໆໄປທີ່ໂຕະເຮັດວຽກຂອງແມ່. “ມາດາມ ລິນດາ” ເຫັນລູກຊາຍຍ່າງເຂົ້າມາຫາກໍ່ຍິ້ມທັກທາຍລູກຕາມປົກກະຕິ
ເອກເອີ່ຍຖາມແມ່ດ້ວຍນ້ຳສຽງແຂງກະດ້າງ: “ຄືນວ່ານີ້ເຈົ້າໄດ້ສົ່ງຄົນໄປເຮັດສິ່ງໃດໃຫ້ ຫລື ບໍ່”
ມາດາມ ລິນດາ ງົງກັບຄຳຖາມຂອງລູກຊາຍ: “ນີ້ລູກກຳລັງເວົ້າເລື່ອງຫຍັງ? ແມ່ບໍ່ເຫັນເຂົ້າໃຈ”
ເອກ: “ແນ່ໃຈວ່າແມ່ບໍ່ໄດ້ສົ່ງຄົນໄປເຮັດເລື່ອງໃດໃຫ້”
ມາດາມ ລິນດາ ຕອບລູກຊາຍກັບຢ່າງໃຈເຢັນ: “ແລ້ວເຈົ້າຄິດວ່າແນວໃດ! ຄິດສົງໃສແມ່ຕົນເອງຊັ້ນຫວະ! ແລະເລື່ອງທີ່ເຈົ້າໝາຍເຖິງນັ້ນມັນແມ່ນເລື່ອງຫຍັງລະຊ່ວຍເວົ້າໃຫ້ແມ່ແຈ້ງໃຈແນ່”
ຄຳຕອບຂອງແມ່ເຮັດໃຫ້ເອກເກີດຄວາມສັບສົນລັງເລຄິດຢູ່ໃນໃຈ “ຫຼື ແມ່ຈະບໍ່ຮູ້ເລື່ອງແທ້ໆ ຫຼື ແມ່ກຳລັງຫຼິ້ນລະຄອນປັ່ນຫົວເຮົາຢູ່” ເອກຢຸດຄິດໄປພັກໜຶ່ງຈິ່ງຕອບແມ່ອອກໄປວ່າ: “ສົງໃສລູກນອນນ້ອຍສະໝອງມັນເລີຍຄິດເລື່ອຍເປື່ອຍ! ຂໍໂທດທີ່ມາເວົ້າແບບນີ້ກັບແມ່! ຂໍຕົວກ່ອນ”
ເມື່ອເວົ້າຈົບເອກກໍ່ຍ່າງອອກຈາກຫ້ອງແມ່ໄປ ມາດາມລິນດາເກີດຄວາມສົງໃສໃນຕົວລູກຊາຍຈິ່ງໄດ້ໂທລະສັບໄປສັ່ງໃຫ້ຄົນຂອງຕົນເລີ່ມສະກົດຮອຍຕາມລູກຊາຍຢ່າງໃກ້ຊິດນັບຕັ້ງມື້ນີ້ເປັນຕົ້ນໄປ
ເອກນັ່ງກຸມຂະໝັບຄົນດຽວຢູ່ໃນຫ້ອງ ຄິດທົບທວນເລື່ອງລາວຕ່າງໆ ຄົນຮ້າຍບອກວ່າ ມາດາມ ລິນດາ ເຊິ່ງເປັນແມ່ຂອງຕົນເປັນຄົນວ່າຈ້າງໃຫ້ໄປເຮັດເລື່ອງຕ່ຳຊ້າ ແຕ່ແມ່ກໍ່ປະຕິເສດສຽງແຂງວ່າບໍ່ຮູ່ເລື່ອງຫຍັງຫຼື ຈະເປັນແຜນຂອງເອື້ອຍນູ່ນີ່ ມັນຄົງເປັນໄປບໍ່ໄດ້ ເພາະຖ້າເອື້ອຍນູ່ນີ່ກໍ່ຮູ້ເລື່ອງນີ້ມາຕັ້ງແຕ່ດົນ ຖ້າຈະລົງມືເຮັດກໍ່ຄົງຈະລົງມືໄປແຕ່ດົນແລ້ວ ແຕ່ເລື່ອງນີ້ທີ່ເຮົາຮູ້ຊັດເຈນກໍ່ມີແຕ່ເອື້ອຍນູ່ນີ່ເທົ່ານັ້ນທີ່ຮັບຮູ້ເລື່ອງຂອງເຮົາໄດ້ດີທີ່ສຸດຢູ່ຄົນດຽວ, ແຮງຄິດແຮງປວດຫົວຕົກລົງຄືໃຜກັນແທ້ທີ່ກຳລັງຫຼິ້ນລະຄອນປັ່ນຫົວຕົວເອງ ຈະເປັນນູ່ນີ່ຜູ້ເປັນເອື້ອຍ ຫຼື ຈະເປັນແມ່ ສອງຄົນນີ້ໃຜກັນແທ້ທີ່ຢູ່ເບື້ອງຫຼັງການທຳຮ້າຍອາລີ້ ໃນຂະນະທີ່ເອກກຳລັງຢູ່ໃນອາລົມສັບສົນໃນຄວາມຄິດຂອງຕົນຢູ່ນັ້ນ ເລຂາໜ້າຫ້ອງກໍ່ເຄາະປະຕູ ແລະ ໄຂເຂົ້າມາພ້ອມແຟ້ມເອກະສານທີ່ມີເອກະສານຈຳນວນໜຶ່ງກ່ຽວກັບແຜນການໃຊ້ຈ່າຍຂອງຝ່າຍການຜະລິດເຂົ້າມາໃຫ້ເອກເຊັນອະນຸມັດແຜນລາຍຈ່າຍ ເລຂາໄດ້ເອົາແຟ້ນແຜນງົບ ປະມານວາງໄວ້ໜ້າໂຕະ ກ່ອນຈະອອກໄປໄດ້ກ່າວວ່າ:
ເລຂາເອກ: “ບ່າຍນີ້ຕອນສອງໂມງນາຍນ້ອຍເອກມີປະຊຸມທີ່ພະແນກອຸດສາຫະກຳ ແລະ ການຄ້າ”
ເອກຕ້ອງໄດ້ປ່ອຍວາງເລື່ອງສ່ວນຕົວລົງກ່ອນ ແລ້ວຫັນມາສົນໃຈເລື່ອງວຽກງານ ເອກ ກວດເບິ່ງເອກະ ສານແຜນລາຍຈ່າຍຢ່າງລະອຽດກ່ອນເຊັນອະນຸມັດ ແລ້ວໃຫ້ເລຂານຳເອກະສານແຜນງົບປະມານອອກໄປພ້ອມດຳເນີນການ.
ປະມານເວລາ 13:20 ນາທີ ເອກໄດ້ຂັບລົດອອກຈາກບໍລິສັດ ເພືອໄປຮ່ວມປະຊຸມທີ່ພະແນກອຸດສາຫະ ກຳ ແລະ ການຄ້າ ຫຼັກ 5, ໃນທີ່ປະຊຸມ ມີຕາງໜ້າຈາກຫຼາຍພາກສ່ວນທີ່ເປັນສະມາຊິກຂອງສະມາຄົມຫັດຖະກຳລາວ ເຂົ້າຮ່ວມປະຊຸມ ຫົວຂໍ້ທີ່ປະຊຸມໃນວັນນີ້
ທາງຮອງປະທານສະມາຄົມຫັດຖະກຳ ໄດ້ແຈ້ງໃຫ້ແຕ່ລະພາກສ່ວນຮັບຮູ້ວ່າ “ໃນວັນທີ 1-5 ພະຈິກ ຈະໄດ້ມີການຈັດງານສະມາຄົມຫັດຖະກຳຂຶ້ນ ດັ່ງນັ້ນຈິ່ງຂໍແຈ້ງໃຫ້ທຸກພາກສ່ວນຈັດກຽມຜະລິດຕະພັນຂອງທ່ານໃຫ້ພ້ອມ ເພື່ອວາງສະແດງໃນງານ ແລະ ກິດຈະກຳພາຍໃນງານກໍ່ຈະມີການເດີນແຟຊັ່ນຊຸດລາວ, ການສາທິດການຜະລິດ, ການປະກວດຜະລິດຕະພັນດີເດັ່ນແຫ່ງປີ ພາກສ່ວນໃດຕ້ອງການສົ່ງຜະລິດຕະພັນຂອງຕົນຮ່ວມເຂົ້າປະກວດກໍ່ໃຫ້ວາງແຜນກະກຽມໄວ້ຕັ້ງແຕ່ຕອນນີ້, ສ່ນພາກສ່ວນໃດຈະສົ່ງເສື້ອຜ້າມາຮ່ວມໂຊໃນງານເດີນແຟຊັ່ນໂຊກໍ່ໃຫ້ກຽມໄວ້ ລາຍລະອຽດຕ່າງໆ ສາມາດພົວພັນຂໍ້ມູນເພີ່ມເຕີມກັບທາງກອງເລຂາໄດ້”.
ຫຼັງຈາກເລີກປະຊຸມທີສະມາຄົມຫັດຖະກຳລາວ ທີ່ພະແນກອຸດສາຫະກຳ ແລະ ການຄ້າ ປະມານເວລາ 16:30 ນາທີ ຫຼັງປະຊຸມເລີກເອກກໍ່ຂັບລົດກັບໄປຫາອາລີ້ທີ່ເຮືອນທັນທີ ເພາະຄວາມເປັນຫ່ວງ.
ທີ່ເຮືອນໝີນ້ອຍໄດ້ມາຫານ້ອງສາວທັງສອງໄດ້ນັ່ງລົມກັນທີ່ຫ້ອງຮັບແຂກ ປະມານ 1 ຊົ່ວໂມງເອກກໍ່ມາຮອດເຮືອນພໍຂັບລົດເຂົ້າໄປຈອດທີ່ບ່ອນຈອດລົດກໍ່ແປກໃຈເຫັນລົດເວັບ 100 ຟ້າດຳຄັນໜຶ່ງຈອດໄວ້ກ້ອງກົກໝາກຕາກຽງເອກລົງລົດແລ້ວຍ່າງເຂົ້າໄປໃນເຮືອນ ເຫັນໝີນ້ອຍເອື້ອຍຂອງອາລີ້ ຈິ່ງຍິ້ມເບົາໆທັກທາຍຕາມມາລະຍາດ ໝີນ້ອຍດີໃຈທີ່ໄດ້ເອກຈິ່ງກ່າວຄຳທັກທາຍສະບາຍດີດ້ວຍສີໜ້າຍິ້ມແຍ້ມ
ເອກໄດ້ໄປນັ່ງລົງຂ້າງໆອາລີ້ ອາລີ້ເຮັດສີໜ້າກ້ຳກິ່ງຄ້າຍມີເລື່ອງໜຶ່ງຈະລົບກວນເອກໃຈໜຶ່ງກໍ່ບໍ່ຢາກເວົ້າ ເພາະບໍ່ຢາກລົບກວນເອກ ແຕ່ອີກໃຈກໍ່ຖືກເອື້ອຍຮ້ອງຂໍ ອາລີ້ຈິ່ງຕັດສິນໃຈເອີ່ຍອອກໄປວ່າ
ອາລີ້: “ອ້າຍເອກເຈົ້າມາຖືກເວລາພໍດີ! ຄືວ່າ…ຄືວ່າ…”
ເອກ: “ມີຫຍັງຈະເວົ້າ! ຣຶ”
ອາລີ້: “ຄືວ່າ…ເອື້ອຍໝີນ້ອຍເພິ່ນຈະມາຂໍອາໃສທີ່ເຮືອນຫຼັງນີ້ຈັກໄລຍະໜຶ່ງ ເພື່ອຊອກວຽກເຮັດ ເມືອໄດ້ວຽກເຮັດ ແລະ ໄດ້ທີ່ພັກແລ້ວຈະຢ້າຍອອກໄປ! ນ້ອງບໍ່ກ້າທີ່ຈະຕອບຕົກລົງເພາະນີ້ເປັນເຮືອນຂອງເພື່ອນອ້າຍເອກຕ້ອງໃຫ້ອ້າຍເອກກັບເພື່ອນອະນຸຍາດກ່ອນ”
ເອກ: “ອໍ…! ກໍ່ໄດ້! ດີຄືກັນເຈົ້າຈະໄດ້ມີໝູ່ຢູ່ນຳໃນຊ່ວງທີ່ຂ້ອຍບໍ່ຢູ່! ແລ້ວມື້ນີ້ອາການບາດເຈັບຂອງເຈົ້າເປັນແນວໃດ ຍັງເຈັບຫຼາຍ ຫຼື ບໍ່”
ອາລີ້ຍິ້ມບາງເບົາ:”ອາການເຈັບໃຄຂຶ້ນແລ້ວ ແຕ່ຮອຍບວມຊ້ຳຕ້ອງໃຊ້ເວລາອີກຫຼາຍມື້ຈິ່ງຈະຫາຍດີ”
ທັງສອງຍິ້ມໃສ່ກັນຫວານຊື່ນ ນີ້ຊ່າງເປັນພາບບາດຕາບາດໃຈໝີນ້ອຍເຫຼືອເກີນ, ດັ່ງໂລກນີ້ມີກັນຢູ່ສອງຄົນ ສ່ວນໝີນ້ອຍກາຍເປັນສ່ວນເກີນຂອງເຮືອນຫຼັງນີ້ໄປທັນທີ ເອກບໍ່ຫັນມາເບິ່ງໝີນ້ອຍພຽງແຕ່ຫາງຕາ.
ມາດາມ ລິນດາ ທີ່ກຳລັງນັ່ງອ່ານໜັງສືຢູ່ໃນຫ້ອງຄົນດຽວງຽບໆ ກໍ່ໄດ້ຮັບຂໍ້ຄວາມວັອບແອັບຈາກສາຍສືບທີ່ສົ່ງໄປຕິດຕາມພຶດຕິກຳຂອງລູກຊາຍຢ່າງໃກ້ຊິດ ມາດາມ ລິນດາ ເຫັນຮູບລູກຊາຍກຳລັງສະຫວີດຫວານກັບຍິງສາວຄົນໜຶ່ງ ເຊິ່ງເປັນຄົນທີ່ຕົນຮູ້ຈັກດີ ນັ້ນກໍ່ຄືອາລີ້ ຍິງສາວທີ່ຄັ້ງໜຶ່ງເຄີຍຮັບໃຊ້ຕົວເອງ ມາດາມ ລິນດາ ເລື່ອນເບິ່ງຮູບຫຼາຍໃບທີ່ສາຍສືບຂອງຕົນສົ່ງເຂົ້າມາໃຫ້ເບິ່ງ ດ້ວຍສີໜ້າອາລົມທີ່ບໍ່ພໍໃຈຢ່າງທີ່ສຸດ ເພາະຄິດເມື່ອຄັ້ງອະດີດຕົນເອງເຄີຍເຈັບຊ້ຳເພາະພຶດຕິກຳຂອງລູກສາວໄປແລ້ວ ແລະ ຈະບໍ່ຍອມໃຫ້ປະຫວັດສາດນັ້ນກັບມາເກີດຂຶ້ນອີກຄັ້ງ
ເຊົ້າວັນຕໍ່ມາທີ່ຫ້ອງການ ເອກຖືປະທານບໍລິສັດຮຽກໃຫ້ເຂົ້າໄປພົບທີ່ຫ້ອງ ມາດາມ ລິນດາ ນັ່ງດ້ວຍທ່າສະບາຍສະບາຍທີ່ຕັ່ງປະຈຳຕຳແໜ່ງ ແລະ ຈ້ອງເບິ່ງໜ້າລູກດ້ວຍສາຍຕາແຕກຕ່າງກວ່າທຸກມື້ ຈົນເອກສາມາດສຳພັດໄດ້ ເອກນັ່ງລົງທີ່ຕັ່ງເຊິ່ງໜ້າຜູ້ເປັນແລ້ວເອີ່ຍຖາມອອກມາວ່າ
ເອກ: “ແມ່ໃຫ້ລູກເຂົ້າມາພົບນັກມີເລື່ອງສຳຄັນອັນໃດຈະປຶກສາ”
ມາດາມ ລິນດາ ເປີດຮູບໃນໂທລະສັບແລ້ວຢື່ນໃຫ້ລູກຊາຍ ເອກຈັບເອົາໂທລະສັບຈາກມືແມ່ມາເບິ່ງ ເຫັນຮູບພາບຕົນເອງກັບອາລີ້ ເອກຮູ້ສຶກຕື່ນຕົກໃຈຕາຂະໜິບເລັກນ້ອຍແຕ່ກໍ່ຄວບຄຸມອາການໄວ້ໄດ້ ຈິ່ງບໍ່ໄດ້ສະແດງສີໜ້າອອກມາຫຼາຍ, ມາດາມ ລິນລາ ເອີ່ຍວ່າຈາຊ້າໆດ້ວຍນໍ້າສຽງເຂັ້ມກັບລູກຊາຍ
ມາດາມ ລິນດາ: “ເອກ! ລູກຈົ່ງອະທິບາຍເລື່ອງທັງໝົດມາດຽວນີ້”
ເອກ: “ລູກບໍ່ມີເລື່ອງຕ້ອງອະທິບາຍເພາະລູກບໍ່ໄດ້ເຮັດຫຍັງຜິດ! ທີ່ເຫັນໃນພາບນີ້ ແມ່ວາງໃຈໄດ້ ລູກກັບນາງບໍ່ໄດ້ມີຄວາມສຳພັນເລິກເຊິ່ງຄືທີ່ແມ່ເຫັນໃນຮູບ! ນັ້ນເປັນພຽງການຊ່ວຍເຫຼືອນາງເພາະຄວາມເຫັນໃຈ ຢ່າງໜ້ອຍນາງກໍ່ເຄີຍເຫັນຄົນຮັບໃຊ້ທີ່ເຮືອນຂອງເຮົາ! ເມື່ອນາງຕົກທຸກໄດ້ຍາກ ນາງມາຂໍຄວາມຊ່ວຍເຫຼືອລູກກໍ່ເລີຍໃຫ້ການຊ່ວຍເຫຼືອນາງໄປເທົ່ານັ້ນ”
ມາດາມ ລິນດາ ຍິ້ມມຸມປາກເລັກໜ້ອຍກ່ອນເວົ້າກັບລູກຊາຍຢ່າງໃຈເຢັນ: “ແຕ່ທີ່ແມ່ເຫັນໃນຮູບນີ້ມັນມີຄວາມໝາຍຫຼາຍກວ່າລູກເວົ້າໃດ໋”
ເອກ: “ແມ່ຢ່າໄດ້ໃສ່ໃຈກັບຮູບພາບເຫຼົ່ານັ້ນເລີຍ ລູກຮູ້ຕົວດີວ່າລູກເປັນຄົນມີຄອບຄົວແລ້ວ”
ມາດາມ ລິນດາ: “ຖ້າລູກຢືນຢັນກັບແມ່ຢ່າງນີ້ແມ່ກໍ່ສະບາຍໃຈແລ້ວ! ເອົາເປັນວ່າລູກມີວຽກຫຍັງຄ້າງຄາລູກກໍ່ໄປເຮັດເຖີດ ແມ່ບໍ່ຫຼົບກວນເວລາວຽກຂອງລູກແລ້ວ”
ມາດາມ ລິນດາ ເຖິງຈະຮູ້ຈັກນິໃສຂອງລູກຊາຍດີວ່າເປັນຄົນແນວໃດ ແຕ່ກໍ່ຍັງບໍ່ປັກໃຈເຊື່ອໃນຄຳເວົ້າຂອງລູກຊາຍໄດ້ 100% ທີ່ບອກວ່າບໍ່ໄດ້ມີຄວາມຜູກພັນກັບຍິງຄົນນັ້ນໃນທາງຊູ້ສາວ ເນື່ອງຈາກການສັງເກດເບິ່ງສີໜ້າ ແລະ ແວວຕາຂອງລູກຊາຍແລ້ວຍັງມີພິລຸດຢູ່ຫຼາຍຈຸດຢູ່ ຈິ່ງສັ່ງໃຫ້ຄົນຕິດຕາມພຶດຕິກຳລູກຊາຍຕໍ່ໄປ.
ເອກອອກຈາກຫ້ອງແມ່ດ້ວຍຄວາມໃຈສະທ້ານ ເມື່ອໄດ້ສະຫຼຸບຄຳຕອບເລື່ອງທີ່ມີຄົນໄປທຳຮ້າຍອາລີ້ ທີ່ຕົນຄິດຫາຄຳຕອບມາຫຼາຍວັນ ໃນທີ່ສຸດຄວາມຈິງກໍ່ເປີດເຜີຍຄົນທີ່ຢູ່ເບື້ອງຫຼັງເລື່ອງນີ້ແທ້ຈິງເປັນແມ່ຂອງຕົນເອງ ບໍ່ແມ່ນເອື້ອຍນູ່ນີ່ ເອກແບກຄວາມເສບໃຈກະຊອບໃຫຍ່ຍ່າງໂຊເຊເຂົ້າໄປຫາເອື້ອຍທີ່ຫ້ອງເຮັດວຽກ ແລະ ແຈ້ງໃຫ້ເອື້ອຍຮູ້ວ່າຕອນນີ້ແມ່ກຳລັງສົ່ງຄົນຕິດຕາມຕົວເອງ ແລະ ແມ່ກໍ່ສົງໃສຄວາມສຳພັນລະຫວ່າງຕົນເອງກັບອາລີ້ ນູ່ນີ່ຕົກໃຈໜັກທີ່ໄດ້ຍິນນ້ອງກ່າວແບບນີ້
ນູ່ນີ່ ໜ້າຕາຕື່ນ: ”ເຈົ້າຕອບແມ່ໄປວ່າແນວໃດ”
ເອກ: ”ຕອນແມ່ຖາມຂ້ອຍກໍ່ບໍ່ວ່າຂ້ອຍບໍ່ໄດ້ຄິດຫຍັງກັບນາງ ພຽງໃຫ້ການຊ່ວຍເຫຼືອເພາະສົງສານນາງເທົ່ານັ້ນ”
ນູ່ນີ່: “ແລ້ວແມ່ມີອາການທ່າທາງແບບແນວໃດ ເຊື່ອໃນສິ່ງທີ່ເຈົ້າເວົ້າບໍ່”
ເອກ: “ເລື່ອງນັ້ນນ້ອງບໍ່ອາດຮັບຮູ້ໄດ້ ເພາະແມ່ເປັນຄົນມີຄວາມຄິດຊັບຊ້ອນຍາກແກ່ການຄາດເດົາ”
ນູ່ນີ່: “ແລ້ວເຈົ້າຈະເຮັດແນວໃດຕໍ່ໄປ”
ເອກກ່າວດ້ວຍສີໜ້າເສົ້າ: “ຕໍ່ໄປຂ້ອຍຄົງຕ້ອງລະວັງຕົວຫຼາຍຂຶ້ນ ໄປຫຼາຍນາງນ້ອຍລົງ ແລະ ຕໍ່ໜ້າຄົນອື່ນຂ້ອຍຕ້ອງສະແດງຄວາມຮັກຕໍ່ນາງນ້ອຍລົງ ເພາະຖ້າຂ້ອຍສະແດງຄວາມຮັກຕໍ່ນາງຫຼາຍພຽງໃດ ນາງກໍ່ແຮງຈະເປັນອັນຕະລາຍຫຼາຍພຽງນັ້ນ”
ນູ່ນີ່ ຖອນຫານໃຈເຫືອກໃຫຍ່ໜຶ່ງເທື່ອ ກ່ອນຈະເອົາມືຊ້າຍຍົກຂື້ນລູບບ່ານ້ອງ “ເຈົ້າເຮັດຖືກແລ້ວ! ບາງຄັ້ງເຮົາຕ້ອງຍອມເຈັບເອງເພື່ອໃຫ້ຄົນຮັກປອດໄພ”
ເອກນັດພົບກັບອາລີ້ທີ່ຮ້ານກາເຟໂຈມາ ໂພນທັນ ຫຼັງຈາກເລີກຮຽນອາລີ້ກໍ່ໄປພົບເອກຕາມນັດໝາຍ ທັງສອງດື່ມກາເຟ ແລະ ກິນເຄັກ ວັນນີ້ອາລີ້ຮູ້ສຶກແປກໆ ເອກມິດງຽບກວ່າທຸກຄັ້ງບໍ່ເວົ້າບໍ່ຈາ ທັງສີໜ້າແວວຕາກໍ່ເບິ່ງເສົ້າໆກວ່າປົກກະຕິຄ້າຍກັບຄົນກຳລັງແບກຄວາມທຸກທັງໂລກນີ້ໄວ້ຄົນດຽວ ອາລີ້ຈິ່ງເອີ່ຍຖາມດ້ວຍຄວາມຂ້ອງໃຈ
ອາລີ້: “ອ້າຍເອກມື້ນີ້ເຈົ້າເບິ່ງຄືບໍ່ມີຊີວິດຊີວາເລີຍ ບໍລິສັດອ້າຍມີບັນຫາ”
ເອກ: “ວຽກງານໃນບໍລິສັດອ້າຍບໍ່ມີບັນຫາຫຍັງທຸກຢ່າງກຳລັງດີ”
ອາລີ້: “ເປັນແນວນັ້ນກໍ່ດີ! ເຫັນອ້າຍສີໜ້າເສົ້າໝອງດັ່ງກັບຄົນມີເລື່ອງກຸ້ມອົກກຸ້ມໃຈທີ່ບໍ່ສາມາດບອກໃຜໄດ້”
ເອກ: “ບໍ່!ບໍ່! ເຈົ້າບໍ່ຕ້ອງເປັນກັງວົນໄປເລີຍ! ເອີ້! ຄືວ່າອ້າຍມີເລື່ອງຈະບອກ! ຕໍ່ໄປອ້າຍຄົງຈະບໍ່ມີເວລາມາຫາເຈົ້າເລື່ອຍທຄືເມື່ອກ່ອນ ເພາະຊ່ວງນີ້ອ້າຍມີວຽກງານຫຼາຍຢ່າງທີ່ບໍລິສັດ ແຕ່ອ້າຍກໍ່ຈະໝັ່ນໂທມາຫາເຈົ້າເລື່ອຍໆ! ເຈົ້າຈົ່ງຮັບຮູ້ໄວ້ວ່າບໍ່ວ່າສິມີຫຍັງເກີດຂຶ້ນອ້າຍຈະບໍ່ປ່ອຍມີເຈົ້າ”
ອາລີ້ຮູ້ສຶກແປກໃຈກັບຄຳເວົ້າຂອງເອກເລັກນ້ອຍ ແລະ ບໍ່ເຂົ້າໃຈຄວາມໝາຍບໍ່ຮູ້ວ່າເອກກຳລັງຈະສື່ເຖິງເລື່ອງຫຍັງ ແຕ່ກໍ່ປິດປາກງຽບບໍ່ເອີ່ຍຖາມຈູ້ຈີ້ ໄດ້ແຕ່ງຶກຫົວພະຍັກໜ້າຕອບຮັບເທົ່ານັ້ນ.
ເອກຈົກໂທລະສັບລຸ້ນໃໝ່ຢີ່ຫໍ້ໜຶ່ງທີ່ສາມາດຫຼິ້ນເຟສ, ຫຼິ້ນໄລນ ໄດ້ອອກມາໃຫ້ອາລີ້ “ຕໍ່ໄປໃຫ້ເຈົ້າໃຊ້ເຄື່ອງນີ້ຕິດຕໍ່ກັບອ້າຍ! ເຈົ້າສາມາດເປີດເຄື່ອງໃຊ້ໄດ້ເລີຍ ເພາະອ້າຍຕັ້ງທຸກຢ່າງໄວ້ໃຫ້ໝົດແລ້ວ” ເອກໄດ້ເຮັດການສະແກນລາຍນິ້ວມື 2 ລາຍມື ນິ້ວມືໜຶ່ງເປັນຂອງອາລີ້ ອີກລາຍມືໜຶ່ງເປັນຂອງເອກ, ອາລີ້ຮູ້ສຶກໃຈຫາຍ ແຕ່ກໍ່ເຂົ້າໃຈໃນເຫດຜົນທີ່ເອກບອກມາ ທັງສອງນັ່ງໃນຮ້ານເປັນຊົ່ວໂມງຈິ່ງຄ່ອຍແຍກຍ້າຍກັນອອກຈາກຮ້ານ.
ອ່ານຍ້ອນຫຼັງຕອນທີ 21 https://www.laopost.com/2017/04/07/88402