HomeBaby-ແມ່ແລະເດັກວິຕາມິນທີ່ຊ່ວຍກະຕຸ້ນພັດທະນາການສະໝອງ ແລະ ຈໍປະສາດຕາຂອງລູກໃຫ້ດີ

ວິຕາມິນທີ່ຊ່ວຍກະຕຸ້ນພັດທະນາການສະໝອງ ແລະ ຈໍປະສາດຕາຂອງລູກໃຫ້ດີ

Published on

ແນ່ນອນວ່າເລື່ອງ ໂພຊະນາການກໍ່ເປັນຫົວໃຈສຳຄັນອີກເລື່ອງໜຶ່ງທີ່ພໍ່ແມ່ຄວນເອົາໃຈໃສ່ ເພາະການໄດ້ຮັບອາ ຫານທີ່ດີ ມີຄຸນຄ່າທາງໂພຊະນາການຄົບຖ້ວນ ສຸຂະພາບຂອງລູກນ້ອຍກໍ່ຍ່ອມດີຕາມລຳດັບ ເລື່ອງນົມແມ່ນຄວນໃຫ້ລູກດື່ມນົມແບ້ ດີກວ່າໃຫ້ລູກດື່ມງົວ ເພາະນົມແບ້ນັ້ນ ມີຣົດຊາດດີ, ກິນຫອມ ດື່ມງ່າຍ ແລະ ມີສານອາຫານທີ່ມີຄຸນປະໂຫຍດສູງ ໂດຍສະເພາະມີ “ສານທໍຣີນ” ທີ່ຊ່ວຍໃຫ້ສະໝອງ ແລະ ຈໍປະສາດຕາຂອງລູກນ້ອງທຳງານໄດ້ດີຂຶ້ນຢ່າງເປັນທຳມະຊາດ

ນອກຈາກນີ້ຄວນໃຫ້ລູກໄດ້ກິນອາຫານທີ່ມີ ໂອເມກ້າ 3, 6, 9 DHA ແລະ ARA ທີ່ຊ່ວຍກະຕຸ້ນພັດທະນາການທາງດ້ານສະໝອງ ແລະ ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງລູກນ້ອຍ ໃນນົມແບ້ຍັງມີໂປຣຕິນ CPP (Casein Phosphopeptides) ເຊິ່ງເປັນໂປຣຕິນນຸ້ມຍ່ອຍງ່າຍ ຊ່ວຍໃນການດູດຊືມແຮ່ທາດຕ່າງໆທີສຳຄັນຕໍ່ຮ່າງກາຍເຊັ່ນ: ແຄລຊຽມ, ເຫຼັກ, ສັງກະສີ ແລະ ແມກນີຊຽມ ເຂົ້າສູ່ຮ່າງກາຍຢ່າງມີປະສິດທິພາບ ທັງຍັງມີແຄລຊຽມທີ່ຊ່ວຍເສີມວ້າງການຈະເລີນເຕີບໂຕ ມີວິຕາມິນ B12 ທີ່ຊ່ວຍໃຫ້ສະໝອງມີຂະບວນການທຳງານທີ່ດີດ້ວຍຕົວເອງນັ້ນ,​ ລູກມີນ້ຳໜັກຕົວພໍດີ ແລະ ມີພັດທະນາການທີດີສົມໄວອີກດ້ວຍ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...