spot_img
Homeຂ່າວພາຍ​ໃນ“ຮູ້ໂຕແລ້ວ” ໂຕການທີ່ເຮັດໃຫ້ໄຟໄໝ້ຕະຫຼາດ

“ຮູ້ໂຕແລ້ວ” ໂຕການທີ່ເຮັດໃຫ້ໄຟໄໝ້ຕະຫຼາດ

Published on

ຄືທີ່ຮູ້ນຳກັນແລ້ວເນາະວ່າ ຫຼາຍປີທີ່ຜ່ານມາບັນຫາອັກຄີໄພ ເກີດຂຶ້ນຫຼາຍໆ ຄັ້ງ ນັບທັງເຮືອນປະຊາຊົນແລະຕະຫຼາດ. ປີ 2017 ນີ້ ພຽງເວລາ 2 ເດືອນ ກໍໄດ້ເກີດເຫດໄຟໄໝ້ຂຶ້ນແລ້ວຫຼາຍສິບຄັ້ງ ບ້ານເຮືອນປະຊາຊົນເສຍຫາຍຈຳນວນຫຼາຍ ແລະມີຕະຫຼາດຖືກໄຟໄໝ້ແລ້ວ 2 ແຫ່ງ ຄື ວັນທີ 19 ກຸມພາ 2017 ໄດ້ເກີດເຫດໄຟໄໝ້ຕະຫຼາດເຊໂນ (ຕະຫຼາດຂາຍປິ້ງໄກ່ເຊໂນ) ແຂວງສະຫວັນນະເຂດ ແລະວັນທີ 25 ກຸມພາ 2017 ໄດ້ເກີດເຫດໄຟໄໝ້ຕະຫຼາດລືໄຊ ເມືອງໄຊ ແຂວງອຸດົມໄຊ ເສຍຫາຍຢ່າງໜັກ. ໄຟໄໝ້ແຕ່ລະຄັ້ງຈະຖືກພິສູດແລະຄາດຄະເນເຖິງ ສາເຫດທີ່ເຮັດໃຫ້ໄຟໄໝ້ ແລະແລ້ວກໍມັກຈະສະຫຼຸບວ່າ “ໄຟຟ້າລັດວົງຈອນ?”.
ທີມຂ່າວລາວໂພສຕ໌ໄດ້ພະຍາຍາມຊອກຫາເຫດຜົນວ່າ ເປັນຫຍັງໄຟຟ້າມັກລັດວົງຈອນແທ້ໆ? ທັງນີ້ທີມຂ່າວພວກເຮົາໄດ້ລົງໄປສັງເກດເບິ່ງຕະຫຼາດໃຫຍ່ແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ. ພວກເຮົາສັງເກດເຫັນວ່າຄວາມບໍ່ສະອາດ ອາດຈະເປັນສາເຫດຫຼັກທີ່ເຮັດໃຫ້ເກີດໄຟໄໝ້ຂຶ້ນໄດ້.
ຕະຫຼາດໃຫຍ່ແຫ່ງນີ້ ຖ້າແຫງນຄໍຂຶ້ນເບິ່ງກ້ອງຫຼັງຄາຈະພົບເຫັນຄວາມຮົກເຮື້ອແລະບໍ່ເປັນລະບຽບ ສາຍໄຟຖືກຕໍ່ໂດຍແມ່ຄ້າເອງ ມີໃຍແມງມຸມຕຸ້ມຢ່າງຫຼວງຫຼາຍ ເມື່ອການໃຊ້ໄຟຟ້າມີຄວາມຮ້ອນ ຫຼືການຈູດທູບທຽນບູຊາ ມັນຈະສາມາດເຮັດໃຫ້ຕິດໄຟໃສ່ກັບພວກໃຍແມງມຸມໄດ້ ກ່ອນຈະລາມໄປໄໝ້ຖົງຢາງ, ເຈ້ຍເສດ, ຜ້າແພ ແລະອຸປະກອນໄຟຟ້າ ແລ້ວເກີດໄຟຟ້າລັດວົງຈອນ ເຮັດໃຫ້ໄຟໄໝ້ກວ້າງຂວາງແລະໄວວາ.
ນັກຂ່າວເຮົາໄດ້ຖາມແມ່ຄ້າວ່າ: ຄວາມສະອາດແລະຄວາມເປັນລະບຽບຮຽບຮ້ອຍ ແມ່ນໃຜເປັນຜູ້ຮັບຜິດຊອບ?
ແມ່ຄ້າຕອບວ່າ: ເຈົ້າຂອງຕະຫຼາດ
ນັກຂ່າວເຮົາຖາມແມ່ຄ້າວ່າ: ພວກເຈົ້າບໍ່ຢ້ານເກີດເຫດໄຟໄໝ້ບໍ?
ແມ່ຄ້າຕອບວ່າ: ຂ້ອຍບໍ່ໄດ້ຄິດເລື່ອງນັ້ນ

ຮອດຕອນນີ້ບໍ່ຕ້ອງຖາມແລ້ວວ່າ ເປັນຫຍັງໄຟຈຶ່ງມັກໄໝ້ຕະຫຼາດ? ແຕ່ຄວນຖາມວ່າ: “ເປັນຫຍັງບໍ່ມີການອະນາໄມ” ?

ຖ້າເວົ້າເຖິງຕະຫຼາດມີຫຼາຍຢ່າງປິ່ນອ້ອມ ທີ່ຄວນຈະຕ້ອງໄດ້ພັດທະນາແລະດຳເນີນການໃຫ້ດີຂຶ້ນຕື່ມ ເຊັ່ນ:
1. ການອະນຸຍາດໃຫ້ຄົນເຂົ້າມາຕັ້ງຮ້ານຂາຍເຄື່ອງນັ້ນ ຄວນພິຈາລະນາຄືນໃໝ່ ການຄ້າຂາຍບາງຢ່າງຄວນສະຫງວນໄວ້ໃຫ້ຄົນລາວທໍ່ນັ້ນ. ແຕ່ນີ້ເກືອບທຸກຕະຫຼາດທັງໃນນະຄອນຫຼວງວຽງຈັນແລະຕ່າງແຂວງ ຈະມີຮ້ານຂອງຄົນຫວຽດນາມ ເຊັ່ນ ຮ້ານຂາຍຜັກ, ຂາຍອາຫານສົດ, ຮ້ານຂາຍອາຫານແຫ້ງ ແລະຮ້ານຂາຍເຄື່ອງຍ່ອຍ ເຊິ່ງອັນຄວນຈະເປັນນັ້ນຄື ຄວນໃຫ້ຄົນຕ່າງຊາດເຂົາເຈົ້າລົງທຶນເຮັດການຄ້າທີ່ໃຫຍ່ກວ່ານັ້ນ ຄືໃນລະດັບວິສາຫະກິດສ່ວນບຸກຄົນຂຶ້ນໄປ.
2. ການກວດສອບຄວາມຊື່ສັດໂປ່ງໃສ: ການຕິດປ້າຍລາຄາ ແລະຄວາມຊື່ກົງຂອງການຄ້າຂາຍ ຂໍ້ນີ້ຄວນມີການປູກຝັງຈິດສຳນຶກ ໄປພ້ອມກັບມາຕະການ.
3. ກວດສອບຄວາມສະອາດປອດໄພ: ອາຫານສະອາດປອດໄພຕໍ່ຜູ້ບໍລິໂພກຫຼືບໍ່? ອາຄານສະຖານທີ່ສະອາດບໍ່ເປັນເງື່ອນໄຂໃຫ້ເກີດອັກຄີໄພ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...