spot_img
HomeຊີວິດແລະຄວາມຮັກWedding-Sex-loveເຊັກສ໌! ເຮັດໃຫ້ທ່ານຮູ້ສຶກເຈັບປ່ວຍໄດ້ ແທ້ ຫຼື ບໍ່?

ເຊັກສ໌! ເຮັດໃຫ້ທ່ານຮູ້ສຶກເຈັບປ່ວຍໄດ້ ແທ້ ຫຼື ບໍ່?

Published on

ເປັນອີກໜຶ່ງຄຳຖາມກ່ຽວກັບເລື່ອງເພດສຳພັນທີ່ໜ້າສົນໃຈ ການມີເຊັກສ໌ນັ້ນ ສາມາດເຮັດໃຫ້ເຮົາຮູ້ສຶກເຈັບປ່ວຍໄດ້ ຫຼື ບໍ່? ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ມື້ນີ້ເຮົາຈະມາຫາຄຳຕອບໄປພ້ອມກັນ.

ກໍ່ຄືຮູ້ຈັກກັນດີແລ້ວວ່າ ການມີເພດສຳພັນໃນລະດັບທີ່ພໍດີນັ້ນນັບວ່າເປັນສິ່ງທີ່ດີຕໍ່ສຸຂະພາບ ເພາະຈະຊ່ວຍໃຫ້ທ່ານມີພູມຄຸ້ມກັນທີ່ດີຂຶ້ນ ຫຼຸດຄວາມຄຽດ ເພີ່ມຄວາມສາມາດໃນການອົດທົນຕໍ່ຄວາມເຈັບປ່ວຍໄດ້ ແລະ ເຮັດໃຫ້ນອນ ຫຼັບສະບາຍ ແຕ່ກໍ່ຄືເຮົາຮູ້ຈັກດີວ່າ ຫາກມີເພດສຳພັນທີ່ຫຼາຍຈົນເກີນໄປກໍ່ອາດນຳຄວາມເຈັບປ່ວຍມາສູ່ທ່ານໄດ້ຄືກັນ ເຊິ່ງມີເຫດຜົນດັ່ງນີ້:

1. Orgasm Overload ຫຼື ມາຈາກອາການທີ່ມາຈາກການກະຕຸ້ນຫຼາຍຈົນເກີນໄປ ການກະຕຸ້ນຈຸດສຽວຫຼາຍໆ ຈຸດໃນເວລາພ້ອມໆ ກັນນັ້ນອາດເຮັດໃຫ້ລະບົບປະສາດທຳງານໜັກຈົນເກີນໄປ ຜົນທີ່ໄດ້ຄືຮ່າງກາຍຈະມີການລັ່ງສານສື່ປະສາດໄປພ້ອມກັນ ກັບການຂະຫຍາຍຕົວຂອງເສັ້ນເລືອດ ເຮັດໃຫ້ເກີດອາການວິນຫົວ ຫຼື ປວດຮາກໄດ້ ນອກ ຈາກນັ້ນຍັງພົບອາການທີ່ເກີດຂຶ້ນຫຼາຍໃນກຸ່ມຜູ້ຊາຍຄື ອາການໄຂ້ຫຼັງມີເພດສຳພັນ

2. ຄວາມຫົດຫູ່ ກິດຈະກຳເທິງຕຽງຄວນຈະເປັນກິດຈະກຳທີ່ຊ່ວຍກະຕຸ້ນອາລົມ ແຕ່ 1 ໃນ 3 ຂອງແມ່ຍິງທັງໝົດໄດ້ກ່າວໄວ້ວ່າ ມີຄວາມຮູ້ສຶກຕິງຄຽດຢ່າງໜ້ອຍເທື່ອໜຶ່ງຫຼັງຈາກມີເພດສຳພັນ ເພາະ 10% ຂອງແມ່ຍິງທີ່ຮູ້ສຶກຊຶມເສົ້າ ກັງວົນ ຫຼື ຮູ້ສຶກຜິດ ຫຼັງມີເພດສຳພັນນັ້ນ ມັນຈະມີສາເຫດມາຈາກການປ່ຽນແປງຂອງຮໍໂມນລະຫວ່າງເຮັດກິດຈະກຳນັ້ນເອງ.

3. ປວດຫົວ ທ່ານອາດຈະບໍ່ຮູ້ມາກ່ອນ ແຕ່າເພດສຳພັນນັ້ນສາມາດກະຕຸ້ນໃຫ້ໄມເກຣນຂຶ້ນໄດ້ ໂດຍອາການປວດຫົວທີ່ເກີດຂຶ້ນນັ້ນມີຢູ່ສອງປະເພດ ປະເພດທຳອິດຄື ອາການທີ່ເກີດກ່ອນການເຖິງຈຸດສຸດຍອດ ເຊິ່ງເກີດຈາກຄວາມຕື່ນເຕັ້ນຂອງຮ່າງກາຍ ແລະ ປະເພດທີສອງຈະເປັນອາການປວດຫົວຢ່າງຮຸນແຮງທີ່ເກີດຂຶ້ນຈາກການເຖິງຈຸດສຸດຍອດ

4. ອາການແພ້ ເກີດໄດ້ຈາກການແພ້ຖົງຢາງອານາໄມ ການແພ້ຢາຂ້າສະເປີມ ຫຼື ເຈລຫຼໍ່ລີ້ນ ເຊິ່ງບາງເທື່ອ ແມ່ຍິງບາງຄົນອາດຈະມີອາການແພ້ຕໍ່ສະເປີມໄດ້ ເນື່ອງຈາກອາດມີໂປຣຕິນໃນສະເປີມທີ່ແປກປອມ ເຮັດໃຫ້ຮ່າງກາຍມີການຕອບສະໜອງ ແຕ່ໃນເວລາຜ່ານໄປອາການເຫຼົ່ານັ້ນອາດຈະລຸດລົງໄດ້ ສ່ວນການແພ້ຈາກຖົງຢາງອານາໄມ ແລະ ສານຫຼໍ່ລື້ນນັ້ນສາມາດແກ້ໄຂໄດ້ໂດຍການເລືອກໃຊ້ຖົງຢາງອານາໄມທີ່ບໍ່ມີຢາງພາລາປະສົມ ຫຼື ໃຊ້ສານຫຼໍ່ລີ້ນ ທີ່ບໍ່ມີສານໄກລເຊີຣີນ ແລ ພາຣາເບນເປັນສ່ວນປະສົມຢູ່

 

ແຫລ່ງຂໍ້ມູນຈາກ:​ http://www.tvpoolonline.com/content/156344

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...