spot_img
Home​ຂ່າວບັນເທິງ"ອອສກາຣ໌" ຜິດພາດຄັ້ງປະຫວັດສາດ ປະກາດຊື່ຮູບເງົາດີເດັ່ນແຫ່ງປີຜິດ! ຄົນງົງທັງງານ

“ອອສກາຣ໌” ຜິດພາດຄັ້ງປະຫວັດສາດ ປະກາດຊື່ຮູບເງົາດີເດັ່ນແຫ່ງປີຜິດ! ຄົນງົງທັງງານ

Published on

ບັນເທີງຕ່າງແດນ ກັບ ລາວໂພສຕ໌ ມື້ນີ້ແອັດມີຂ່າວຄາວທີ່ກຳລັງເປັນກະແສວິພາກວິຈານໜາຫູແຫ່ງວົງການ ຮໍລິວູ໊ດ ໃນງານປະກາດຜົນລາງວັນ ອະຄາເດມີ ອາວອສ ຫຼື “ອອສກາຣ໌” ຄັ້ງທີ 89 ມາອັບເດດ.

ກາຍເປັນເລື່ອງຜິດພາດຄັ້ງປະຫວັດສາດຂອງການປະກາດຜົນລາງວັນ ອະຄາເດມີ ອາວອສ ຫຼື “ອອສກາຣ໌” ຄັ້ງທີ 89 ທີ່ຈັດຂຶ້ນໃນຄ່ຳຄືນຂອງວັນທີ 26 ກຸມພາ 2017 ຕາມເວລາໃນສະຫະລັດອາເມລິກາ ແລະ ກົງກັບເຊົ້າວັນຈັນ ທີ 27 ກຸມພາ ຕາມເວລາບ້ານເຮົາ ໂດຍ ຈິມມີ ຄິມເມລ ພິທີກອນຄົງດັງ ໄວອາຍຸ 49 ປີ ຮັບໜ້າທີ່ເປັນພິທີກອນຮ່ວມປະກາດລາງວັນເປັນຄັ້ງທຳອິດຂອງລາວ ໄດ້ປະກາດລາງວັນທີ່ໃຫຍ່ທີ່ສຸດໃນງານ ຄື ລາງວັນຮູບເງົາດີເດັ່ນ ທີ່ມີການປະກາດຊື້ຄັ້ງທຳອິດເປັນ “ລາ ລາ ແລນ” ຈົນເຮັດໃຫ້ພິທີກອນຮ່ວມອີກຄົນໄດ້ປະກາດໃໝ່ອີກຄັ້ງ ເປັນ “ມູນໄລທ” ງານນີ້ເຮັດໃຫ້ຜູ້ຊົມທົ່ວໂລກທັງໃນໂຮງລະຄອນ ດໍຣບີ ເທຍເຕີ ໃນຮໍລີວູ໊ດ ແລະ ຜູ້ຊົມທົ້ວໂລກຕ່າງງົງໄປຕາມໆກັນ ຈົນໄດ້ມີຢືນຢັນດ້ວຍການເປັນຜົນລາງວັນນັ້ນໂຊໃຫ້ທຸກຄົນໄດ້ເບິ່ງ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...