spot_img
Homeຂ່າວພາຍ​ໃນລົດໃຫຍ່ຕຳກັນ ບາດເຈັບສາຫັດ 1 ຄົນ

ລົດໃຫຍ່ຕຳກັນ ບາດເຈັບສາຫັດ 1 ຄົນ

Published on

ໜ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ລາຍງານວ່າ: ເວລາ 20:40 ວັນທີ 12/08/2014 ໄດ້ມີອຸບັດຕິເຫດ ລົດໃຫຍ່ຕຳກັບລົດໃຫຍ່ຢູ່ເສັ້ນທາງ T2 ໜ້າ ຮ້ານອາຫານ ນົກນ້ອຍ ເມຶືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
ພາຫະນະເປ່ເພສົມຄວນ ມີຜູ້ບາດເຈັບສາຫັດ 1 ຄົນ ເປັນຊາຍ, ຜູ້ກ່ຽວມີບາດແຜຕາມໂຕເລັກນ້ອຍ, ມີອາການຊ໊ອກ ຍ້ອນຖືກກະທົບຫົວ ແລະ ຜູ້ກ່ຽວໄດ້ກັດລີ້ນໂຕເອງ. ດັ່ງນັ້ນ, ໜ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ຈື່ງໄດ້ປະຖົມພະຍາບານສຸກເສີນຂັ້ນຕົ້ນ ແລະ ໄດ້ນຳສົ່ງໂຮງໝໍມິດຕະພາບໂດຍດ່ວນ.

10898_277847772407982_3628824788151483336_n 10351595_277847762407983_413218464464425856_n 10406442_277847692407990_2473840668529469254_n

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...