spot_img
Homeຂ່າວຕ່າງປະເທດໂດນັນ ທຣັມ ປະກາດຈະຕໍ່ສູ້ທາງກົດໝາຍເຖິງທີ່ສຸດ ເພື່ອຄຳສັ່ງຫ້າມຊາວມຸດສະລິມເຂົ້າປະເທດ

ໂດນັນ ທຣັມ ປະກາດຈະຕໍ່ສູ້ທາງກົດໝາຍເຖິງທີ່ສຸດ ເພື່ອຄຳສັ່ງຫ້າມຊາວມຸດສະລິມເຂົ້າປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກຸມພານີ້ວ່າ ທ່ານ ໂດນັນ ທຣັມ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ອອກມາປະກາດ ຈະບໍ່ຍອມຫັນກັບມາຍົກເລີກ ຄຳສັ່ງຫ້າມຊາວມຸດສະລິມຈາກ 7 ປະເທດ ເຂົ້າສະຫະລັດອາເມຣິກາ ໂດຍທ່ານໄດ້ຢືນຢັນວ່າ ຈະດຳເນີນການຕໍ່ສູ້ທາງຂະບວນການຂອງກົດໝາຍຈົນເຖິງທີ່ສຸດ.

ທັງນີ້ ກະຊວງຍຸຕິທຳຂອງອາເມຣິກາໄດ້ລະບຸວ່າ ຄຳສັ່ງຂອງປະທານາທິບໍດີ ໂດນັນ ທຣັມ ເປັນຄຳສັ່ງບໍລິຫານ ໃຊ້ອຳນາດຕາມກົດໝາຍ ບໍ່ໄດ້ເປັນການສັ່ງຫ້າມຊາວມຸດສະລິມ ຈຶ່ງຮຽກຮ້ອງໃຫ້ສານດຳເນີນການອຸທອນ ຄຳຕັດສິນຂອງສານນະຄອນຊີແອດໂຕ ເພື່ອຜົນປະໂຫຍດຕໍ່ຄວາມໝັ້ນຄົງຂອງຊາດ.

ທ່ານ ໂດນັນ ທຣັມ ໄດ້ອອກຄຳສັ່ງເມື່ອວັນທີ 27 ມັງກອນຜ່ານມາ ຫ້າມພົນລະເມືອງ 7 ຊາດມຸດສະລິມ ໄດ້ແກ່ ອີຣ່ານ, ອີຣັກ, ລີບີ, ໂຊມາລີ, ຊູດັງ, ຊີຣີ ແລະ ເຢແມນ ເດີນທາງເຂົ້າສະຫະລັດອາເມຣິກາ ເປັນການຊົ່ວຄາວ, ແຕ່ຄຳສັ່ງດັ່ງກ່າວ ໄດ້ຖືກສານນະຄອນຊີແອດໂຕ ພິພາກສາໃຫ້ລະງັບໄວ້ ຕັ້ງແຕ່ວັນທີ 3 ກຸມພາທີ່ຜ່ານມາ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...