spot_img
Homeຂ່າວການພັດທະນາໄຟຟ້າລາວ ເຊັນສັນຍາເງິນກູ້ ຂະຫຍາຍລະບົບສາຍສົ່ງໄຟຟ້າ ສູ່ເຂດຊົນນະບົດ

ໄຟຟ້າລາວ ເຊັນສັນຍາເງິນກູ້ ຂະຫຍາຍລະບົບສາຍສົ່ງໄຟຟ້າ ສູ່ເຂດຊົນນະບົດ

Published on

ຂປລ. ໃນ​ວັນ​ທີ 2 ກຸມພາ 2017 ທີ່​ນະຄອນຫລວງ​ວຽງ​ຈັນ, ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ແລະ ທະນາຄານ​ກະສິກອນ​ໄທ​ ໄດ້​ເຊັນ​ສັນຍາ​ເງິນ​ກູ້​ ເພື່ອ​ຂະຫຍາຍ​ລະບົບ​ສາຍ​ສົ່ງ​ໄຟຟ້າ ​ສູ່​ຊົນນະບົດ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຊື່ອມ​ຕໍ່​ລະບົບ​ໄຟຟ້າ​ທົ່ວ​ປະ​ເທດ ​ແລະ ​ເພື່ອນ​ບ້ານ​ໃກ້​ຄຽງ.

ພິທີ​ເຊັນ​ດັ່ງກ່າວ​ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ ກະຊວງ​ພະລັງງານ ​ແລະ ບໍ່​​ແຮ່, ​ທ່ານ ບຸນ​ອຸ້ມ ສີ​ວັນ​ເພັງ ຜູ້ອຳນວຍການ​ໃຫຍ່ ລັດ​ວິ​ສາ​ຫະກິດ ​ໄຟ້ຟ້າ​ລາວ ​ແລະ ທ່ານ ພັດຊະລະ ສະ​ມະ​ລາ​ພາ ຮອງ​ກຳມະການ​ຜູ້​ຈັດການ​ຜູ້​ອາວຸ​ໂສ ທະນະ​ຄານ​ກະສິກອນ​ໄທ.

​ທ່ານ ບຸນ​ອຸ້ມ ສີ​ວັນ​ເພັງ ​ໄດ້​ກ່າວ​ວ່າ: ​ໂຄງການ​ດັ່ງກ່າວ​ ເປັນ​ການ​ຮ່ວມ​ມື​ຂອງ​ ທະນາຄານ​ກະສິກອນ​ໄທ ​ໂດຍ​ສອດ​ຄ່ອງກັບ​ວິ​ໄສ​ທັດ​ ຂອງ ​ລັດ​ວິ​ສາ​ຫະກິດໄຟຟ້າ​ລາວ ​ໃນ​ການ​ດຳ​ເນີນ​ນະ​ໂຍບາຍ ດ້ານ​ການ​ພັດທະນາ ​ແລະ ບໍລິຫານ​ພະລັງງານ​ໄຟຟ້າ​​ແບບຍືນ​ຍົງ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ເຊິ່ງການ​ຮ່ວມ​ມື​ດັ່ງກ່າວ ​ແມ່ນ​ມີ​ປະ​ໂຫຍ​ດຫລາຍ​ດ້ານ ​ໃນ​ການ​ພັດທະນາລະບົບ​ສາຍ​ສົ່ງ​ໄຟຟ້າ ລົງ​ສູ່​ຊົນນະບົດ ​ເຂດ​ຫ່າງ​ໄກ​ສອກຫລີກ ພ້ອມ​ທັງ​ເປັນ​ການ​ເຊື່ອມ​ຕໍ່​ລະບົບ​ໄຟຟ້າໃນ​ທົ່ວ​ປະ​ເທດ​ ໄດ້​ຢ່າງ​ທົ່ວ​ເຖິງ ​​ແລະ ​ເຮັດ​ໃຫ້​ສາມາດ​ສົ່ງ​ອອກພະລັງງານ​ໄຟຟ້າສ່ວນ​ທີ່​ເຫລືອ ​ໄປ​ຍັງ​ປະ​ເທດ​ໃກ້​ຄຽງ. ນອກ​ຈາ​ກນັ້ນ ​ຍັງ​ເປັນ​ປະ​ໂຫຍ​ດຕໍ່ ສປປ ລາວ ​ແລະ ​ໄທ ​ໃນ​ການ​ສ້າງ​ຄວາມ​ໝັ້ນຄົງ​ຂອງ​ຂະ​ແໜງ​ໄຟຟ້າ, ການ​ລົງທຶນ​ປະ​ເທດ ​ແລະ ສ້າງສາ​ຍສຳພັນ​ອັນ​ແໜ້ນ​ແຟ້ນລະຫວ່າງ​ປະ​ເທດ.

ນອກ​ຈາກນີ້ ​ທ່ານຜູ້ອຳນວຍການ​ໃຫຍ່ ລັດ​ວິ​ສາ​ຫະກິດ​ ໄຟ້ຟ້າ​ລາວ ຍັງ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ການ​ຮ່ວມ​ມື​ດັ່ງກ່າວ ​​ແມ່ນມີ​ຄວາມ​ສຳຄັນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຮອງ​ຮັບການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ ເສດຖະກິດ-ສັງຄົມ​ຂອງ​ຊາດ ​ໂດຍ​ສະ​ເພາະ​ ແມ່ນ​ດ້ານ​ຂະ​ແໜງ​ອຸດສາຫະກຳ ​ພະລັງງາ​ານ​ໄຟຟ້າ​ໃນ ສປປ ລາວ ທີ່​ມີ​ຄວາມ​ໂດດ​ເດັ່ນ ​ໃນ​ຖານະ​ຜູ້​ຜະລິດ ​ແລະ ສົ່ງ​ອອກ​ພະລັງງານ​ໄຟຟ້າ ​ໄປ​ຍັງ​ປະ​ເທດ​ໃກ້​ຄຽງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...