ແຕ່ກີ້ແຕ່ກ່ອນປາງສະໄໝນົກກໍຍັງມີຫູ, ໜູກໍຍັງມີປີກ, ບໍ່ວ່າຄົນ ຫຼືສັດສາວາສິ່ງທັງຫຼາຍຕ່າງກໍມີລິດເດດ, ກ້າຄົງທະນົງແກ່ນ, ມີມະຫາພະລັງອຳນາດ, ຈິ່ງມັກເກີດການຕໍ່ສູ້ຊິງດີຊິງເດັ່ນກັນ, ບາງຜ່ອງຕໍ່ສູ້ເພື່ອຊິງກັນເປັນໃຫຍ່ ແລະບາງຜ່ອງກໍຕໍ່ສູ້ ເພື່ອຄົນທີ່ຕົນເອງຮັກ ອັນເຮັດໃຫ້ເດືອດຮ້ອນ ຮອດພະຍາອິນະຍາພົມເທວະບຸດເທວະດາ ຜູ້ດູແລຮັກສາໂລກຈັກກະວານຂອງເຮົາຢ່າງບໍ່ເວັ້ນວັນ.
ໃນເວລານັ້ນໄດ້ມີເມືອງບາດານແຫ່ງໜຶ່ງ ຢູ່ໃຕ້ທໍລະນີໃນພື້ນນໍ້າມະຫາສະໝຸດ ບ່ອນພະຍານາກເຈົ້າອາໄສຢູ່ ອັນມີຫໍໂຮງເປັນຫີນສີລາງາມເຫຼືອງເຫຼື້ອມ ເຊິ່ງປະດັບດ້ວຍເງິນຄຳເພັດນິນຈິນດາ ຂອງມີຄ່າຢ່າງຫຼວງຫຼາຍ. ເມືອງບາດານແຫ່ງນີປົກຄອງດ້ວຍພະຍານາກອົງໜຶ່ງ ທີ່ມີລິດມີເດດເກັ່ງກ້າສາມາດຍິ່ງໜັກໜາ ພ້ອມທັງຊື່ສັດໝັ້ນຄົງຕໍ່ບ້ານເມືອງ ໃນອານາຈັກຂອງພະຍານາກອົງນີ້ ກໍຍັງມີເຫຼົ່າເສນາອາມາດ ມີທະຫານທີ່ແສນຊື່ສັດພັກດີ ຈຶ່ງເຮັດໃຫ້ເມືອງບາດານ ຂອງພະອົງຈະເລີນຮຸ່ງເຮືອງສີວິໄລ ໄພ່ຟ້າປະຊາລາດຕ່າງ ກໍຢູ່ເຢັນເປັນສຸກກັນທົ່ວໜ້າ ບໍ່ໄດ້ອຶດບໍ່ໄດ້ຢາກມີເຂົ້າໃນນາ ມີປາໃນນ້ຳ ໃນປ່າໄມ້ມີສັດນາໆຊະນິດອາໄສຢູ່ ເຊັ່ນດຽວກັນກັບມະນຸດຂອງເຮົາໃນເມື່ອກ່ອນນັ້ນແລ້ວ. ພະຍານາກອົງນີ້ໄດ້ປົກຄອງ ເມືອງບາດານ ມາເປັນເວລາຊ້ານານ ພໍສົມຄວນ ພະອົງກໍມີເຈົ້າຊາຍອົງໜຶ່ງຊື່ວ່າທ້າວພັງຄີ ເຊິ່ງມີຮູບໂສມງົດງາມທັງມີລິດມີເດດ ສາມາດລະນຶກເຖິງຊາດປາງກ່ອນກີ້ ຂອງຕົນເອງໄດ້ຍັງສາມາດແປງກາຍເປັນສັດຫຼາຍຊະນິດ ລວມທັງມະນຸດເຮົານຳ, ຍ້ອນແນວນັ້ນແລ້ວພັງຄີ ຈິ່ງຮູ້ວ່າໃນຊາດປາງກ່ອນຂອງຕົນເອງນັ້ນໄດ້ເກີດເປັນມະນຸດ ເຊິ່ງເປັນຄູ່ຄອງກັບນາງໄອ່ຄຳ ແຕ່ຍ້ອນກຳເວນລີຂິດຈິ່ງເຮັດໃຫ້ທັງສອງ ຕ້ອງແຍກຈາກກັນໃນຊາດນີ້ ທ້າວພັງຄີ ໄປເກີດເປັນລູກຂອງພະຍານາກແຫ່ງເມືອງບາດານ, ສ່ວນນາງໄອ່ຄຳເກີດເປັນລູກຂອງພະຍາທີ່ເມືອງເພຕາ. ເມື່ອທ້າວພັງຄີ ໃຫຍ່ກ້າໜ້າບານມາ ຜູ້ເປັນພໍ່ກໍຈັດພິທີເລືອກຄູ່ຄອງໃຫ້ ເພື່ອຈະໄດ້ເນື້ອໜໍ່ຊາດຕະກຸນ ມາສືບແທນບັນລັງຄອບຄອງ ລາດຊະສົມບັດທັງຫຼາຍເຊິ່ງກໍມີລູກສາວ ຂອງພະຍານາກໃນເມືອງບາດານແຫ່ງອື່ນໆ ທີ່ແສນງົດງາມປານນິມິດເອົາຢ່າງຫຼວງຫຼາຍ ຖືກສົ່ງຕົວມາໃຫ້ທ້າວເລືອກ, ແຕ່ປາກົດວ່າບໍ່ມີໃຜຖືກໃຈທ້າວພັງຄີ ແມ່ນແຕ່ຄົນດຽວເລີຍ ໃນໃຈຂອງທ້າວມີແຕ່ຄິດຮອດນາງໄອ່ຄຳຜູ້ເປັນເມຍເກົ່າ. ທ້າວຈິ່ງບອກກັບພໍ່ວ່າສາວພວກນີ້ງົດງາມແທ້ ແຕ່ຈະເຮັດແນວໃດໄດ້ກໍແນວມັນບໍ່ແມ່ນຄູ່ຄອງຂອງລູກ ລູກມີຍິງໃນໃຈຢູ່ແລ້ວຜູ້ເປັນພໍ່ເມື່ອຮູ້ວ່າລູກບໍ່ມັກບໍ່ຊອບກໍບໍ່ໄດ້ເວົ້າຫຍັງ ຕາມໃຈຂອງລູກທຸກປະການ ເພາະມີລູກຊາຍຄົນດຽວ ຮັກຫອມດັ່ງແກ່ນຕາ ແລະໝາກຫົວໃຈ. ນັບຕັ້ງແຕ່ໃຫຍ່ຂຶ້ນມາ ຊອນບ່າວທ້າວກໍມີແຕ່ຄິດຮອດນາງໄອ່ຄຳ ທຸກວີ່ທຸກວັນຈະຂຶ້ນໄປຫາກໍຢ້ານມີອັນຕະລາຍ ເພາະເທິງບົກນັ້ນມັນແສນຈະໂຫດຮ້າຍ ແລະອັນຕະລາຍ ກວ່າໂລກບາດານຂອງຕົນ ແຕ່ອົດບໍ່ໄດ້ຈົນໃຈລະເມີ ຢາກຫັນໜ້າເມຍເກົ່າສຸດທີ່ຮັກຂອງຕົນທຸກຄໍ່າຄືນ.
ວັນໜຶ່ງທ້າວພັງຄີ ພ້ອມດ້ວຍບໍລິວານຈິ່ງໄດ້ຕັດສິນໃຈ ສັ່ງລາພໍ່ເພື່ອຈະໄປຕາມຫານາງໄອ່ຄຳ ຢູ່ເທິງໂລກບົນບົກເມື່ອໄດ້ຮັບຄຳອານຸຍາດຈາກພໍ່ແລ້ວ, ທ້າວພ້ອມດ້ວຍເສນາອາມາດກໍເດີນທາງຈາກໃຕ້ນ້ຳຂຶ້ນສູ່ເທິງບົກ ຫຼັງຈາກນັ້ນກໍແປງຮ່າງເປັນສັດຕ່າງໆເພື່ອ ສະດວກກັບສະຖານະການ ແລະໄວຕໍ່ການເດີນທາງບາງບ່ອນທາງດີພວກເຂົາກໍແປງຮ່າງເປັນໂຕມ້າແລ່ນໄປ ເພື່ອໃຫ້ໄວຕໍ່ການເດີນທາງ. ເປັນເວລາຫຼາຍມື້ຫລາຍວັນທີ່ພວກເຂົາເດີນທາງຊອກຫານາງໄອ່ຄຳໄປເລື້ອຍໆ. ຈົນໃນທີ່ສຸດກໍໄດ້ພົບນາງສົມດັ່ງໃຈປາຖະໜາ ເອົາໄວ້ອັນເຮັດໃຫ້ທ້າວດີໃຈ ແລະມີຄວາມສຸກຍິ່ງຫນັກໜາຈົນບໍ່ຢາກກັບເມືອງບາດານແຫ່ງຕົນ. ແຕ່ຍ້ອນຈາກບ້ານມາໄກຫຼາຍມື້ຫຼາຍວັນແລ້ວ. ເຫຼົ່າບໍລິວານທີ່ມານຳຈິງຊວນທ້າວກັບເພາະຢ້ານວ່າ ພະຍາຜູ້ເປັນບິດາ ຈະເປັນຫ່ວງແຕ່ເຖິງຢ່າງໃດກໍຕາມທ້າວກໍບໍ່ຟັງທັງເວົ້າວ່າເຮົາຢູ່ອີກຈັກວັນສອງວັນກ່ອນ ຈຶ່ງຄ່ອຍກັບບໍ່ເປັນຫຍັງດອກ.
ເພື່ອຈະໄດ້ເຫັນໜ້ານາງໄອ່ຄຳຢ່າງເຕັມອີ່ມຕາມຫົວໃຈຕ້ອງການ ໃນແຕ່ລະວັນທ້າງພັງຄີ ຈິ່ງແປງຮ່າງເປັນກະຮອກດ່ອນໄຕ່ຂຶ້ນໄປເຄືອດອກໄມ້ໃນສວນອຸດທິຍານ ບ່ອນທີ່ນາງໄອ່ຄຳ ມັກມາດອມດົມດອກໄມ້ໃນທຸກໆວັນ.
ກ່າວເຖິງນາງໄອ່ຄຳຊາດນີ້ ໄດ້ເກີດມາເປັນລູກຂອງພະຍາແຫ່ງເມືອງເພຕາ ຍ້ອນນາງມີຮູບໂສມອັນງົດງາມ ແລະປະກອບດວ້ຍຄວາມສະເໜຫາມີຄວາມສະຫງ່າລາສີ ແລະມີຈິດໃຈໂອບເອື້ອອາລີຈິ່ງເຮັດໃຫ້ນາງເປັນທີ່ຮັກຫອມຂອງຄົນທັງຫຼາຍ. ເມື່ອໃຫຍ່ຂຶ້ນມາເຕັມສາວແລ້ວ ພະຍາຜູ້ເປັນພໍ່ກໍໄດ້ຈັດພິທີຫມັ້ນໝາຍ ໃຫ້ນາງກັບ ທ້າວຜາແດງ ເຊິ່ງເປັນລູກຊາຍຂອງພະຍາອີກເມືອງໜຶ່ງ ພວກເຂົາທັງສອງຕ່າງຝ່າຍກໍຮັກກັນ ດ້ວຍຄວາມຫວານຊຶ້ງ ແລະບໍລິສຸດໃຈ ຈົນເຮັດໃຫ້ຍິງໜຸ່ມຊາຍໜຸ່ມເກີດຄວາມອິດສາຄວາມຮັກອັນຍິ່ງໃຫຍ່ຂອງພວກເຂົາ.
ຄືນໜຶ່ງນາງໄອ່ຄຳ ໄດ້ຝັນວ່າມີງູໃຫຍ່ເທົ່າລຳພ້າວ, ລຳຕານ ແລະງູນ້ອຍຫຼາຍໂຕຝັ້ນເລືອກັນຢູ່ເຕັມບ້ານເຕັມເມືອງຂອງຕົນເອງ, ທັງໄດ້ຍິນສຽງແຂກຮ້ອງແຕກຕື່ນຢ້ານງູພວກນັ້ນ ແລະຕໍ່ມາບໍ່ດົນບ້ານເມືອງກໍກາຍເປັນແມ່ນ້ຳມະຫາສະໝຸດ. ເມື່ອເຫັນດັ່ງນັ້ນນາງກໍເອົາມືມຸບໜ້າແລ້ວກໍຮ້ອງໄຫ້ອອກມາ ຢ່າງແຮງຈົນສະເດີດຕື່ນຂຶ້ນມາທັງຫາຍໃຈຫືດຫອດເຫື່ອໄຫຼໄຄຍ້ອຍ. ພໍຮຸ່ງເຊົ້າມານາງກໍເອົາຄວາມທູນໃຫ້ຜູ້ເປັນພໍ່ຮັບຊາບ, ພະຍາຜູ້ເປັນພໍ່ກໍໃຫ້ເສນາໄປເອີ້ນເອົາໝໍດູມໍເດົາມາທຳການໄລ່ເລກຄູນຄາຖາເລື່ອງຄວາມຝັນຂອງນາງ. ໝໍດູຄົນທີ່ໜຶ່ງທຳນາຍອອກມາວ່າ:ມີຊູ້ເກົ່າປາງກ່ອນປາງຫຼັງມາຊອກຫາໃນໄລຍະນີໃຫ້ລະວັງຕົວເອົາໄວ້. ຢ່າໄດ້ອອກນອກຫໍໂຮງໄປເດັດຂາດຈະເກີດໄພພິບັດມາຮອດບ້ານເມືອງຂອງເຮົາແທ້ແລ້ວ. ໝໍດູຄົນທີ່ສອງທຳນາຍວ່າອັນນິມິດຄວາມຝັນນັ້ນມັນກໍເປັນລາງຮ້າຍແທ້ແລ້ວ, ຫາກຈະມີສັດຮ້າຍມາແຕ່ທາງນ້ຳໃຫຍ່ແຫ່ງມະຫາສະໝຸດ ມາຖະຫຼົ່ມບ້ານເມືອງເຮົາ ເພື່ອຊອກຫາລູກຊາຍຂອງເຂົາ. ໃຫ້ເຈົ້າຈົ່ງມີສະຕິມີຄວາມເມດຕາພາວະນາເອົາໄວ້ໃຫ້ດີໆ ຈິ່ງຈະເຮັດໃຫ້ບ້ານເມືອງຂອງພວກເຮົາພົ້ນຈາກໄພພິບັດຄັ້ງນີ້ໄດ້. ພໍນາງໄອ່ຄຳໄດ້ຟັງໝໍດູເວົ້າແນວນັ້ນນາງກໍເກັບຕົວຢູ່ໃນຫໍໂຮງ, ບໍ່ໄດ້ອອກໄປນອກໄປນາທາງໃດ. ຫຼາຍມື້ຫຼາຍວັນຕໍ່ມາກໍເຮັດໃຫ້ນາງຮູ້ສຶກເບື່ອຢາກຈະໄປເດີນຫຼິ້ນເພື່ອສູບອາກາດສົດເຢັນໆສູບອາຍກິ່ນຫອມຂອງມວນດອກໄມ້ໃນສວນອຸດທິຍານທີ່ຢູ່ບໍ່ໄກຈາກຫໍໂຮງຂອງຕົນ, ນາງຈິ່ງຂໍອານຸຍາດຈາກພໍ່ພະຍາແລ້ວພວກສາວສະໜົມ ແລະນາອາມາດຈຳນວນໜຶ່ງກໍຖະຫວາຍອາລັກຂາໃຫ້ນາງໄປຕາມທີ່ນາງຕ້ອງການ. ໃນຂະນະທີ່ນາງໄອ່ຄຳກຳລັງມີຄວາມສຸກ ແລະອີ່ມໃຈໄປກັບຄວາມງົດງາມຂອງມວນດອກໄມ້ໃນສວນອຸດທິຍານອັນກ້ວາງໃຫຍ່ສຸດສາຍຕາຢູ່ນັ້ນ, ບັງເອີນນາງໄດ້ຫຼຽວເຫັນໂຕຮອກດ່ອນນ້ອຍປີນໄຕ່ໄປມາຕາມເຄືອດອກໄມ້ຢ່າງມີຄວາມສຸກ, ມັນໄຕ່ຂຶ້ນໄຕ່ລົງ, ອ້ອມໄປວຽນມາບາງຄັ້ງມັນກໍຢືນຂາດຽວ ແລະໂບກແຂນມາງໜ້າຂຶ້ນລົງເຮັດໃຫ້ມັນເປັນຕາໜ້າຮັກແລະໜ້າຢາກຫົວແທ້ໆ. ເມື່ອນາງໄອ່ຄຳເຫັນແລ້ວກໍເກີດຄວາມປິຕິຊົມຊື່ນຄິດຢາກໄດ້ ໂຕຮອກດ່ອນນ້ອຍໂຕນັ້ນມາຢອກຫຼິ້ນໃຫ້ສ່ວາງໃຈຈິ່ງສັ່ງໃຫ້ພວກເສນາຄົນໃຊ້ທັງຫຼາຍໄລ່ຈັບ, ແຕ່ເຖິງຈະມີເຫຼົ່າເສນາ ແລະຄົນໃຊ້ຫຼາຍຄົນຊ່ວຍກັນໄລ່ຈັບແນວໃດກໍບໍ່ໄດ້, ມັນຫຼີກໄປຫຼອກມາຈົນເຮັດໃຫ້ພວກເຂົາອິດເມື່ອຍ, ຍ້ອນຄວາມຢາກໄດ້ຈົນໃຈຈະຂາດ, ເມື່ອຈັບເປັນບໍ່ໄດ້ນາງກໍສັ່ງຈັບຕາຍ. ຫຼັງຈາພວກເສນາອາມາດໄດ້ຍິນຄຳສັ່ງແນວນັ້ນຈຶ່ງໄດ້ນຳເອົາທະນູມາແລ້ວກໍເລັ່ງທະນູໃສ່ໂຕຮອກດ່ອນນ້ອຍໂຕນັ້ນທັນທີ. ລູກທະນູໄດ້ສຽບເຂົ້າໜ້າເອິກທະລຸອອກທາງຫຼັງ. ແຕ່ກ່ອນຈະຂາດໃຈຕາຍກະຮອກດ່ອນນ້ອຍໄດ້ສາບແສ່ງໄວ້ວ່າ: ຂໍໃຫ້ຊີ້ນຂອງຜູ້ຂ້າໄດ້ແປດພັນກວຽນ,ຢັ່ງຢາຍໄປທົ່ວເມື່ອງຢ່າໄດ້ໝົດຢ່າໄດ້ສິ້ນ ແລະຖ້າຫາກຜູ້ໃດໄດ້ກິນຊີ້ນຂອງຜູ້ຂ້າ ຂໍໃຫ້ລຸບລົງດິນຈົມລົງນ້ຳຕາຍ ບໍ່ໃຫ້ເຫຼືອຈັກຄົນເມື່ອສາບແສ່ງໄວ້ແລ້ວໂຕຮອກດ່ອນນ້ອຍຫຼັງຈາກໄດ້ໂຕຮອກດ່ອນມາມອບໃຫ້ນາງໄອ່ຄຳແລ້ວປາກົດວ່າມັນບໍ່ໜ້າຮັກຄືຕອນມັນຍັງມີຊີວິດຢູ່ເມື່ອເປັນແນວນັ້ນ ນາງກໍເອົາໃຫ້ພວກຄົນໃຊ້ເອົາໄປຄົວກິນປາກົດວ່າຊີ້ນຮອກດ່ອນນ້ອຍໂຕນີ້ມັນແຊບເອົາແທ້ເອົາວ່າຄົນໃຊ້ຈິ່ງມາຖວາຍນາງໄອ່ຄຳ ແລະແບ່ງປັນໃຫ້ຫຼາຍໆຄົນຊີມ, ດ້ວຍລົດຊາດທີ່ແຊບແປກປະຫຼາດ ແລະຍັງມີສິ່ງປະຫຼາດເກີດຂຶ້ນອີກຄືກິນແນວໃດຊີ້ນຂອງຮອກດ່ອນໂຕນັ້ນກໍບໍ່ມີວັນໝົດຈັກເທື່ອຈົນຄົນເກືອຍທັງໝົດເມືອງໄດ້ຊີມຊີ້ນຮອກດ່ອນນ້ອຍໂຕນັ້ນໂດຍທີ່ບໍ່ມີໃຜຄິດແປກໃຈເລີຍ.
ກ່າວເຖິງເມືອງບາດານເມື່ອພໍ່ພະຍານາກໄດ້ຮັບຂ່າວເລື່ອງລູກຊາຍຫົວແກ້ວຫົວແຫວນຂອງຕົນທີ່ຖືກມະນຸດຂ້າກິນເປັນອາຫານກໍເກີດຄວາມໂກດແຄ້ນ, ຊິງຊັງພວກມະນຸດຄືໝາກເຜັດກັບແກ່ນຕາ, ເພື່ອເປັນການລ້າງແຄ້ນຄືນໃຫ້ສົມໃຈຈຶ່ງໄດ້ປ່າວໂຮມເອົາບໍລິວານພະຍານາກແຫ່ງເມືອງບາດານໃຕ້ພື້ນນຳທັງຫຼາຍແລ້ວກໍພາກັນມາຂວັດຂຶ້ນໄປຫາໃຕ້ຫໍໂຮງຂອງນາງໄອ່ຄຳແລະຜືນແຜ່ນດິນແຫ່ງເມືອງເພຕາສ່ວນໃຜບໍ່ໄດ້ກິນຊິ້ນໂຕຮອກກໍຈົ່ງໄວ້ບໍ່ທຳຮ້າຍພວກເຂົາ.ໃນຂະນະນັ້ນເອງແຜ່ນດິນທັງເມືອງ, ຢ້າວເຮືອນຜູ້ທີ່ໄດ້ກິນຊີ້ນຮອກດ່ອນນ້ອຍໂຕນັ້ນກໍທະຍອຍຫຼຸບລົງກາຍເປັນແມ່ນໍ້າແກ້ງອັນຮ້າຍແຮງ,ຊາວ ບ້ານຊາວເມືອງທັງຫຼາຍກໍພາກັນຈົມນ້ຳຕາຍໄປຕາມໆກັນຍັງແຕ່ເຮືອນຂອງຜູ້ທີ່ບໍ່ໄດ້ກິນຊີ້ນແລະໄຮ່ນາຮົ້ວສວນຍັງເຫຼືອໄວ້ຄືເກົ່າ, ນະບັດນັ້ນທ້າວຜາແດງເມື່ອເຫັນບ້ານເມືອງພັງພິນາດກາຍເປັນແມ່ນຳໄປໝົດກໍຮີບເອົານາງໄອ່ຄຳຂຶ້ນຊ້ອນກົ້ນມ້າແລ້ວກໍແລ່ນໜີອອກຈາກວັງໄປ. ເມື່ອພະຍານາກພ້ອມດວ້ຍບໍລິວານເຫັນແນວນັ້ນກໍບໍ່ຍິນຍອມຈິ່ງພາກັນຂວັດດິນເກື່ອນນຳຫລັງທຸກໆບາດຕີນຂອງມ້າເພື່ອໝາຍເອົາຊີວິດຂອງສອງຄົນນັ້ນທາງທ້າວຜາແດງກໍເລັ່ງມ້າໄວຈົນສຸດຂີນ. ແຕ່ໃນທີ່ສຸດທັງສອງກໍໜີບໍ່ພົ້ນຈິງຈົມລົງນ້ຳແລ້ວສິ້ນໃຈຕາຍພ້ອມກັນ. ເມື່ອຄົນທັງມົດທີ່ກິນຊິ້ນໂຕຮອກດ່ອນນ້ອຍໄດຈົມໄປໝົດແລ້ວນ້ຳທີ່ເປັນແກ້ງໃຫຍ່ປານມະຫາສະໝຸດກໍກັບກາຍມາເປັນຜືນແຜ່ນດິນຄືເກົ່າອີກຄັ້ງຄືກັບບໍ່ມີຫຍັງເກີດຂຶ້ນເລີຍ .ໃນຊາດໃໝ່ເມື່ອທ້າວພັງຄີແລະທ້າວຜາແດງຕາຍໄປເປັນຜີມີວິນຍານທັງສອງກໍຍັງບໍ່ລົດລະການຂ້າຟັນລັນແທງກັນຈ່ອງເວນຈ່ອງກຳກັນບໍ່ມີທີ່ສິນສຸດເຮັດໃຫ້ຄົນອື່ນເດືອດຮ້ອນໄປນຳຢ່າງບໍ່ມົ້ມບໍ່ແລ້ວຈັກເທື່ອຈົນເດືອດຮ້ອນຮອດເມືອງສະຫວັນຊັ້ນຟ້າຜູ້ເປັນພະອິນ.ເຫັນແນວນັ້ນເພິ່ນກໍໄດ້ຫຼິ້ງເບິ່ງອານາຄົດແລ້ໄດ້ຮູ້ວ່າສອງຄົນນີ້ໄດຈ່ອງເວນຈ່ອງກຳກັນໂດຍການຕໍ່ສູ້ຂ້າຟັນລັນແທງກັນໄປເລື້ອຍໆຫຼາຍພົບຫຼາຍຊາດຍ້ອນການຍາດຊິງເອົານາງໄອ່ຄຳ. ເພື່ອເປັນການຍຸດຕິການຈ່ອງເວນຂອງຄົນນັ້ນພະອິນຈິ່ງລົງມາຈາກສະຫວັນເພື່ອຫ້າມແລະຊີ້ແຈງສາເຫດທີ່ເກີດມີການຕໍ່ສູ້ກັນໃນແຕ່ລະຊາດຜ່ານມາ. ຢຸດກ່ອນທ່ານທັງສອງຢ່າຂ້າຟັນລັນແທງກັນເລີຍກະລຸນາຟັງອຸທອນດີກາຂອງຜູ້ຂ້າກ່ອນ. ຫຼັງຈາກນັ້ນພະອິນກໍໄດເລົ່າເລື່ອງການກຳເນີດຊາດຕ່າງໆຂອງຊີວິດທັງສາມໃຫ້ພວກເຂົາຟັງຜົວທີ່ແທ້ຈິງຂອງນາງໄອ່ຄຳນັ້ນແມ່ນທ້າວພັງຄີ.ແຕ່ຍ້ອນທັງສອງໄດ້ສ້າງເວນກຳເອົາໄວ້ໂດຍບໍ່ມີຄວາມອົດກັ້ນອົດທົນບໍ່ມີການໃຫ້ອາໄພໂທດເຊິ່ງກັນແລະກັນຈິ່ງເກີດມີແຕ່ການແກ້ແຄ້ນກັນໄປໆມາໆໃນຫຼາຍພົບຫຼາຍຊາດຈົນບໍ່ມີທີ່ສິ້ນສຸດ, ອັນເຮັດຊີວິດຂອງທັງສາມຄົນບໍ່ພົບກັບຄວາມສຸກແມ່ບໍ່ມີໂອກາດໄດ້ສ້າງບຸນກຸສົນນຳເພິ່ນເລີຍ.
ເມື່ອທັງສາມຮູ້ແຈ້ງແລ້ວກໍຫັນໜ້າເຂົ້າຫາກັນດໃຫ້ອາໄພເຊິ່ງກັນແລະກັນຕ່າງຝ້າຍຕ່າງກໍຊອກຫາທຳມາຫາກິນແລະບຳເພັນກຸສົນຜົນບຸນ. ຈົນໃນຊາດໃຫມ່ທ້າວພັງຄີ ແລະນາງໄອ່ຄຳມາເປັນຜົວເມຍພັນລະຍາກັນຢູ່ດ້ວຍກັນຢ່າງມີຄວາມສຸກໂດຍບໍ່ມີສັດຕູມາບຽດບຽນອີກເລີຍ. ສ່ວນທ້າວຜ້າແດງກໍພົບກັບຮັກໃຫມ່ສົມດັງໃຈປາຖະໜາ.
ຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງ ສາຍວາລິນ ບໍລະວົງ
ທີ່ມາ: ບູຮານຄະດີ ແລະປະຫວັດສາດ