spot_img
HomeBaby-ແມ່ແລະເດັກແພດໂຮງໝໍແມ່ ແລະ ເດັກສາມາດບົ່ງມະຕິ ແລະ ຜ່າຕັດລູກຝາແຝດທ້ອງຕິດກັນມີຫົວໃຈດຽວຊ່ວຍແມ່ປອດໄພໄດ້

ແພດໂຮງໝໍແມ່ ແລະ ເດັກສາມາດບົ່ງມະຕິ ແລະ ຜ່າຕັດລູກຝາແຝດທ້ອງຕິດກັນມີຫົວໃຈດຽວຊ່ວຍແມ່ປອດໄພໄດ້

Published on

SONY DSC

 

ນາງ ທອງ (ນາມສົມມຸດ) ປະຊາຊົນອາຢູ່ເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ຖືພາລູກແຝດໄດ້ 25 ອາທິດ

ຕ້ອງຕັດສິນໃຈຜ່າຕັດເອົາລູກອອກ ຫຼັງເຂົ້າກວດດ້ວຍຄື້ນສຽງ 4 ມິຕິຢູ່ໂຮງໝໍແມ່ ແລະ ເດັກ ເຫັນວ່າຜູ້ກ່ຽວ

ຖືພາລູກແຝດເພດຍິງ ທັງສອງຜົ້ງທ້ອງຕິດກັນ ແລະ ມີຫົວໃຈດຽວກັນ, ນີ້ແມ່ນກໍລະນີທຳອິດ ທີ່ພົບເຫັນຢູ່

ໂຮງໝໍແມ່ ແລະ ເດັກຂອງລາວເຮົາ.

 

ຕາມຫຼັກວິທະຍາແພດແລ້ວ ເດັກຈະມີຊີວິດແມ່ນເປັນໄປໄດ້ຍາກ ແລະ ຖ້າປ່ອຍໃຫ້ຖືພາຮອດເດືອນຄອງຈະ

ເຮັດໃຫ້ການຄອດມີຄວາມສ່ຽງສູງ ແລະ ຈະມີຜົນກະທົບຫຼາຍຢ່າງຕາມມາເນື່ອງຈາກການທີ່ມີຫົວໃຈດວງດຽວ

ຮ່ວມກັນຂອງເດັກ, ດັ່ງນັ້ນ ທີມແພດຂອງໂຮງໝໍແມ່ ແລະ ເດັກ ກໍໄດ້ອະທິບາຍໃຫ້ພໍ່ແມ່ຂອງເດັກ ແລະ ສະ

ເໜີໃຫ້ໄປກວດເພີ່ມຕື່ມຢູ່ຕ່າງປະເທດທີ່ມີເງື່ອນໄຂກວ່າບ້ານເຮົາ, ແຕ່ເນື່ອງຈາກຄອບຄົວບໍ່ມີເງື່ອນໄຂ ຈິ່ງຕັດ

ສິນໃຈຜ່າຕັດເອົາເດັກອອກ ເພື່ອຄວາມປອດໄພຂອງຜູ້ເປັນແມ່.

 

ມາຮອດວັນທີ 30 ກໍລະກົດຜ່ານມາ ທາງທີມງານຜ່າຕັດຂອງໂຮງໝໍແມ່ ແລະ ເດັກ ໄດ້ປຶກສາຫາລືກັນຢ່າງຮອບ

ຄອບ ແລະ ລົງມືຜ່າຕັດເອົາເດັກອອກໄດ້ສຳເລັດ ຜ່ານການກວດຂອງຜູ້ຊ່ຽວຊານເຫັນວ່າ ເດັກທັງສອງຖືກກັບ

ການບົ່ງມະຕິຂອງຄື້ນສຽງ 4 ມີຕິ ແລະ ຜູ້ເປັນແມ່ແມ່ນປອດໄພດີ.

 

ທ່ານ ຮສ ດຣ ບົວວັນ ແສນສະຖິດ ອຳນວຍການໂຮງໝໍດັ່ງກ່າວ ທັງເປັນຫົວໜ້າທີມງານຜ່າຕັດຄັ້ງນີ້ກ່າວວ່າ:

ການຜ່າຕັດເອົາເດັກແຝດຕິດກັນອອກມີທັງຜົນດີ ແລະ ຜົນເສຍ, ຜົນດີແມ່ນເຄື່ອງມືທີ່ທັນສະໄໝທາງການ

ແພດສາມາດກວດ ແລະ ບົ່ງມະຕິພະຍາດໄດ້ຖືກຕ້ອງ ເຮັດໃຫ້ສາມາດຮູ້ກ່ອນ ແລະ ສາມາດຊ່ວຍຄົນເຈັບເພື່ອ

ບໍ່ໃຫ້ເກີດຄວາມສ່ຽງຕ່າງໆຕາມມາ ແລະ ຜົນເສຍແມ່ນມີຜົນກະທົບຕໍ່ຈິດໃຈຂອງຜູ້ເປັນພໍ່ແມ່ ເພາະເດັກໄດ້

ເສຍຊີວິດ ຫຼັງຜ່າຕັດອອກມາປະມານ 20 ນາທີເທົ່ານັ້ນ, ສ່ວນຜູ້ເປັນແມ່ນຂອງເດັກໄດ້ກ່າວຕໍ່ນັກຂ່າວພວກ

ເຮົາຫຼັງຜ່າຕັດວ່າ: ຫຼັງຈາກກວດພົບວ່າມີລູກແຝດຕິດກັນ ແລະ ຮ່ວມຫົວໃຈດຽວກັນ ບໍ່ສາມາດລ້ຽງໄດ້ເຖິງ

ຄອບຄົວຜົວເມຍຈະມີຄວາມເສຍໃຈ ແຕ່ກໍຕ້ອງຕັດສິນໃຈເຮັດຕາມຫຼັກວິທະຍາສາດການແພດ ເພື່ອຄວາມ

ປອດໄພຂອງແມ່ໄວ້ດີກວ່າ.

 

ພາບ ແລະ ຂ່າວຈາກ: http://laophatthananews.blogspot.com/2014/08/blog-post_45.html

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...