spot_img
Homeວັນນະກຳເລື່ອງສັ້ນເລື່ອງເລົ່າສະຫຍອງຂັວນ "ຕອນ ຫລອນ "

ເລື່ອງເລົ່າສະຫຍອງຂັວນ “ຕອນ ຫລອນ “

Published on

ເລີ່ມຕົ້ນອາທິດທຳອິດຂອງເດືອນ ມັງກອນ 2017 ໃນຄໍລຳ ວັນນະກຳ ເຮົາຈະມາເປີດສາກຕ້ອນຮັບປີໃໝ່ດ້ວຍເລື່ອງເລົ່າປະເພດຂົນຫົວລຸກ ເຊິ່ງເລື່ອງທີ່ແອັດມິນຈະນຳມາເລົ່າສູ່ຟັງນັ້ນອາດເປັນເລື່ອງມາຈາກຊີວິດຈິງ ຫຼື ເປັນເລື່ອງທີ່ແຕ່ງຂຶ້ນ ແຕ່ສິ່ງສຳຄັນຄື ໃນໜຶ່ງອາທິດເຮົາຈະມາຟັງເລື່ອງ “ສະຫຍອງຂັວນ” ທັງອາທິດເຕັມໆ.

ສຳລັບຂາປະຈຳທີ່ມັກອ່ານປະເພດນິຍາຍຮັກ ຕ້ອງອົດໃຈລໍກັນກ່ອນເດີ້ ເອົາເປັນວ່າເຮົາບໍ່ເວົ້າຫຍັງຫຼາຍເຮົາມາເຂົ້າເລື່ອງກັນເລີຍ

ມີຜູ້ຊາຍຄົນໜຶ່ງອາໃສຢູ່ກັບແຟນສາວໃນຫ້ອງເຊົ່າທີ່ຢູ່ຊັ້ນສາມຂອງອາພາດເມັ້ນແຫ່ງໜຶ່ງ ທັງສອງຄົນມັກມີປາກສຽງຜິດຖຽງກັນເປັນປະຈຳ ມີເທື່ອໜຶ່ງທັງສອງໄດ້ຜິດກັນຢ່າງຮຸນແຮງຈົນເຖິງຂັ້ນຝ່າຍຊາຍລົງມືຕົບຕີ ຝ່າຍຍິງເກີດຄວາມຄຽດ ແລະ ຕ່ຳຄ້ອຍນ້ອຍໃຈໃຫ້ຝ່າຍຊາຍຫຼາຍຈົນຄິດສັ້ນນາງໄດ້ໂດດລົງມາຈາກລະບຽງຫ້ອງທີ່ຢູ່ຊັ້ນສາມຮ່າງຂອງນາງຕົກລົງມາກະທົບກັບພື້ນຊີມັງຈົນເສຍຊີວິດຄາທີ່ ຫຼັງຈາກສຳເລັດການເຮັດພິທີກຳທາງສາສະໜາແລ້ວ ຝ່າຍຊາຍກໍ່ຍັງຄົງອາໃສຢູ່ຫ້ອງເກົ່ານັ້ນຕໍ່ໄປ ແຕ່ກໍ່ຢູ່ດ້ວຍຄວາມພະຫວາຢ້ານກົວ ເພາະວິນຍານຂອງແຟນສາວຍັງມາວົນວຽນຫຼອກຫຼອນຢູ່ເປັນປະຈຳ ໝູ່ຂອງຝ່າຍຊາຍໄດ້ພາລາວໄປພົບພຣະອົງໜຶ່ງທີ່ສາມາດຊ່ວຍເລື່ອງພວກນີ້ໄດ້ ພຣະທ່ານກໍ່ບອກວ່າເວລານອນຕອນກາງຄືນໃຫ້ລາວລົງໄປນອນຢູ່ກ້ອງຕຽງ ຫຼັງຈາກຟັງຄຳແນະນຳຂອງພຣະແລ້ວ ຊາຍຄົນດັ່ງກ່າວກໍ່ກັບມາທີ່ຫ້ອງຄືເກົ່າ ເມື່ອຮອດຕອນຄ່ຳຄືນ ລາວກໍ່ລົງໄປນອນທີ່ກ້ອງຕຽງຕາມທີ່ພຣະອົງນັ້ນບອກ ຈົນເວລາຜ່ານໄປຫຼາຍມື້ ເພື່ອນໆຂອງລາວບໍ່ເຫັນລາວອອກມາຫາ ດ້ວຍຄວາມເປັນຫ່ວງບັນດາເພື່ອນຂອງລາວກໍ່ໄດ້ໄປຫາທີ່ຫ້ອງ ພໍໄຂປະຕູຫ້ອງເຂົ້າໄປໃນຫ້ອງກໍ່ປະກົດວ່າໝູ່ຕົນເອງນອນຕາຍເປັນສົບຢູ່ກ້ອງຕຽງແລ້ວ ສະນັ້ນ ພວກເຂົາຈິ່ງພາກັນກັບໄປຫາພຣະອົງເກົ່າເພື່ອຖາມວ່າເພື່ອນຂອງພວກເຂົາໄດ້ເຮັດຕາມຄຳແນະນຳທີ່ພຣະບອກທຸກຢ່າງແລ້ວແຕ່ເປັນຫຍັງຈິ່ງຕາຍ ພຣະເລີຍຖາມກັບມາວ່າ “ຕອນທີ່ແມ່ອອກຄົນນັ້ນໂດດຕຶກຂ້າຕົວຕາຍ ລາວເອົາສ່ວນໃດຂອງຮ່າງກາຍລົງພື້ນ” ເພື່ອນຂອງຜູ້ຊາຍທີ່ຕາຍໄດ້ຕອບກັບພຣະໄປວ່າ “ຫົວ” ພຣະເລີຍບອກໄປວ່າ ເພາະຝ່າຍຍິງເອົາຫົວລົງ ເວລາທີ່ເຂົາມາຫາ ເຂົາບໍ່ໄດ້ໃຊ້ຕີນຍ່າງມາ ແຕ່ເຂົາໃຊ້ຫົວໄຖພື້ນມາ (ຫົວລົງພື້ນຕີນຊີ້ຟ້າ) ພໍຝ່າຍຊາຍລົງໄປນອນກ້ອງຕຽງ ຝ່າຍຍິງທີ່ເອົາຫົວຍ່າງຕາງຕີນເລີຍເບິ່ງເຫັນຝ່າຍຊາຍໄດ້ຊັດເຈນ

ເປັນຈັ່ງໃດແຟນເພສ ເລື່ອງນີ້ພໍກະຕຸ້ນສະຫຍອງຂັວນຂອງທ່ານໄດ້ ຫຼື ບໍ່? ເລື່ອງນີ້ເປັນເລື່ອງເລົ່າຈາກຜູ້ຊາຍຄົນໜຶ່ງທີ່ໂທເຂົ້າມາເລົ່າເລື່ອງລາວຂອງເພື່ອນເຂົາຜູ້ທີ່ເສຍຊີວິດ ເຊິ່ງແອັດມິນໄດ້ໄດ້ອ່ານພົບທີ່ເວັບໄຊ ພັນທິບ ເຊິ່ງເປັນການເລົ່າຂອງ “ຈຳນຽນ” ເລື່ອງເລົ່າສະຫຍອງຂັວນ ຕອນຕໍ່ໄປຈະເປັນເລື່ອງໃດ ຢ່າລືມຕິດຕາມອ່ານນຳກັນເດີ້

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...