spot_img
Homeຂ່າວຕ່າງປະເທດຈີນເຕືອນອາດຕ້ອງປະເຊີນໜ້າກັບສະຫະລັດ ຫຼັງ ທຣັມ ແຕ່ງຕັ້ງທີ່ປຶກສາເສດຖະກິດຄົນໃໝ່

ຈີນເຕືອນອາດຕ້ອງປະເຊີນໜ້າກັບສະຫະລັດ ຫຼັງ ທຣັມ ແຕ່ງຕັ້ງທີ່ປຶກສາເສດຖະກິດຄົນໃໝ່

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 23 ທັນວາ ນີ້ວ່າ: ຈີນຖະແຫຼງການປະກາດດ່ວນວັນນີ້ພ້ອມເຕືອນວ່າກໍາລັງປະເຊີນໜ້າກັບສະຫະລັດ ຫຼັງຈາກ ໂດນັນ ທຣັມ ວ່າທີ່ປະທານາທິບໍດີຄົນໃໝ່ຂອງສະຫະລັດ ແຕ່ງຕັ້ງ ປີເຕີຣ໌ ນາຣ໌ວາຣ໌ໂຣ ເປັນຜູ້ນໍາສະພາການຄ້າແຫ່ງຊາດຂອງສະຫະລັດ ສໍາຫຼັບຕໍ່ສູ້ກັບຈີນ.

ໂດຍ ປີເຕີຣ໌ ນາຣ໌ວາຣ໌ໂຣ ຄົນນີ້ຄື ຜູ້ທີ່ປະພັນໜັງສື “ຄວາມຕາຍຈາກຈີນ” ທີ່ບັນຍາຍເຖິງການສູນເສຍຖານການຜະລິດຂອງສະຫະລັດ ແລະຍັງຖືນໍາມາເຮັດເປັນສາລະຄະດີກ່ຽວກັບຄວາມຕ້ອງການຂອງຈີນ ທີ່ຕ້ອງການກ້າວຂຶ້ນເປັນຜູ້ນໍາທາງເສດຖະກິດ ແລະທາງການທະຫານໃນພູມພາກເອເຊຍ ຂະນະດຽວກັນ ເມື່ອ 1 ວັນກ່ອນໜ້ານີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ອອກມາປະກາດວ່າ ຄວາມຮ່ວມມືລະຫວ່າງ 2​ ຊາດເທົ່ານັ້ນ ທີ່ເປັນຕົວເລືອກສໍາຫຼັບການສ້າງຄວາມສໍາພັນຢ່າງໃກ້ສິດກັບຈີນ ແລະສະຫະລັດ ພາຍໃຕ້ການປ່ຽນແປງສູ່ອໍານາດລັດຖະບານໃໝ່ ແນວໃດກໍຕາມການແຕ່ງຕັ້ງ ນາຣ໌ວາຣ໌ໂຣ ທີ່ມີອະຄະຕິກັບຈີນ ເປັນທີ່ປຶກສາທາງເສດຖະກິດອາດເຮັດໃຫ້ຄວາມສໍາພັນຂອງ 2 ຊາດບໍ່ລາບລື່ນໃນອະນາຄົດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...