spot_img
Homeຂ່າວເຫດການຮອງລັດຖະມົນຕີ ເຊັນໄວ້ອາໄລ ຕໍ່ກັບເຫດການຄົນຮ້າຍ ຂັບລົດບັນທຸກບຸກເຂົ້າທຳຮ້າຍປະຊາຊົນເຢຍລະມັນ

ຮອງລັດຖະມົນຕີ ເຊັນໄວ້ອາໄລ ຕໍ່ກັບເຫດການຄົນຮ້າຍ ຂັບລົດບັນທຸກບຸກເຂົ້າທຳຮ້າຍປະຊາຊົນເຢຍລະມັນ

Published on

ໃນຕອນ​ບ່າຍ​ຂອງ​ວັນ​ທີ 22 ທັນວາ 2016, ​​ເວລາ 14:30 ໂມງ, ທີ່ ສະຖານທູດ​ເຢຍລະ​ມັນ ປະຈຳ​ ສປປ ລາວ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໄດ້​ເຂົ້າຮ່ວມ​​ເຊັນ​ປື້ມ​ໄວ້​ອາ​ໄລ ຕໍ່ກັບ​ເຫດການ​ຄົນ​ຮ້າຍ​ຂັບ​ລົດ​ບັນທຸກ​ ແລ່ນ​ບຸກ​ເຂົ້າທຳຮ້າຍ​ປະຊາຊົນ ​ໃນ​ງານ​ຕະຫລາດຄຼິດສມາດ ຢູ່​ໃຈກາງ​ນະຄອນຫລວງ​ແບກ​ແລັງ, ປະ​ເທດ​ເຢຍລະ​ມັນ.

​ໂດຍ​ມີ​ເນື້ອ​ໃນ​ວ່າ: “ພວກຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍ​ຄວາມ​ເສົ້າ​ໂສກ​ ກ່ຽວກັບ​ເຫດການ​ສະ​ຫຍອງ​ຂວັນ ​ທີ່​ເກີດ​ຂຶ້ນຈາກ​ການ ກໍ່ການ​ກະທຳ​ທີ່​​ໂຫດຮ້າຍປ່າ​ເຖື່ອນ ຕໍ່ກັບ​ເຫດການ​ຄົນ​ຮ້າຍ​​ຂັບ​ລົດ​ບັນທຸກ ແລ່ນ​ບຸກ​ເຂົ້າ​ທຳຮ້າຍປະຊາຊົນ ​ໃນ​ງານ​ຕະຫລາດຄຼິດສະມາດ ຢູ່​ໃຈກາງ​ນະຄອນຫລວງ​ແບກ​ແລັງ, ​ໃນ​ວັນ​ທີ 19 ທັນວາ 2016, ​ເຊິ່ງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​ເປັນ​ຈຳນວນຫລວງຫລາຍ.  ໃນ​ນາມ​ລັດ​ຖະ​ບານ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ແລະ ປະຊາຊົນລາວ, ພວກ​ຂ້າພະ​​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ ​ແລະ ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດຊຶ້ງ ມາ​ຍັງ​ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ​ແລະ ປະຊາຊົນເຢຍລະມັນ ກໍ​ຄື​ ຕໍ່ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​ເຫດການ​ກະທຳ​ຮຸນ​ແຮງ​ດັ່ງກ່າ”

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...