spot_img
Homeນານາສາລະຫຼັກການດຳເນີນຊີວິດ ເພື່ອກ້າວເຂົ້າສູ່ “ຄວາມສຳເລັດ” ໃນແຕ່ລະຊ່ວງອາຍຸ

ຫຼັກການດຳເນີນຊີວິດ ເພື່ອກ້າວເຂົ້າສູ່ “ຄວາມສຳເລັດ” ໃນແຕ່ລະຊ່ວງອາຍຸ

Published on

  1. ອາຍຸຕັ້ງແຕ່ 5 ປີຂຶ້ນໄປ: ຊ່ວງນີ້ຄວນສອນລູກໃຫ້ມີນິໄສເປັນຄົນອອມເງິນ ຫຼືມັກສະສົມເງິນ ເພື່ອປູກຝັງແນວຄິດ ໃຫ້ເປັນຄົນຮູ້ຈັກປະຢັດມັດທະຍັດຕັ້ງແຕ່ອາຍຸຍັງນ້ອຍ ແລະສັ່ງສອນໃຫ້ລູກຮູ້ຈັກຄຸນຄ່າຂອງເງິນ
  2. ອາຍຸ ແຕ່ 13-17 ປີ: ຊ່ວງນີ້ຄວນເອົາໃຈໃສ່ລູກຢ່າງໃກ້ຊິດ ບໍ່ຄວນຕາມໃຈເຂົາຫຼາຍ ແຕ່ກໍບໍ່ຄວນຕໍາໜິລູກຫຼາຍ ເພາະເປັນຊ່ວງເລີ່ມເຂົ້າສູ່ໄວລຸ້ນ ອາລົມຫງຸດຫງິດ, ໃຈຮ້າຍໄດ້ງ່າຍ ຄວນໃຊ້ຄຳເວົ້າຢ່າງລະມັດລະວັງໃນການສັ່ງສອນ
  3. ອາຍຸ 18-24 ປີ: ຊ່ວງນີ້ ແມ່ນເຕີບໂຕເປັນຜູ້ໃຫຍ່ ມັກຄິດຫຼາຍເລື່ອງເຊັ່ນ: ງານລ້ຽງສັງສັນ, ຄວາມຮັກ, ການຮຽນ, ແຕ່ມີບາງຄົນຄິດເຫັນອະນາຄົດຫຼາຍກວ່າເລື່ອງອື່ນ ຖ້າເຫັນວ່າລູກຂອງທ່ານມີນິໄສຄິດເຫັນເລື່ອງອະນາຄົດກໍຄວນໃຫ້ເຂົາລົງທຶນໃນສິ່ງໃດສິ່ງໜຶ່ງຈະດີກວ່າ
  4. ອາຍຸ 25-30 ປີ: ຫຼາຍໆຄົນຈະຊອກຫາວຽກເຮັດງານທໍາ ເພື່ອໃຫ້ໄດ້ເງິນມາໃຊ້ຈ່າຍໃນຊີວິດສ່ວນຕົວ ແລະຄອບຄົວ, ແຕ່ກໍຄວນເກັບເງິນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫາໄດ້ ແລ້ວແບ່ງເປັນສອງສ່ວນ, ສ່ວນທີໜຶ່ງ ເພື່ອໃຊ້ຈ່າຍ ແລະທ່ອງທ່ຽວໃນບ່ອນທີ່ຢາກໄປທີ່ສຸດ ແລະສ່ວນທີສອງ ຄວນເກັບໄວ້ທະນາຄານ ເພື່ອເຮັດທຸລະກິດສ່ວນຕົວ
  5. ອາຍຸ 30-55 ປີ: ເປັນຊ່ວງທີ່ທ້າທາຍ ແລະມີພາລະຫຼາຍ ຕ້ອງລົງມືເອົາຈິງເອົາຈັງກັບຊີວິດ, ສິ່ງທີ່ດີທີ່ສຸດຄື ສ້າງທຸລະກິດໃດໜຶ່ງຂຶ້ນ ເພື່ອບໍລິຫານດ້ວຍຕົວເອງ, ພະຍາຍາມຫາປະສົບການຢູ່ເລື້ອຍໆ
  6. ອາຍຸ 60-70 ປີຂຶ້ນໄປ: ເປັນຊ່ວງທີ່ຄວນໃຊ້ເງິນທີ່ຕົນເອງຫາມາໄດ້ ໃຫ້ຄຸ້ມຄ່າທີ່ສຸດ ກັບເຫື່ອແຮງ ແລະກຳລັງທີ່ເສຍໄປ ໃຊ້ເວລາຢູ່ກັບຄອບຄົວ ແລະແບ່ງຊັບສິນໄປຊ່ວຍເຫຼືອສັງຄົມ ແລະຄົນທຸກຍາກ

ຂອບໃຈບົດຄວາມຈາກ: ອິດສະລະພາບທາງດ້ານການເງິນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...