spot_img
Homeຂ່າວພາຍ​ໃນໃກ້ປີໃໝ່ອຸດສາຫະກຳ-ການຄ້າເນັ້ນກວດກາ ແລະ ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ

ໃກ້ປີໃໝ່ອຸດສາຫະກຳ-ການຄ້າເນັ້ນກວດກາ ແລະ ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດ

Published on

ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ ແລະ ປະຕິບັດຕາມພາລະບົດບາດຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນ ການຄຸ້ມຄອງລາຄາສິນຄ້າ, ໂດຍສະເພາະແມ່ນສິນຄ້າບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆ, ຫຼີກເວັ້ນການສວນໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າຕາມລຳພັງຂອງຊາວຄ້າຂາຍເຮັດໃຫ້ປະຊາຊົນໄດ້ຮັບຄວາມເປັນທຳ, ຮັບປະກັນໃຫ້ການສະໜອງພຽງພໍກັບຄວາມຕ້ອງການເປັນຕົ້ນແມ່ນໃນໄລຍະປີໃໝ່ນີ້

ດັ່ງນັ້ນ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນຈຶ່ງໄດ້ອອກແຈ້ງການສະບັບເລກທີ່ 2594, ລົງວັນທີ 23 ພະຈິກ 2016 ໂດຍເນັ້ນໃຫ້ພະແນກອຸດສາຫະກຳ ແລະ ການຄ້າເມືອງ ເພີ່ມທະວີການປະສານສົມທົບກັນຈັດຕັ້ງປະຕິບັດການຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດປະຈຳວັນ ຂອງປະຊາຊົນ, ພ້ອມທັງກຳນົດລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ.

ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ນອກຈາກແຈ້ງການດັ່ງກ່າວແລ້ວ, ເມື່ອມໍ່ໆມານີ້, ກົມການຄ້າພາຍໃນຍັງໄດ້ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ພ້ອມດ້ວຍຂະແໜງ ການກ່ຽວຂ້ອງລົງຕິດຕາມກວດການລາຄາສິນຄ້າຢູ່ຕາມທ້ອງຕະຫຼາດຕ່າງໆ, ໂດຍສະເພາະແມ່ນຢູ່ຕະຫຼາດໂພນສະຫວ່າງຊຶ່ງຖືເປັນຕະຫຼາດໃຫຍ່ແຫ່ງໜຶ່ງ ຂອງນະຄອນຫຼວງວຽງຈັນ, ເພື່ອເປັນການປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາລັດເອົາປຽບ ແລະ ຜ່ານການລົງຕິດຕາມລາຄາສິນຄ້າຢູ່ຕາມຕະຫຼາດຕ່າງໆເຊັ່ນ: ຂົວດິນ, ສະພານທອງ, ຫົວຂົວ, ໂພນສະຫວ່າງ ແລະແຫ່ງອື່ນໆ ຂອງນັກຂ່າວພວກເຮົາໃນວັນທີ 20 ທັນວານີ້ເຫັນວ່າ: ລາຄາສິນຄ້າອຸປະໂພກບໍລິໂພກແມ່ນຍັງຢູ່ໃນເກນປົກກະຕິເຊັ່ນ: ຊີ້ນໝູ 30-35 ພັນກີບ/ກິໂລ, ຊີ້ນງົວ 70-75 ພັນກີບ/ກິໂລ, ປາກະຊັງ 15 – 18 ພັນກີບ/ກິໂລ, ເປັດໄກ່ 40 – 45 ພັນກີບ/ກິໂລ, ສ່ວນລາຄາພືດຜັກ, ໝາກເຜັດ, ໜາກນາວ ແລະ ຜັກຫອມປະເພດຕ່າງໆກໍຖືວ່າຍັງຢູ່ໃນເກນປົກກະຕິ, ເຖິງຢ່າງໃດກໍຕາມຖ້າຫາກພາກສ່ວນກ່ຽວ ຂ້ອງບໍ່ມີການຄຸ້ມຄອງທີ່ດີ ແລະ ເຮັດເປັນປົກກະຕິແລ້ວຄາດວ່າໃນໄລຍະປີໃໝ່ນີ້ ລາຄາສິນຄ້າປະເພດດັ່ງກ່າວອາດຈະມີການຖີບໂຕສູງຂື້ນດັ່ງທີ່ເຄີຍເປັນມາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...