spot_img
Homeຂ່າວເຫດການອົງການໄອຍະການປະຊາຊົນສູງສຸດ ຫວນຄືນມູນເຊື້ອສຳຄັນຂອງຊາດ

ອົງການໄອຍະການປະຊາຊົນສູງສຸດ ຫວນຄືນມູນເຊື້ອສຳຄັນຂອງຊາດ

Published on

ວັນທີ 21 ທັນວາ 2016ນີ້, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 2 ວັນປະຫວັດສາດຂອງຊາດ ຄື: ວັນສະຖາປານາ ສປປ ລາວ ຄົບຮອບ 41 ປີ (2/12/1975-2/12/2016) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ (13/12/1920-13/12/2016) ​​ໃຫ້​ກຽດ​ເຜີຍ​ແຜ່​ໂດຍ​ທ່ານ ​ໄຊຊະນະ ​ໂຄດ​ພູທອນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໂດຍ​ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ພ້ອມ​ດ້ວຍ​ພະນັກງານ-ລັດຖະກອນ ອ້ອມ​ຂ້າງ ອົງການ​ໄອ​ຍະ​ການ​ ປະຊາຊົນ​ສູງ​ສຸດ ​ເຂົ້າ​ຮ່ວມ​ຮັບ​ຟັງ.

​​ໃນໂອກາດ​ດັ່ງກ່າວ, ທ່ານ ​ໄຊຊະນະ ​ໂຄດ​ພູທອນ ​ໄດ້​ຍົກ​ໃຫ້​ເຫັນ​ມູນເຊື້ອ​ປະຫວັດສາດ ອັນ​ພິລະ​ອາດຫານ​ຂອງ​ທ່ານ​ ຜູ້ນຳ ພັກ-ລັດ ກໍຄື​ບັນດາ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາ​ເຜົ່າ ທີ່​ພ້ອມກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ລຸກຂຶ້ນ​ຕໍ່ສູ້​ກູ້​ຊາດ​ບໍ່​ຍອມ​ຈຳນົນ ແກ່ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ທັງເກົ່າ ແລະ ໃໝ່ ໃຫ້​ຫລຸດ​ພົ້ນ​ອອກຈາ​ກແອກ​ປົກ​ຄອງ​ ຂອງ​ສັກ​ດິ​ນາຕ່າງ​ດ້າວ ບົນ​ເສັ້ນທາງ​ແຫ່ງການ​ຕໍ່ສູ້​ ອັນ​ຍາວ​ນານ​ລະ​ອິດ​ລະອ້ຽວ​ ຂ້ຽວຂາດ​ຫຍຸ້ງຍາກສັບສົນແຕ່​ເດັດຂາດ​ມີ​ໄຊ ພາຍ​ໃຕ້​ການນຳພາ​ ຂອງ​ພັກ​ທີ່​ສະຫລາດ​ສ່ອງໃສ, ສາມາດຕີ​ເອົາ​ຊະນະ​ສັດຕູ​ ໃນ​ແຕ່​ລະ​ໄລຍະ​ເປັນ​ກ້າວໆ​ມາ ຈົນ​ສາມາດປົດ​ປ່ອຍປະ​ເທດ ແລະ ສະ​ຖາ​ປະນາ​ເປັນ ​ສປປ ລາວ ໃນ​ວັນ​ທີ 2 ທັນວາ 1975. ຕະຫລອດ​ໄລຍະ 41 ປີ ຜ່ານ​ມາ ປະຊາຊົນ​ລາວ​ບັນດາ​ເຜົ່າ​ ໄດ້​ເປັນ​​ເຈົ້າຂອງ​ປະ​ເທ​ດຊາດ​ ໄດ້​ຢ່າງ​ແທ້ຈິງ, ລັດ​ເຮົາ​ໄດ້​ມີ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ເພື່ອ​ປົກຄອງ ​ແລະ ຄ້ຳປະກັນ​ສິດ-ພັນທະ ຂອງ​ພົນລະ​ເມືອງ​ລາວ, ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ພ້ອມພຽງ​ສາມັກຄີ​ກັນ ພາຍ​ໃຕ້ການ​ນຳພາ​ຂອງ​ພັກ ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ເຊິ່ງ​ເຮັດ​ໃຫ້ ສປປ ລາວ ​ໄດ້​ມີ​ການ​ເຕີບ​ໃຫຍ່​ ຂະຫຍາຍຕົວ​ຢ່າງຮອບດ້ານ, ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​ໄດ້​ມີ​ຜົນສຳ​ເລັດ​ສູງ ​ແລະ ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ.

ທ່ານ ​ໄຊຊະນະ ​ໂຄດ​ພູທອນ ຍັງ​ໄດ້​ຍົກ​ໃຫ້​ຮູ້​ກ່ຽວ​ກັບ​ຊີວິດ, ການ​ເຄື່ອນ​ໄຫວ, ຜົນງານ ​ແລະ ຄຸນງາມຄວາມດີ ຂອງ​ປະທານ ​ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ​ເຊິ່ງທ່ານ ​ເປັນ​ຜູ້​ທີ່​ຮັກ​ຊາດ,  ນັກ​ປະຕິວັດ​ທີ່​ຍິ່ງ​ໃຫຍ່ ​ຂອງ​ຊາດ, ​ເປັນ​ວິລະ​ບູລຸດ, ​ເປັນ​ທັງ​ຜູ້ນຳ​ຂອງ ພັກ-ລັດ ທີ່​ປີ​ຊາ​ສາມາດ, ສະຫລາດ​ສ່ອງ​ໃສ ນຳພາ​ປະ​ເທດ​ຊາດ ​ຫລຸດ​ພົ້ນ​ອອກ​ຈາກ​​ແອກ​ປົກ​ຄອງ​ ຂອງ​ພວກ​ຈັກກະພັດ​ຜູ້​ຮຸກ​ຮານ ຈົນ​ສາມາດ​ຍາດ​ ໄດ້​ໄຊຊະນະ ​ແລະ ສະຖາ​ປະນາ​ ເປັນ​ປະ​ເທດ​ ສາທາລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ​ລາວ ຈົນ​ເຖິງ​ປັດຈຸບັນ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...