spot_img
Homeຂ່າວເຫດການຜົນຜະລິດເຂົ້ານາປີບັນລຸໄດ້ຫຼາຍກວ່າ 3,4 ລ້ານໂຕນ

ຜົນຜະລິດເຂົ້ານາປີບັນລຸໄດ້ຫຼາຍກວ່າ 3,4 ລ້ານໂຕນ

Published on

ຕາມການລາຍງານຂອງກະຊວງກະວສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາປີສຳເລັດແລ້ວ 100% ຂອງເນື້ອທີ່ປັກດຳທັງໝົດ 787.500 ກວ່າເຮັກຕາ, ສາມາດໃຫ້ຜົນຜະລິດໄດ້ທັງໝົດ 3,413.000 ລ້ານໂຕນ, ໂດຍສະເລ່ຍສະມັດຕະພາບການເກັບກ່ຽວບັນລຸປະມານ 4 ໂຕນ/ເຮັກຕາ, ໃນນີ້ພາກເໜືອປະຕິບັດໄດ້ຫຼາຍກວ່າ 5 ແສນໂຕນ, ພາກກາງຫຼາຍກວ່າ 1,9 ລ້ານໂຕນ, ພາກໃຕ້ຫຼາຍກວ່າ 981 ພັນໂຕນ.

ຜູ້ລາຍງານໃຫ້ຮູ້ອີກວ່າ: ການປູກເຂົ້າລະດູຝົນປີນີ້ເມື່ອທຽບໃສ່ປີຜ່ານມາແລ້ວເຫັນວ່າ: ເປັນຂະບວນການດີຂຶ້ນ, ຜົນຜະລິດເພີ່ມຂຶ້ນ, ເຖິງວ່າຈະໄດ້ຮັບຜົນກະທົບຈາກໄພພິພັດທາງທຳມະຊາດເຊັ່ນ: ໄພນ້ຳຖ້ວມ, ດິນເຈື່ອນຖົມ, ສັດຕູ້ພືດທຳລາຍກໍຕາມ ແຕ່ຜົນຜະລິດກໍສາມາດບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ ແລະ ເຖິງວ່າປັດຈຸບັນມີກະສິກອນຈຳນວນໜຶ່ງໄດ້ນຳໃຊ້ເນື້ອທີ່ນາ ຫັນໄປປູກພືດອາຍຸສັ້ນທີ່ນຳໃຊ້ນ້ຳໜ້ອຍກ່ວາການປູກເຂົ້າແທນ, ເພື່ອສ້າງລາຍຮັບໃຫ້ຄອບຄົວ, ຊຶ່ງອາດຈະເຮັດໃຫ້ເນື້ອທີ່ປູກເຂົ້ານາແຊງປີນີ້ຫຼຸດໜ້ອຍລົງກວ່າປີຜ່ານມາ, ສ່ວນຂະບວນການປູກພືດອື່ນໆເຖິງວ່າຈະບໍ່ສາມາດບັນລຸໄດ້ຕາມຄາດໝາຍແຜນການ, ແຕ່ສຳລັບພືດອາຍຸສັ້ນປູກໄດ້ຫຼາຍຮອບວຽນກໍສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໄດ້ເປັນຢ່າງດີ.

ກະຊວງກະສິກຳໃຫ້ຮູ້ອີກວ່າ: ປັດຈຸບັນຂະແໜງກະສິກຳໄດ້ປະສານສົມທົບກັບທ້ອງຖິ່ນເພື່ອສັງລວມແຜນການ ແລະ ຊຸກຍູ້ການຜະລິດເຂົ້ານາແຊງ ແລະ ພືດລະດູແລ້ງປະຈຳປີ 2017 ໃຫ້ໄດ້ຕາມແຜນການ, ໂດຍເນັ້ນໃສ່ຕອບສະໜອງປັດໄຈທີ່ກ່ຽວຂ້ອງເຊັ່ນ: ນ້ຳ, ຝຸ່ນ, ແນວພັນ ແລະ ອື່ນໆໃຫ້ຮັບປະກັນ

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...